ເລື່ອງສັ້ນ

ເລື່ອງສັ້ນ ເລືອກເກີດບໍ່ໄດ້ແຕ່ເລື່ອກທາງເດີນໄດ້
ມາໂຮງຮຽນທຸກມື້ນີ້ຊ່າງມີແຕ່ແນວແປກໆໃໝ່ໆຂຶ້ນທຸກມື້ທຸກວັນ ແຕ່ກ່ອນພາກັນຂີ່ເວບ ຈີນ ຫຼື ຮອນດ້າດຣີມ ແມ່ນກະທັງບາງເທື່ອລົດຖີບສະແຕນດາດກໍຍັງຂີ່ມາໄດ້. ມາບາດນີ້ທຸກ ຢ່າງມັນໄດ້ປ່ຽນໄປ ທຳອິດໃຜຂີ່ເທນ່າ ກໍວ່າທັນສະໄໝທີ່ສຸດແລ້ວອ່ານຕໍ່
==========================================================================
ເລື່ອງສັ້ນ ຄຶດຮອດບ້ານ ໂດຍນັກຂຽນ ສ.ສາຍພູກູດ
ເມື່ອຄ່ຳລົງແລງ ແດດອ່ອນແສງເປັນສີເຫຼືອງອ່ອນປົກຄຸມໄປທົ່ວ  ທ້ອງຟ້ານະຄອນຫຼວງວຽງຈັນແຈ້ງແຈ່ມໃສເບີກບານ ເໝືອນກັບວ່າພວມຍີ້ມຕ້ອນຮັບ ງານມະຫາກຳກິລາຊີເກມທີ່ ລາວເຮົາໄດ້ຮັບກຽດເປັນເຈົ້າພາບ. ເໜືອນດັ່ງວ່າທ້ອງຟ້າກໍມີຄວາມດີໃຈ ທີ່ຈະໄດ້ມີໂອກາດ ຕ້ອນຮັບ ແຂກບ້ານແຂກເມືອງຄືກັບພີ່ນ້ອງຊາວລາວທຸກທົ່ວໜ້າ. ອ່ານຕໍ່
==========================================================================

ເລື່ອງສັ້ນ ບ້າຫວຍ ໂດຍນັກຂຽນ ສ.ສາຍພູກູດ

ສັດຜູ້ເຖົ້າ, ສັດຜູ້ເຖົ້າ, ອືຫື...ມື້ແລງຕ້ອງເອົາຄັກໆກ່ອນນາ ຖ້າງວດນີ້ຍັງບໍ່ຖືກກໍບໍ່ເປັນຕາເຊື່ອມັນອັນຄວາມຝັນນີ້. ພໍ່ແຫຼ້ຮຳເພິງກັບໂຕເອງ ທັງຄຶດທັງຂຽນເລກລົງໃສ່ປື້ມຄິດໄລ່. ມື້ຄືນນີ້ລາວຝັນດີ ຝັນວ່າລາວໄດ້ໄປພົບພຣະລືສີຢູ່ໃນຖ້ຳແຫ່ງໜຶ່ງກໍເລີຍຂໍເລກນຳເພີ່ນ. ແນວວ່າໃກ້ຊິຮອດມື້ເລກອອກແລ້ວ ຫາຍໃຈເຂົ້າກໍເປັນເລກ ຫາຍໃຈອອກກໍເປັນເລກ ຍາມນອນກໍເລີຍຝັນເປັນເລກ. ລາວນັ່ງໃຊ້ຄວາມຄິດພະຍາຍາມຕີຄວາມຝັນນັ້ນໃຫ້ເປັນເລກ. ລາວຄິດວ່າງວດນີ້ຕ້ອງເອົາຄັກໆບໍ່ໃຫ້ມັນພາດອີກ, ສັດຜູ້ເຖົ້າຍັງຕິດແໜ້ນໃນສະໝອງ ແລະ ຫ້ວງນຶກຂອງລາວ ສັດຜູ້ເຖົ້ານອກຈາກກະປູແລ້ວ ຈະເປັນສັດອື່ນບໍ່ໄດ້ເດັດຂາດ ແນວວ່າກະປູມັນໄຕ່ມັນຄານຊ້າໆ ຄືກັບຜູ້ເຖົ້າ. ດັ່ງນັ້ນ, ລາວຈິ່ງປົງຫຼັກປັກໃຈກັບເລກກະປູໂຕດຽວ. ຄິດໄປຂຽນໄປ, ໄລ່ໄປຂຽນ ໄປ ສະຫຼູບແລ້ວໄດ້ເລກເດັດຢູ່ສິບຮູ. ອ່ານຕໍ່...
===============================================
ເລື່ອງສັ້ນພຽງຄວາມຝັນ ເປັນຜົນງານການເລີ່ມຕົ້ນການຂຽນ ຂອງ ນັກຂຽນ ສ.ສາຍພູກູດ ທີ່ສະທ້ອນເຖິງຄວາມຝັນຂອງເດັກບ້ານນອກຄົນໜຶ່ງທີຢາກໄປໂຮງຮຽນນໍາໝູ່. 
ອ່ານເລື່ອງນີ້ເຕັມບົດໄດ້ທີ່ນີ້...
==============================================
ເລື່ອງສັ້ນ ຊະຕາອາພັບ ເປັນຜົນງານການຂຽນ ຂອງ ນັກຂຽນ ສ. ສາຍພູກູດ ທີ່ສະທ້ອນໃຫ້ເຫັນເຖິງຄວາມຮັກ ແລະ ຄວາມຜູກພັນ ຂອງ ຄອບຄົວໃນວັນທີ່ ສາຍເກີນໄປເກີນວ່າຈະຫວນກັບໄປແກ້ໄຂໄດ້. ອ່ານເລື່ອງທັງໝົດໄດ້ທີ່ນີ້
===========================================
ເລື່ອງສັ້ນ ແດນບ້ານເກີດ ຈາກປາຍປາກກາ ນັກຂຽນ ສ.ສາຍພູກູດ
ຊີວິດຊາວຊົນນະບົດ, ເປັນຊີວິດທີ່ອີງອາໄສ ແລະ ຕິດພັນກັບທຳມະຊາດ, ປີໃດດິນຟ້າອາກາດອຳນວຍ ປີນັ້ນກໍພໍກຸ້ມຢູ່ກຸ້ມກິນ, ປີໃດດິນຟ້າອາກາດບໍ່ອຳນວຍ ປີນັ້ນຊີວິດການເປັນຢູ່ແມ່ນພົບຄວາມຍຸ້ງຍາກຂາດເຂີນ. ແຕ່ດຶກດຳບັນມາບ້ານຂ້ອຍແມ່ນອຸດົມສົມບູນດ້ວຍເຂົ້າປາອາຫານ. ບ້ານຂ້ອຍຕັ້ງລຽບຕີນພູທີ່ຄົດໂຄ້ງ ຖ້າຂຶ້ນຈອມພູຫົວບ້ານ ແລະ ຫຼຽວມາທາງລຸ່ມ ຈະເຫັນຫຼັງຄາເຮືອນຢາຍລຽບຕາມຕີນພູເປັນແຖວຍາວຢຽດໂຄ້ງ ແລະ ທົ່ງນານ້ອຍຢູ່ເປັນຍ່ານໆ. ມີແມ່ນ້ຳສາຍໃຫຍ່ໄຫຼຜ່ານຕີນບ້ານ, ແມ່ນ້ຳນີ້ທັງເລິກ ແລະ ອຸດົມສົມບູນດ້ວຍສັດນ້ຳນາໆຊະນິດ... [ອ່ານຕໍ່]
 
===============================================
ຂອງຝາກຈາກສົມຊາຍ ເປັນຜົນງານການຂຽນ ຂອງ ນັກຂຽນສະໝັກລິ້ນ ສ.ສາຍພູກູດ ທີ່ສະທ້ອນໃຫ້ເຫັນເຖິງ ການຈາກບ້ານມາເພື່ອການສຶກສາ ຂອງ ນັກສຶກສາຕ່າງແຂວງ ຜູ້ທີ່ຫຼົງແສງສີ ແລະ ລືມພູມຫຼັງຂອງຕົນ ຈົນເຮັດໃຫ້ ຄວາມຫວັງຂອງຜູ້ສົ່ງເສຍໃຫ້ເຂົາໄດ້ສຶກສາຮໍ່າຮຽນຕ້ອງພັງລະລາຍ. ແຕ່ສຸດທ້າຍ ຖ້າເຮົາສໍານຶກ ແລະ ປັບຕົວໄດ້ທັນ ຊີວິດນີ້ຍ່ອຍມີທາງອອກສະເໝີ. ເລື່ອງລາວຈະເປັນແນວໃດ ອ່ານໄດ້ຈາກທີ່ນີ້
===============================================
ເລື່ອງສັ້ນ ນໍ້າໃຈ ເປັັນຜົນງານການຂຽນຂອງ ສ.ສາຍພູກູດ ລົງທາງໜັງສືພິມ ວຽງຈັນໃໝ່ ເມື່ອຫຼາຍປີຜ່ານມາ

ງານຄອນເສີດທີ່ສູນການຄ້າ ລາວ-ໄອເຕັກ ມື້ນີ້ຊ່າງມີແຕ່ຄວາມຟົດຟື້ນລື່ນເລິງອະລັງການ, ບັນດານັກຮ້ອງນັກດົນຕີຈາກຄ້າຍເພງຕ່າງໆໄດ້ມາສະແດງເຮັດໃຫ້ທຸກຄົນທີ່ມາຮ່ວມງານ ຮູ້ສືກດີໆທັງນັ້ນ. ເພງລາວແບບບ້ານນາ ແລະ ເພງລາວສະໄໝຜັດປ່ຽນກັນດັງ, ແຕ່ລະເພງກໍໄດ້ຮັບຄວາມນິຍົມຈາກແຟນໆ, ສຽງກີດສຽງຮ້ອງດັງບໍ່ຂາດໄລຍະ ປະສານກັບສຽງຕົບມືດັງເພືອບໆພ້ອມກັນ...   ສາວໜ້າໃສຄົນໜຶ່ງ ສົ່ງສຽງຮ້ອງສຽງກີດຢູ່ທາງຫຼັງຄຳແພງ, ສຽງນັ້ນນຸ່ມນວນມີພະລັງຊວນໃຫ້ຄຳແພງຕ້ອງຫຼຽວໄປເບິ່ງ ເຮັດໃຫ້ສາວຄົນນັ້ນຜ່ອນສຽງລົງ ແຕ່ຄຳແພງຍິ້ມໃຫ້ ແລະ ສົ່ງສາຍຕາໃນທຳນອງບອກວ່າບໍ່ເປັນຫຍັງ, ບໍ່ຕ້ອງເກງໃຈ. ທຸກຄັ້ງທີ່ເຂົາຫຼຽວໄປເບິ່ງນາງກໍໄດ້ຮັບສາຍຕາສົ້ມຕາຫວານຍີ້ມຕອບກັບມາ ຈົນເຮັດໃຫ້ຫົວໃຈຂອງຄຳແພງເຕັ້ນໄວຜິດປົກກະຕິ. ເຂົາຢາກຫັນກັບໄປເບິ່ງໜ້ານາງອີກແຕ່ກໍຢ້ານວ່າຈະເສຍມາລະຍາດ. ເຂົາເລີ່ມກະວົນກະວາຍ ແລະ ບໍ່ໄດ້ໃສ່ໃຈກັບຄອນເສີດເລີຍ, ສຽງກີດສຽງຮ້ອງຂອງສາວໜ້າໃສເຮັດໃຫ້ຄວາມຕັ້ງໃຈ ຂອງຄຳແພງປ່ຽນໄປຈົນໄດ້... (ອ່ານຕໍ່ໄດ້ທີ້ນີ້)
 ====================================================
ຄິດຮອດຄົນໄກ ເປັນເລື່ອງສັ້ນ ຂອງ ນັກຂຽນ ສ.ສາຍພູກູດ ນັກຂຽນສະໝັກຫຼິ້ນ ເຊິ່ງມີຜົນງານ ອອກທາງໜັງສືພິມວຽງຈັນໃໝ່ ໃນໄລຍະ ປີ 2008. ຄິດຮອດຄົນໄກ ເປັນເລື່ອງຄວາມຮັກ ຂອງ ບ່າວສາວບ້ານປ່າ ທີ່ຍັງບໍ່ທັນມີໂທລະສັບໃຊ້, ສ່ວນໄຟຟ້າກໍມີພຽງ ໄຟຟ້ານໍ້າຢອດ. ເມື່ອຄົນຮັກຈາກໄປວຽງຈັນ ເພື່ອໄປຢູ່ເປັນເພື່ອນເອື້ອຍໃນໄລຍະອ້າຍເຂີຍໄປ ຮຽນຕໍ່ຕ່າງປະເທດ. ເຮັດໃຫ້ ການພັດພາກເກີດຂຶ້ນ...ທ່ານສາມາດອ່ານບົດເລື່ອງໄດ້ທີ່ນີ້
====================================================

No comments:

Post a Comment