Wednesday, September 2, 2015

ຄວາມຮູ້ກ່ຽວກັບ ຫຼັກພາສາລາວ


ຄວາມຮູ ກ່ຽວກັບ ຫຼັກພາສາລາວ

ເມື່ອເອີ່ຍເຖິງພາສາລາວ ທຸກຄົນຕ່າງກໍເວົ້າເປັນສຽງດຽວກັນວ່າ ຈັ່ງແມ່ນງ່າຍແທ້ງ່າຍວ່າ ງ່າຍປານປອກກ້ວຍເຂົ້າປາກ. ຄົນລາວເຮົາສ່ວນຫຼາຍກໍບໍ່ໄດ້ເນັ້ນໜັກໃສ່ການຮຽນພາສາລາວພໍປານໃດ ເພາະເປັນພາສາກໍາເນີດຂອງຕົນເອງ ໄດ້ນໍາໃຊ້ທຸກມື້ທຸກວັນ ເຮົາມັກໃຫ້ຄຸນຄ່າກັບພາສາຊາດກໍາເນີດຂອງຕົນນ້ອຍເກີນໄປ ແລະ ໄປເນັ້ນໜັກ ກັບການຮຽນພາສາຂອງຊາດອື່ນເອົາແທ້ເອົາວ່າ. ບາງຄົນກໍເວົ້າວ່າ ຮຽນພາສາລາວ ພໍອ່ານອອກຂຽນເປັນກໍພໍແລ້ວ.

ໃນຍຸກປະຈຸບັນ ເຮົາໄດ້ອ່ານໄດ້ຟັງຈາກສື່ຕ່າງໆ ເຫັນວ່າການນໍາໃຊ້ພາສາລາວຍັງບໍ່ທັນຖືກຕ້ອງ ແລະ ເປັນເອກະພາບກັນເທົ່າທີ່ຄວນ. ສາເຫດທີ່ເຮັດໃຫ້ເປັນເຊັ່ນນັ້ນ ຍ້ອນວ່າ ຄົນລາວເຮົາໃຫ້ຄວາມສໍາຄັນກັບ ຫຼັກພາສາລາວໜ້ອຍເກີນໄປ ເຊິ່ງຄົນລາວສ່ວນຫຼາຍກໍບໍ່ເຄີຍໄດ້ຫຍິນໄດ້ຮູ້ເລີຍວ່າ ຫຼັກພາສາລາວ ມີຈັກພາກຊໍ້າກໍມີ.

ມື້ນີ້ເຮົາມາຮູ້ຫຼັກພາສາລາວນໍາກັນ ເຊິ່ງແບ່ງອອກເປັນ 4 ພາກຄື: 1) ອັກຄະຣະວິທີ; 2) ວະຈີວິພາກ; 3) ວາກາຍະສໍາພັນ; ແລະ 4) ສັນທະລັກສະນະ

  1. ອັກຄະຣະວິທີ: ໝາຍເຖິງ ໂຕອັກສອນ, ໂຕໜັງສື, ພະຍັນຊະນະ, ສະຣະ, ເລກ ແລະ ເຄື່ອງໝາຍວັກຕອນຕ່າງໆ.
  2. ວະຈີວິພາກ: ໝາຍເຖິງພາກສ່ວນຄໍາເວົ້າ ຄື: ຄໍານາມ, ຄໍາແທນນາມ, ຄໍາຄຸນນາມ, ຄໍາກໍາມະ, ຄໍາວິເສດ, ຄໍາບຸບພະບົດ, ຄໍາສັນທານ, ແລະ ຄໍາອຸທານ...
  3. ວາກາຍະສໍາພັນ: ແມ່ນເວົ້າເຖິງການນໍາໃຊ້ຄໍາເວົ້າປະກອບເຂົ້າກັນເປັນປະໂຫຍກ ຄື: ເວົ້າເຖິງໜ້າທີ່ຂອງຄໍາເວົ້າແຕ່ລະຄໍາທີ່ປະກອບເຂົ້າກັນຈົນເປັນປະໂຫຍກຕ່າງໆ
  4. ສັນທະລັກສະນະ: ໝາຍເຖິງ ການປະພັນ ຫຼື ການແຕ່ງກາບ, ກອນ, ໂຄງ, ສານ ເຊິ່ງເປັນພາກສຸດຍອດຂອງພາສາລາວ (ຄົນສ່ວນໜ້ອຍທີ່ຈະຮຽນເຖິງພາກນີ້).

No comments:

Post a Comment