Thursday, July 25, 2013

ການທັດສະນະສຶກສາທີ່ເມືອງເຟືອງ

ເດືອນ ພຶດສະພາ 2011 ເປັນການນັດໝາຍທີ່ນັກສຶກສາ ຄະນະວິທະຍາ ສາດສິ່ງແວດລ້ອມ ປີ 3 ຣຸ່ນທີ 6 ໄປທັດສະນະສຶກສາທີ່ເມືອງເຟືອງ, ແຂວງ ວຽງຈັນ ໂດຍແບ່ງອອກເປັນ 2 ຂະບວນດັ່ງນີ້: ພາກວິຊາການຈັດການ ໄປວັນທີ 20 ແລະ ກັບມາວັນທີ 21, ພາກວິຊາວິທະຍາສາດ ໄປວັນທີ 21 ແລະ ກັບວັນທີ 22. ຂ້າພະເຈົ້າຮຽນພາກວິຊາວິທະຍາສາດ ຈິ່ງໄດ້ໄປຂະບວນທີ 2.
ວັນທີ 20 ຂ້າພະເຈົ້າໄດ້ໄປຕະຫຼາດ ເພື່ອຫາຊື້ເຄື່ອງໃຊ້ທີ່ຈຳເປັນ ເປັນ ຕົ້ນວ່າ ເຄື່ອງສຳອາງ, ຢາສະຜົມ, ສະບູ, ຢາຖູແຂ້ວແລະ ພິເສດ ແມ່ນຊື້ສະຫລິບໃໝ່(55). ໄປຖອນເງິນທະນາຄານ (ຕອນນັ້ນຂ້າພພະເຈົ້າຍັງບໍ່ທັນມີບັດ ATM ໃຊ້ນຳເພີ່ນ). ຕອນຄໍ່າມາກໍເກັບເຄື່ອງໃສ່ກະເປົາ(ເປ້).
     ວັນທີ 21, ຂ້າພະເຈົ້າຕື່ນແຕ່ເຊົ້າມືດ, ກຽມເຄື່ອງ ແລະ ອອກເດີນທາງໄປຮວມໝູ່ເພື່ອ ຂື້ນລົດທີ່ ຄສວ (ມຊ). ລົດບັສເລີ່ມເຄື່ອນຂະບວນໃນເວລາ 08:00. ທຳອິດນັກສຶກສາກໍພາກັນ ຮ້ອງລຳທຳເພງ ແລະ ມ່ວນຊື່ນເຮຮາ ແຕ່ກໍຍັງບໍ່ຄຶກຄື້ນປານໃດ ເພາະຍັງເກງໃຈອາຈານນຳພາ( ຮສ...) ເພງທີ່ຕິດມາກັບລົດບັສກໍມີ ສົງສານເມຍນ້ອຍ(ເມຍອ້າຍປະ ນ້ອງອາສາຮັບເອົາ....)ຮ້ອງໄປຮ້ອງມາ ບາງຄົນກໍລຳຄານ ແລະ ເລີ່ມເອົາສາຍສະເບົ້າຍັດຫູ(ອ້າວຍັດເຂົ້າໄປ). ບາງຄົນກໍນອນເອົາແທ້ເອົາວ່າ ບາງຄົນກໍຍັງຮ້ອງເອົາແທ້ເອົາວ່າ ຊ່າງບໍ່ແຄຣ໌ຄົນຟັງແດ່ ວ່າສຽງໂຕເອງມັນໜ້າລຳຄານສ່ຳໃດ(ຮ່າຮ່າ). ຢາກເອົາຮູບບັນຍາກາດຕ້ອນນັ້ນມາໃຫ້ເບິ່ງ ແຕ່ກໍເກງໃຈເຈົ້າຂອງເຂົາ
ຂະບວນລົດພວກເຮົາເດີນທາງມາເຖິງຕະຫຼາດ ນາກາງ ເມືອງເຟືອງ ໃນເວລາປະມານ 10:40, ລົດຈອດໃຫ້ນັກສຶກສາໄດ້ລົງກິນເຂົ້າຕາມອັດທະຍາໄສຂອງໃຜລາວ. ຕະຫຼາດແຫ່ງນີ້ບໍ່ໃຫຍ່ປານໃດ ແລະ ລາຄາກໍຖືວ່າຖືກເມື່ອທຽບກັບລາຄາໃນທ້ອງຕະຫຼາດທີ່ໃຈກາງນະຄອນຫຼວງວຽງຈັນ, ແຕ່ມື້ນີ້ ລາຄາທຸກຢ່າງກໍເໜັງຕິງ ແລະ ແພງກວ່າປົກກະຕິ. ປົກກະຕິເຝີລາຄາແປດພັນກີບ ກໍຂາຍໃນລາຄາ ສິບພັນກີບ ແລະ ເຂົ້າປຽກເສັ້ນລາຄາ ຫົກພັນກີບກໍຂາຍໃນລາຄາ ແປດພັນກີບ ແລະ ສິນຄ້າອື່ນໆກໍ ຂື້ນລາຄາຄືກັນ(ສົງໄສລາຄາສິນຄ້າອາດຈະຕື່ນນັກສຶກສາໃນເມືອງ ເລີຍພາກັນເໜັງຕິງ) ເຖິງປານນັ້ນ ກໍຂາຍດີເອົາແທ້ເອົາວ່າ ອາຫານປະເພດເຂົ້າ ແລະ ເສັ້ນໝົດກ້ຽງ.
     11:50 ຫຼັງຈາກກິນເຂົ້າອີ່ມແລ້ວ ຂະບວນລົດກໍອອກເດີນທາງມຸ່ງໜ້າສູ່ໜູ່ບ້ານພັດທະນາ ພູພຽງ. ບັນຍາກາດຕອນນີ້ເລີ່ມຄຶກຄື້ນດີ ເພາະມີແຜ່ນ ເພງໃໝ່ທີ່ອ້າຍນ້ອງຊື້ຕອນກິນເຂົ້າທີ່ຕະຫຼາດ ມັນເປັນເພງທີ່ກຳລັງດັງ ແລະ ຮິດໃນເວລານັ້ນ. ແຜນສຽງນັ້ນເປັນແຜ່ນສຽງຂອງນັກຮ້ອງປະເທດ ໄທ ບໍດີສະແລມ  ຄຣາມ, ຕິກເກີ, ຄວາມຮັກ ແລະ ເພງອື່ນໆອີກ .
12:34 ພວກເຮົາກໍມາເຖິງຈຸດໝາຍ. ບ້ານພູພຽງ ເປັນບ້ານເຜົ່າມົ້ງທີ່ປ່ຽນອາຊີບຈາກເຮັດໄຮ່ ມາເຮັດນາ ແລະ ຖືໄດ້ວ່າເປັນບ້ານແບບຢ່າງຂອງເມືອງ. ຈຸດທໍາອິດທີ່ພວກເຮົາມາແມ່ນ ໂຮງຮຽນ ປະຖົມບ້ານພູູພຽງ ເຊິ່ງຕັ້ງຢູ່ອີກຝາກຫ້ວຍນໍ້ຳ ຂ້າງຫຼັງໂຮງຮຽນມີຜາເປັນມ່ານຫຼັງ ເຮັດໃຫ້ໂຮງຮຽນ ແຫ່ງນີ້ມີສີສັນ ອອກໄປອີກແບບໜຶ່ງ. ເດີ່ນໂຮງຮຽນເຕັມໄປດ້ວຍຫຍ້າຂວາກ. ມີງົວ 1 ໂຕ ແລະ ໝູ 1 ໂຕຢູ່ໃນເດີ່ນໂຮງຮຽນ.
ບ້ານພູພຽງສ້າງຕັ້ງຂື້ນໃນປີ 1980 (ຜູ້ຂຽນຍັງບໍ່ເກີດຊໍ້າ) ເປັນບ້ານທີ່ມີ ພົນລະເມືອງມາຈາກ ຫຼາຍຖິ່ນເຊັ່ນ: ຊຽງຂວາງ, ຫຼວງພະບາງ ແລະ ບ້ານນາບອນ ແລະ ທີ່ອື່ນໆອີກ. ຈາກຫຼາຍສະພາບການ ໃນເວລານັ້ນ ເຮັດໃຫ້ຫຼາຍຄອບຄົວ ໄດ້ມີເງື່ອນໄຂໃນການມາຕັ້ງຖິ່ນຖານທີ່ນີ້. ປັດຈຸບັນ(2011) ບ້ານພູພຽງປະ ກອບມີ 78 ຫຼັງຄາເຮືອນ 90 ຄອບຄົວ.
ໃນການພົບປະກັບທາງອໍານາດການປົກຄອງຄັ້ງນີ້, ມີການແຂ່ງຮ້ອງເພງສຽງສົດ, ຍິງໜ້າ ເກັກ ແລະ ແຂ່ງຕີໝາກຂ່າງ. ກ່ອນກັບມາຫາບ່ອນນອນ ຕ້ອງໄປຍູ້ລົດຊ່ວຍກັນເພາະວ່າລົດບັດຄາຕົມ ໜ້າໝູ່ບ້ານ ກາຍໂຮງຮຽນໄປ ໜ້ອຍໜຶ່ງ.
15:00 ເລີ່ມອອກຈາກໂຮງຮຽນປະຖົມບ້ານພູພຽງ ມຸ່ງໜ້າກັບມາຫາ ເທດສະບານເມືອງເຟືອງ ເພື່ອມາຫາບ້ານພັກ. ພວກຂ້າພະເຈົ້າໄດ້ມາພັກຢູ່ ເຮືອນພັກ ບຸດສະບາ. ມັນເປັນເຮືອນພັກ 2 ຊັ້ນ ມີຫ້ອງພັກປະມານ 10 ຫ້ອງ. ລັກສະນະຫ້ອງພັກກໍເປັນແບບທໍາມະດາ ບ້ານໆ ແລະ ເໝາະສົມກັບລາຄາ ຫ້າໝື່ນກີບຕໍ່ຄືນ. ຄືນນັ້ນພວກເຮົານອນອັດກັນ 3 ຄົນ ເພາະຫ້ອງພັກມີໜ້ອຍ ແຫ່ງ ແລະ ນັກສຶກສາທັດສະນະຫຼາຍເອົາຮ້າຍ(ຈັກພາກັນມາຫຍັງຫຼາຍກະດໍ້). ບັນຍາກາດພາເຂົ້າແລງຄືນນີ້ ພວກ ເຮົາແຊຣ໌ກັນ (ແຕ່ບາງຄົນກໍບໍ່ຈ່າຍ). ພວກເຮົາຢືມສາດ, ຖ້ວຍ, ບ່ວງ ແລະ ຈານນໍາເຈົ້າຂອງ ເຮືອນພັກເພີ່ນ ແລະ ພາເຂົ້າແລງສາມັກຄີ(ສາມັກຄີກັນກິນ)ກໍຈັດຂື້ນແບບລຽບງ່າຍທີ່ໜ້າເຮືອນພັກ. ຫຼັງຈາກກິນເຂົ້າແລງແລ້ວ ກໍພາກັນອອກໄປເລາະເບິ່ງບັນຍາກາດຕົວເມືອງໃນ ຍາມຣາຕີ (ຢາກເຫັນ ເມືອງເຟືອງວ່າຊັ້ນເທາະ). ຂ້າພະເຈົ້າຊື້ເບຍລາວປ໋ອງໃຫຍ່ 1 ປ໋ອງ. ປະກົດວ່າເບຍປ໋ອງນັ້ນ ໃຫຍ່ເປັນພິເສດ ກິນຄົນດຽວອ້ອມເມືອງກໍຍັງບໍ່ ໝົດ,​ສຸດທ້າຍກໍເອົາມາປະໄວ້ໜ້າບ້ານພັກ (ຍັງເຫຼືອຕັ້ງວ່າເຄິ່ງໜຶ່ງພຸ້ນນະ ເສຍດາຍເດ). ຄືນນັ້ນພວກເຮົາມານັ່ງທີ່ ບັນເທີງສຸວັນນາ(ວ່າສິລັກມາ ແຕ່ພໍມາຮອດກໍເຫັນ ຄະນະພວກເຮົາຈໍານວນໜຶ່ງຢູ່ກ່ອນແລ້ວ). ພວກເຮົານັ່ງຢູ່ ລະບຽງເບື້ອງ ແຄມທາງ ແລະ ຕໍ່ໂຕະກັນຍາວ(ຍາວປານຫາງວ່າວ) ບັນຍາກາດຄຶກຄື້ນດີ ເພາະມີອີເລັກໂທນ ມາເສບຕ້ອນຮັບ. ຄືນນັ້ນ ຂ້າພະເຈົ້າປະກອບ 1 ສຽງເພງ ຄືເພງ ກ້ຽວສາວແຄມງື່ມ (ບໍ່ຢາກບອກດອກວ່າຮ້ອງຄູ່ກັບໃຜ ຢ້ານເຂົາອາຍ 55).
ວັນທີ 22 ພຶດສະພາ 2011. ຕອນເຊົ້າຫຼັງຮັບປະທານອາຫານເຊົ້າແລ້ວ ຂະບວນລົດພວກເຮົາກໍອອກເດີນທາງມຸ່ງໜ້າສູ່ບ້ານຈັດສັນໃໝ່ ໂພນສະຫວາດ ເຊິ່ງເປັນບ້ານທີ່ ຍ້າຍມາຈາກ ໂຄງການອ່າງນ້ໍາງື່ມ 5(ຖ້າຈື່ບໍ່ຜິດ) ໝູ່ບ້ານຕັ້ງ ລຽງລາຍກັນຢ່າງເປັນລະບຽບສຸດສາຍຕາ.
ກ່ອນກັບຄືນນະຄອນຫຼວງວຽງຈັນ ຂະບວນໄດ້ພາທ່ຽວຊົມ ເຂື່ອນ ໄຟຟ້ານ້ໍາລີກ 1-2. ນ້ໍາກ້ອງເຂື່ອນເຮືອນຈັກເປັນສີ ດໍາ ແລະ ມີກິ່ນເໝັ່ນຍ້ອນ ການອອກແບບການກໍ່ສ້າງບໍ່ໄດ້ມາຕະຖານ ບໍ່ມີມາຕະການ ທີ່ດີພໍ ເຮັດໃຫ້ຜົນ ກະທົບມີຫຼາຍ ແລະ ເຮັດໃຫ້ນັກສຶກສາຫຼາຍຄົນອຶ້ງກັບພາບທີ່ເຫັນ. ທີ່ບ່ອນປ່ອຍນໍ້ຳໜ້າເຂື່ອນໄດ້ມີການປະທະກະຖາຂອງຜູ້ຮັບຜິດຊອບເຂື່ອນ. ຈາກພາບທີ່ໄດ້ເຫັນ ເຮັດ ໃຫ້ຫຼາຍຄົນ ຕັ້ງໃຈທີ່ຈະສຶກສາ ແລະ ເປັນນັກ ພັດທະນາທີ່ດີ(ປານນີ້ໝົດຄວາມຕັ້ງໃຈລະບໍນໍ?)
ຫຼັງຈາກນັ້ນພວກເຮົາກໍມຸ່ງໜ້າກັບຄືນສູ່ນະຄອນຫຼວງວຽງຈັນ ແຕ່ເຫດ ການທີ່ບໍ່ຄາດຄິດ ກໍເກີດຂື້ນ ມັນເປັນເຫດການທີ່ເຮັດໃຫ້ຫຼາຍຄົນດີໃຈ ແລະ ຫຼາຍຄົນເສຍໃຈ. ດິນຖະຫຼົ່ມທັບທາງ ເຮັດໃຫ້ທາງຂາດ ແລະ ພວກເຮົາອາດຈະໄດ້ນອນພັກທີ່ນີ້ອີກ 1 ຄືນ(ຖ້າໄດ້ນອນອີກ 1 ຄືນຄົງໄດ້ ເຫັນເມືອງເຟືອງແທ້ໆ). ແຕ່ສຸດທ້າຍກໍ່ກັບມາຈົນໄດ້. ບັນຍາກາດໃນ ລົດຕອນນີ້ ເລີ່ມມີການ ແຈກນໍ້າຫົວເສືອກັນແລ້ວ. ທໍາອິດກໍເກງໃຈອາຈານ ນໍາພາ ແຕ່ສຸດທ້າຍກໍພາກັນໂຢກ ຈົນລົດໄກວ. ບາດເມົາແລ້ວເຕັ້ນເອົາແທ້ເອົາວ່າ ໂດຍສະເພາະແມ່ນຄົນທີ່ເກັບກົດມາດົນ(ແມ່ນໃຜນໍ້)
ລອງມາຫວນຄວາມຫຼັງກັນເບິ່ງວ່າມັນແມ່ນຄວາມຮູ້ສຶກໃຜທີ່ຂຽນໄວ້ດັ່ງນີ້:
ຮູ້ສຶກທໍາມະດາ ແຕ່ກໍດີໃຈ ແລະ ຕື່ນເຕັ້ນເລັກໜ້ອຍ ເນື່ອງຈາກວ່າມາກັບໝູ່ ຫຼາຍຄົນ ແລະ ຍັງເປັນເທື່ອທໍາອິດ ຕັ້ງແຕ່ໄດ້ຮຽນນຳກັນມາ
ຮູ້ສຶກດີໃຈເລັກນ້ອຍ ເພາະໄດ້ລາພັກວຽກມາ ແລະ ໄດ້ກິນຂອງຟຣີນຳໝູ (ຈັງແມ່ນມັກກິນ) ແລະ ທີ່ສຳຄັນ ແມ່ນພວກເຮົາມານໍາ ກັນຫຼາຍຄົນ ສ່ວນຫຼາຍແມ່ນນັກສຶກສາຫ້ອງດຽວກັນ (ເຫັນຂີ້ພື້ນກັນໝົດແລ້ວ)
ມື້ນີ້ແມ່ນມື້ທໍາອິດ ໃນຖານະທີ່ເປັນນັກສຶກສາ ຄສວ ໄດ້ມາທັດສະນະ, ຮູ້ສຶກດີ ເພາະເຫັນ ທຸກຄົນຍິ້ມແຍ້ມແຈ່ມໃສ ເບີກບານມ່ວນຊື່ນ. ດີໃຈ(ໜ້ອຍໜຶ່ງ) ແຕ່ກໍເມື່ອຍຫຼາຍ (ສົງໄສຄົງເຫັນ ເມືອງເຟືອງແລ້ວແມ່ນບໍ?)

ການເດີນທາງຄັ້ງນີກໍຈົບລົງ ແລະ ຂໍເກັບໄວ້ໃນຄວາມຊົງຈຳຕະຫຼອດໄປ
ຫວັງວ່າເພື່ອນໆທີ່ໄດ້ອ່ານຍັງຈຳເຫດການນີ້ໄດ້ດີ

ແລ້ວພົບກັນໃນການເດີນທາງຄັ້ງໜ້າ
ຂອບພະຄຸນທີ່ທ່ານກາຍມາທາງນີ້