Monday, December 18, 2017

ເລື່ອງສັ້ນ ເລືອກເກີດບໍ່ໄດ້ ແຕ່ເຮົາເລືອກທາງເດິນໄດ້

      ມາໂຮງຮຽນທຸກມື້ນີ້ຊ່າງມີແຕ່ແນວແປກໆໃໝ່ໆຂຶ້ນທຸກມື້ທຸກວັນ ແຕ່ກ່ອນພາກັນຂີ່ເວບ ຈີນ ຫຼື ຮອນດ້າດຣີມ ແມ່ນກະທັງບາງເທື່ອລົດຖີບສະແຕນດາດກໍຍັງຂີ່ມາໄດ້. ມາບາດນີ້ທຸກ ຢ່າງມັນໄດ້ປ່ຽນໄປ ທຳອິດໃຜຂີ່ເທນ່າ ກໍວ່າທັນສະໄໝທີ່ສຸດແລ້ວ ນັ້ນກໍໝົດຄວມນິຍົມໄປອີກ ເມື່ອຫຼາຍຄົນຫັນມາຊື້ ຮອນດ້າຄລິກ ຫຼື ສະແມັຊ ຄັນງາມໆລາຄານັບຫົວສິບລ້ານຂຶ້ນໄປ ແລະ ກຳລັງເປັນທີ່ນິຍົມຊົມຊອບກັນຫຼາຍ.
          ເມື່ອໝູ່ຂ້ອຍຫຼາຍຄົນຫັນໄປນິຍົມຮອນດ້າຄລິກ ຫຼີກຂ້ອຍໃຫ້ຂີ່ລົດເວບຈີນພຽງຜູ້ດຽວ ເວົ້າແນວນີ້ກໍບໍ່ໄດ້ໝາຍຄວາມວ່າ ບໍ່ມີຄົນຂີ່ລົດເວບຈີນດອກ ມັນເປັນພຽງຄົນໃນກຸ່ມພວກຂ້ອຍ ເທົ່ານັ້ນ. ຂີ່ລົດຫຍັງໄປຮຽນມັນກໍບໍ່ສຳຄັນດອກ ຂໍພຽງແຕ່ຕັ້ງໃຈຮຽນກໍຫາກໄດ້ຄະແນນດີນຳເຂົາ ແມ່ນຊິຂີ່ລົດລາຄາຫລາຍໆສິບລ້ານໄປຮຽນກໍບໍ່ເກັ່ງດອກ ຖ້າບໍ່ຕັ້ງໃຈຮຽນ.
          ໝູ່ຂອງຂ້ອຍປ່ຽນລົດຂີ່ນັບຄັນບໍ່ຖ້ວນ ບຶດລະລົດຊະນິດນັ້ນ ຄາວລະລົດຊະນິດນີ້, ຂ້ອຍ ຂີ່ລົດເວບຈີນຄັນເກົ່າໄດ້ສາມປີແລ້ວຍັງບໍ່ເປັນຫຍັງ. ນອກຈາກແລ່ນນຳແຟຊັ່ນລົດທັນສະໄໝ ແລ້ວ ພວກເຂົາຍັງເຫີ່ນຳມືຖືທີ່ທັນສະໄໝອີກ ທຳອິດກໍແມ່ N70 N73 N95 ບາງຄົນຊື້ແພງ ຮອດສິບປາຍລ້ານກະຍັງມີ ພວກເຂົາຊ່າງຕ່າງຈາກຂ້ອຍທີ່ພໍ່ຊື້ມືຖືໃຫ້ເປັນຂອງຂວັນຕັ້ງແຕ່ເສັງ ຈົບມໍສາມພຸ້ນ ເຖິງໜ່ວຍມັນຈະໃຫຍ່ ແລະ ຮຸ່ນມັນບໍ່ເທ່ປານໃດ ແຕ່ມັນກໍໃຊ້ດີສົມຄວນ ການທີ່ ຂ້ອຍບໍ່ຟຸມເຟືອຍນຳໜູ່ອາດເປັນຍ້ອນພໍ່ຂ້ອຍເຄີຍບອກວ່າ ຊື້ແພງປານໃດ ບາດໂທກໍເສຍເງິນຄື ກັນຫັ້ນລະ ອັນທີ່ເບິ່ງໜັງຟັງເພງໄດ້ ພໍ່ເຄີຍບອກວ່າ ໄປໂຮງຮຽນເພື່ອໄປຮຽນເອົາຄວາມຮູ້ ບໍ່ ແມ່ນໄປອວດຮັ່ງອວດມີໃສ່ກັນ ຄວາມຮັ່ງມີທີ່ເຮົາມີຢູ່ເປັນຂອງພໍ່ແມ່ພຸ້ນ ຖ້າເຮົາບໍ່ມີຄວາມຮູ້ ຄວາມສາມາດ ແມ່ນຈະຕົກຢູ່ເທິງກອງຊັບສົມບັດອັນມະຫາສານ ທີ່ພໍ່ແມ່ມອບໃຫ້ກໍບໍ່ກຸ້ມ ດົນດອກ...ດີໃດເນາະ? ແຕ່...ມັນຢາກຝືນຄວາມຮູ້ສຶກບໍ່ເລີກບໍ່ແລ້ວ...
          ສຳລັບຂ້ອຍແລ້ວ ຄວາມຮູູ້ຄວາມສາມາດແມ່ນສຳຄັນຍິ່ງກວ່າສິ່ງອື່ນໝົດ ການທີ່ຈະຊື້ ລົດຄັນໃໝ່,ມືຖືໜ່ວຍໃໝ່ ລາຄານັບຫຼາຍລ້ານນັ້ນ ແໜງວ່າເອົາໄປຈ້າງຮຽນເພີ່ມຈະດີກວ່າ. ການທີ່ຂ້ອຍຄິດໄດ້ແນວນີ້ອາດເປັນເພາະພໍ່ແມ່ຂອງຂ້ອຍບໍ່ລວຍ ພໍ່ຂ້ອຍເຄີຍແນະນຳສະເໝີ ວ່າຕອນລູກຍັງນ້ອຍຈົ່ງຕັ້ງໃຈສຶກສາຮ່ຳຮຽນ ຖ້າລູກມີຄວາມຮູ້ຄວາມສາມາດ ລູກຊິສະບາຍ ເມື່ອເຕີບໂຕຂຶ້ນເປັນຜູ້ໃຫຍ່ ໃຫ້ຄຶດສະເໝີວ່າ ພໍ່ແມ່ໃຫ້ຊີວິດແລ້ວ ພໍ່ແມ່ອາດລ້ຽງເຈົ້າບໍ່ຮອດມື້ ຕາຍໃດ... ເຮັດແນວໃດຊິລ້ຽງໂຕເອງກຸ້ມກໍຄຶດເອົາ ລູກກໍໃຫຍ່ແລ້ວ...
          ໝູນັ້ນຕິ ເກືອບວ່າ ມີຊູ້ມີແຟນໝົດແລ້ວ ໄປໂຮງຮຽນກໍໄປຫຼິ້ນຫຼາຍກວ່າໄປຮຽນ ຄິດເບິ່ງ ຂະໜາດຂຶ້ນຫ້ອງຮຽນກໍຍັງລັກຫຼິ້ນໂທລະສັບຢູ່ ຈັກວ່າເຂົາເຮັດຫຍັງ ບາງຄົນກົ້ມງຸບໆ ບຶດລະສົ່ງ ຂໍ້ຄວາມຫາຜູ້ນັ້ນຜູ້ນີ້ຢູ່ບໍ່ເຊົາ ບາດຮອດຍາມພັກຜ່ອນ ກໍເປີດເພງແຂ່ງກັນກັນ ຟັງເຂົາອ່ານຂໍ້ ຄວາມອວດກັນນັ້ນປານວ່າບໍ່ແມ່ນຄົນລາວເອົາໂລດ ຖ້າແມ່ນພາສາຝຣັ່ງອັງກິດກໍໄຄແດ່ ອັນນີ້ ລະທີ່ເຂົາວ່າພາສາພາເພ ຈັກສັນໆ ເທີໆ ຄຸນໆ ທຳນອງນີ້ລະ. ບາງຄົນກໍອວດວ່າມື້ຄືນໂທຫາຜູ້ ສາວໝົດຄືນຈັ່ງແມ່ນມ່ວນ ຈັ່ງແມ່ນຖືກໃຈ ຊົ່ວໂມງໜຶ່ງແຕ່ພັນປາຍ ສອງພັນກີບເທົ່ານັ້ນ. ເລື່ອງ ການແຕ່ງກາຍ ບາງຄົນປານວ່າບໍ່ແມ່ນນັກຮຽນເອົາໂລດ. ຍາມເສັງຫັ້ນຕິເພີ່ນເປັນຮ້ອນເປັນຮົນ ຖ້າເປັນວິຊາເລົ່າກໍຖ້າແຕ່ຊິກ່າຍປື້ມ ຖ້າເປັນວິຊາຄິດໄລ່ກໍອົມກົ້ນປິກ ງວາກພຸ້ນຫຼຽວພີ້ລໍຖ້າແຕ່ ກ່າຍໝູ່ກ່າຍເພື່ອນ. ຮອດຍາມເລີກຮຽນຫຼາຍຄົນເຂົາພາກັນຮຽນເພີ່ມ ແຕ່ພວກນີ້ຕິຊວນກັນໄປ ທ່ຽວຫຼີນ ບາງເທື່ອກໍເຂົ້າເທັກເຂົ້າບາທຳທ່າເປັນນັກເລງເສ້ືອຂາວ ບາງຄົນຕົວະຮອດພໍ່ແມ່ວ່າໄປ ຮຽນເພີ່ມ ບາດໄດ້ເງິນແລ້ວບໍ່ມີໃຜຮູ້ດອກວ່າພວກເຂົາພາກັນໄປໃສ ນອກຈາກພັກພວກດຽວ ກັນເທົ່ານັ້ນ. ພໍ່ແມ່ບາງຄົນເຂົ້າຂ້າງລູກຕະຫຼອດ ວ່າແຕ່ລູກໄປຮຽນເພີ່ມ ພໍ່ແມ່ບາງຄົນ ເມື່ອມີ ຄົນອື່ນບອກວ່າລູກຕົນເອງເຮັດແນວບໍ່ດີ ກໍປະຕິເສດທັນທີ ແລະ ຍັງດ່າພວກເຂົາ ຕື່ມອີກວ່າ ພວກເສືອກເລື່ອງຊາວບ້ານ...ພວກຄົນບໍ່ມີການສຶກສາ...ພວກຄົນບໍ່ມີລະດັບ...ພວກໆ... ຈົນວ່າ ບໍ່ມີໃຜຢາກຈະສົ່ງຂາວຫາພໍ່ແມ່ຂອງພວກເຂົາເລີຍ ເຖິງຮູ້ເຫັນເຕັມຕາກໍທຳທ່າເສີຍໆ ບາດລູກ ຕົນເອງເປັນຄືເຂົາເວົ້າແທ້ເພີ່ນກໍໂທດໂຮງຮຽນ ໂທດຄູອາຈານວ່າບໍ່ສັ່ງບໍ່ສອນ ບໍ່ເຄີຍຄິດເບິ່ງໂຕ ເອງເລີຍ. ຂ້ອຍບໍ່ເຄີຍໄປຫຼິ້ນຫຼັງຈາກເລີກຮຽນ, ເມື່ອເລີກຮຽນເພີ່ມແລ້ວກໍຕັ້ງໜ້າຕັ້ງຕາກັບບ້ານ ເພື່ອຊ່ວຍວຽກເຮືອນການຊານ ຖ້າບໍ່ມີວຽກຫຍັງກໍໄປອອກກຳລັງກາຍນຳພໍ່...
          ການທີ່ຂ້ອຍບໍ່ໄປນຳເຂົາ ແລະ ບໍ່ເຮັດນຳເຂົາ ພວກຂ້ອຍຈິ່ງບໍ່ສະໜິດກັນປານໃດ ເວລາ ພັກຜ່ອນຂ້ອຍມັກອ່ານເລື່ອງ, ແກ້ເລກ ຫຼື ກໍຫັດແຕ່ງເລື່ອງສັ້ນ. ສ່ວນໝູ່ກຸ່ມນັ້ນກໍມີແຕ່ໂສກັນ ຖຽງກັນ ແລະ ເປີດເພງແຂ່ງກັນ ເບິ່ງແລ້ວຄືຊິບໍ່ເປັນບ້ານເປັນເມືອງນຳເພີ່ນດອກ ບໍ່ສົມກັບຄຳ ວ່າ ຊາວໜຸ່ມເປັນກະດູກສັນຫຼັງຂອງຊາດ ຖ້າຊາວໜຸ່ມເປັນແນວນີ້ໝົດ ບໍ່ຮູ້ວ່າພວກເພີ່ນຊິພາ ຊາດໄປຮອດໃສ. ຂ້ອຍຍັງຈື່ໄດ້ວ່າເມື່ອເສັງວິຊາເລກເດືອນຜ່ານມາ ໝູ່ຄົນໜຶ່ງບອກຂ້ອຍວ່າ ນ້ອງຊາຍໃຫ້ອ້າຍກ່າຍແດ່ ຢ່າຂີ້ຖີ່ຫຼາຍ ເລີກນີ້ຊິລ້ຽງດອກ... ຂ້ອຍກໍໃຫ້ເຂົາກ່າຍແດ່ແນວວ່າໝູ່ ກັນມັນຕັດຂາດກັນບໍ່ໄດ້ ເຖິງວ່າພວກຂ້ອຍບໍ່ໄປທ່ຽວນຳກັນ ແຕ່ພວກຂ້ອຍກໍບໍ່ເຄີຍຜິດຖຽງກັນ ຖ້າວ່າຊິບໍ່ຊ່ວຍເຂົາກໍທຳຕົນຢ່າງໜ້າສົງສານ ບາງເທື່ອອາຈານເຄັ່ງຫຼາຍກໍບໍ່ໃຫ້ກ່າຍຫັ້ນລະ.
          ພວກເຂົາພາກັນໄປທ່ຽວຫຼິ້ນຕະຫຼອດຫຼັງຈາກເລີກຮຽນ ຂ້ອຍບໍ່ຮູ້ນຳພວກເຂົາດອກວ່າ ພວກເຂົາພາກັນໄປໃສ ໄລຍະເດືອນນີ້ພວກເຂົາພາກັນເລີ່ມຂາດໂຮງຮຽນ ຫຼາຍຄົນມີໜ້າຕາຫຼ່າ ເຫຼືອງ  ທັງຈ່ອຍຜອມອີກ ເບິ່ງຜູ້ໃດກໍຫາວນອນຕະຫຼອດ ມື້ໜຶ່ງຂະນະທີ່ຫຼິ້ນຢູ່ເດິນຫຍ້ານຳກັນ ໝູ່ຜູ້ໜຶ່ງກອດທ້ອງແໜ້ນ ແລະ ຂົດໂຂເຂົ້າ. ເບິ່ງເຂົາຫອບທ້ອງດ້ວຍຄວາມເຈັບປວດທໍລະມານ
_        ເຮີຍ! ເປັນຫຍັງ?
_        ເຈັບທ້ອງ
_        ຖ້າບຶດດຽວເດີ ເຮົາຊິໄປບອກອາຈານໃຫ້
_        ເຮີຍ! ຢ່າບອກອາຈານໃດ ຖ້າອາຈານຮູ້ ເລື່ອງນີ້ຕ້ອງຮອດຫູພໍ່ເຮົາແນ່ ຖ້າພໍ່ເຮົາຮູ້ ເຮົາມີ ຫວັງຕາຍແນ່ ຈັກໜ້ອຍມັນກໍເຊົາເອງ ເຮົາເຄີຍເປັນເທື່ອໜຶ່ງແລ້ວ. ບໍ່ດົນອາການຂອງລາວ ກໍດີຂຶ້ນຄືລາວວ່າແທ້.
_        ເຈົ້າຕິດຢາດົນປານໃດແລ້ວ?
_        ເກືອບເຖິງເດືອນແລ້ວລະ
_        ຖ້າເຈົ້າຍັງບໍ່ເຊົາ ເຮົາຊິບອກພໍ່ເຈົ້າເດີ ແນວໃດເຮົາກໍເປັນຫ່ວງເພື່ອນຫັ້ນລະ ບໍ່ບອກໃຫ້ໃຜຮູ້ ເຮັດແນວໃດຊິມີຜູ້ພາໄປບຳບັດ?
_        ເຮີຍ! ຊ່ວຍແນະນຳເຮົາແດ່ ເຮົາຢາກເຊົາຢາ  ເຮົາບໍ່ຢາກໃຫ້ເພີ່ນຕ້ອງເສຍໃຈ ແລະ ເສຍນ້ຳ ຕາຍ້ອນສິ່ງໄຮ້ຄວາມໝາຍນີ້.
_        ຖ້າຢາກເຊົາກໍບໍ່ຕ້ອງໄປນຳເຂົາ ຫາກໍຕິດໄດ້ຊ່ຳນີ້ເຊົາໄດ້ຢູ່ດອກ ແລ້ວກໍມາຮຽນເພີ່ມຄືເຮົານີ້ ມີແຕ່ທາງດຽວນີ້ລະທີ່ເຮົາພໍແນະນຳໄດ້. ຄິດເບິ່ງຕິ ໃນຄຳພີທາງພຣະພຸດທະສາສາໜາຍັງ ກ່າວໄວ້ວ່າ ອົງຄຸລິມານ ຂ້າຄົນເຖິງ999ຄົນຍັງກັບຈິດກັບໃຈມາເປັນຄົນດີໄດ້ ບໍ່ວ່າຕິດຢາ ຕິດໝູ່ຊ່ຳນີ້ຊິເຊົາບໍ່ໄດ້.
_        ເອີ ເຮົາຊິພະຍາຍາມເຊົາຈາກມັນ ເຮົາຮັກພໍ່ແມ່ເຮົາຫຼາຍ ເຮົາບໍ່ຢາກໃຫ້ເພີ່ນຕ້ອງເສຍໃຈ ແຕ່ເຮົາຕິດຢານີ້ ຍ້ອນລອງນຳໝູ່ແທ້ໆ...
                    ເມື່ອໝໍນີ້ບໍ່ໄປ ມື້ຕໍ່ມາໝໍນັ້ນກໍບໍ່ໄປ ແລະ ຕໍ່ມາກໍເຫຼືອແຕ່ຫົວໜ້າແກ້ງ ສຸດທ້າຍກໍເຊົາ ກັນໄປເອງ. ຫຼາຍຄົນເລີ່ມຫັນມາຮຽນເພີ່ມບາງວິຊາທີ່ພວກເຂົາຮຽນອ່ອນ. ນີ້ລະນໍເພີ່ນວ່າ ເລືອກເກີດບໍ່ໄດ້ ແຕ່ເຮົາກໍສາມາດເລືອກທາງເດິນທີ່ດີໆໄດ້ດ້ວຍຕົນເອງ ແລະ ເລືອກເຮັດເລືອກ ທຳແຕ່ສິ່ງດີໆເພື່ອຕົນເອງ, ສັງຄົມ ແລະ ປະເທດຊາດບ້ານເມືອງ...

No comments:

Post a Comment