Monday, October 19, 2015

ພາສາລາວ ກັບ ເວບບຣາວເຊີຣ໌

ສັງເກດເຫັນຫຼາຍຄົນຈົ່ມວ່າພາສາລາວໃນເວບບຣາວເຊີເປັນຟອນທ໌ດອກຈໍາປາ ແລະ ຫຼາຍຄົນກໍບໍ່ໄດ້ຈົ່ມວ່າຫຍັງ ແຕ່ກໍຍັງກົ້ມໜ້າໃຊ້ຕໍ່ໄປ. ຟອນທ໌ດອກຈໍາປາ ກໍຖືວ່າເປັນປະໂຫຍດຫຼາຍສໍາລັບຄົນທີ່ໃຊ້ພາສາລາວທົ່ວໄປ, ແຕ່ມັນກໍຍັງມີຂໍ້ຈໍາກັດໃນການສະແດງຜົນ ເປັນຕົ້ນແມ່ນ ການສະແດງວັນນະຍຸດບໍ່ຄົບ ໂດຍສະເພາະແມ່ນ ໄມ້ເອ່ກ ແລະ ໄມ້ໂທ ແລະ ກໍອື່ນໆນໍາອີກ(ຢ່າງໜ້ອຍກໍຍັງພໍເດົາພາສາລາວອອກ). ມັນຈະດີຊໍ່າໃດ ຖ້າທ່ານສາມາດອ່ານພາສາລາວໄດ້ແບບ ເຕັມເມັດເຕັມໜ່ວຍ.

ດັ່ງນັ້ນ, ພວກເຮົາມາຕັ້ງຄ່າໃຫ້ເວບບຣາວເຊີຣ໌ອ່ານພາສາລາວໄດ້ແບບສົດສວຍ ດ້ວຍຮູບແບບການສະແດງຂອງ ຟອນທ໌ ເພັດສະຣາດ ກັນເທາະ!

ສໍາລັບທ່ານທີ່ໃຊ້ google chrome
1. ເປີດໜ້າເວບຂຶ້ນມາ

2. ເຂົ້າໄປທີ່ຕັ້ງຄ່າ
3. ເລື່ອນລົງໄປທີ່ Web Content
4. ເລືອກ customize fonts...
5.  ຈະມີໜ້າເດັ້ງຂຶ້ນມາ ຊື່ວ່າ font and encoding
6. ປັບເລືອກຟອນທ໌ທຸກຊ່ອງໃຫ້ເປັນ Phetsarath OT
7. ແລ້ວເລືອກ Done ດ້ານລຸ່ມສຸດ
ໝາຍເຫດ: ຖ້າປັບຕາມນີ້ແລ້ວ ພາສາລາວມີຂະໜາດນ້ອຍລົງ ແມ່ນສາມາດປັບໄດ້ທີ່ Standard Font ເປັນ 18 ຫຼື ຕາມຄວາມຕ້ອງການ.

ສໍາລັບທ່ານທີ່ໃຊ້ Firefox
1. ເປີດໜ້າເວບຂຶ້ນມາ

2. ໄປທີ່ Options
3. ແຖບຊ້າຍມືເລືອກ Content (ນັບດ້ານເທິງລົງມາອັນທີ 3)
4. ປັບ Fonts and Color ໃຫ້ເປັນ Phetsarath OT
5. ຄລິກທີ່ Advanced...(ຢູ່ແຖວດຽວກັບ Phetsarath)
6. ຈະມີໜ້າໃໝ່ເດັ້ງຂຶ້ນມາ ຊື່ Fonts
7. ປັບ Serif, Sans-serif ແລະ Monospace ເປັນ Phetsarath OT
8. ເລືອກ OK (ແຖວລຸ່ມສຸດ)

ພຽງເທົ່ານີ້ກໍໄດ້ອ່ານພາສາລາວແບບງາມໆກັນແລ້ວ

ຖ້າບົດຄວາມນີ້ມີປະໂຫຍດ ກໍຢ່າລືມ ຄໍາຂອບໃຈ ເພື່ອເປັນກໍາລັງໃຈໃຫ້ແດ່ເດີ








No comments:

Post a Comment