Monday, December 18, 2017

ເລື່ອງສັ້ນ ພຽງຄວາມຝັນ ຈາກປາຍປາກກາ ນັກຂຽນ ສ.ສາຍພູກູດ


ໂຮງຮຽນໄດ້ປິດສົກຮຽນໄປແລ້ວ ພາຍຫຼັງຮຽນມາເຕັມສົກຮຽນ, ຜົນການສອບເສັງໄດ້ປະກາດເປັນທີ່ຮຽບຮ້ອຍແລ້ວ. ຜົນປາກົດວ່າຂ້ອຍໄດ້ຄະແນນດີສົມຄວນ ແຕ່ບໍ່ເຖິງຂັ້ນເກັ່ງຂອງໂຮງຮຽນດອກ.

ເປັນອັນວ່າໃນສົກຮຽນຕໍ່ໄປນີ້ ຂ້ອຍຕ້ອງໄດ້ຈາກໂຮງຮຽນນີ້ໄປເສຍແລ້ວ ເພາະໂຮງຮຽນແຫ່ງນີ້ມີພຽງແຕ່ມັດທະຍົມຕົ້ນເທົ່ານັ້ນ. ຂ້ອຍດີໃຈທີ່ສຸດທີ່ສາມາດສອບເສັງຜ່ານໄດ້. ເມື່ອເບິ່ງຜົນສອບເສັງທີ່ຕິດປະກາດຢູ່ໂຮງຮຽນແລ້ວຂ້ອຍກໍກັບບ້ານພ້ອມໝູ່. ເມື່ອຮອດເຮືອນກໍເລົ່າຜົນສອບເສັງໃຫ້ພໍ່ແມ່ຟັງ ເພີ່ນກໍສະແດງຄວາມດີໃຈນຳ ໂດຍສະເພາະແມ່ນແມ່ຂ້ອຍ ເພີ່ນຍິ້ມດ້ວຍທ່າທາງດີໃຈ ແລະ ເວົ້າກັບຂ້ອຍວ່າ

-     ໂອ ລູກແມ່! ບໍ່ເສຍແຮງທີ່ເຈົ້າຕັ້ງໃຈຮຽນ ລູກແມ່ເກັ່ງແທ້ໆ.

-     ພໍ່ແມ່ເອີຍ! ຂ້ອຍເວົ້າຕັດຄວາມຂຶ້ນ ທັງແຫງນເບິ່ງໜ້າເພີ່ນທັງສອງ, ບາດນີ້ລູກເສັງຈົບ ມ.3 ແລ້ວ ລູກຢາກຈະຮຽນຫ້ອງຕໍ່ໆໄປນຳໝູ່.... ຂ້ອຍເວົ້າທໍ່ນີ້ແລ້ວກໍມິດງຽບ.

-     ພໍ່ກໍຢາກໃຫ້ລູກໄດ້ຮຽນຫ້ອງສູງໆຕາມຄວາມຕ້ອງການຂອງລູກ ແຕ່... ພໍ່ຢຸດເວົ້າໜ້ອຍນຶ່ງແລ້ວຈິ່ງເວົ້າຕໍ່ໄປດ້ວຍດ້ວຍນ້ຳສຽງ ແລະ ສີໜ້າເສົ້າໆວ່າ ຈາກບ້ານເຮົາໄປຫາໂຮງຮຽນ ມ.ປາຍ ມັນໄກຫຼາຍໃດລູກເອີຍ... ຄອບຄົວເຮົາກໍຂາດໆເຂີນໆແດ່...

-     ທີ່ຜ່ານມາ... ແມ່ເວົ້າຕັດຄວາມ ລູກຂີ່ລົດຖີບຮ້າງທຽວໂຮງ ຮຽນເປັນເວລາສາມປີ ຮອດປີນີ້ມັນກໍເປ່ເພແລ້ວ. ຄວາມຈິງກໍເປັນແນວນັ້ນແທ້, ບາງມື້ໄປໂຮງຮຽນທີ່ຝົນຕົກໜັກຕ້ອງກັ້ງຄັນຮົ່ມຂີ່ລົດຖີບ ບາງມື້ຝົນຕົກຫຼາຍຕ້ອງຍ່າງໄປແຕ່ເຊົ້າໆ ບາງມື້ລົດຖີບຮ້າງເພຢູ່ກາງທາງ ຕ້ອງແປງເອົາເອງ, ແຕ່ບາງເທື່ອໂຊກຮ້າຍແດ່ ຢາງລົດຮົ່ວຕ້ອງຈູງລົດເຂົ້າປ່າ ແລ້ວຍ່າງໄປ ຕອນກັບມາຈິ່ງຈູງລົດຖີບຮ້າງກັບບ້ານ. ແຕ່ມືໂຊກດີແດ່ຢາງລົດຮົ່ວກໍໄປນຳໝູ່, ມື້ໂຊກຮ້າຍຝົນຕົກຫຼາຍ ໝູ່ໄປກ່ອນ ກໍຄືວ່າຫັ້ນລະຍ່າງຢ່າງດຽວ. ບາງມື້ພໍ່ກໍແປງລົດໃຫ້ ແຕ່ບາງມື້ທີ່ເພີ່ນຄາວຽກ ຕ້ອງໄດ້ແປງເອົາເອງ. ຖ້າມື້ໃດແປງບໍ່ແລ້ວຄືວ່າຫັ້ນລະຍ່າງຕາມເຄີຍ.

-     ແຕ່ບາດນີ້ໂຮງຮຽນ ມ.ປາຍ ຍິ່ງໄກກ່ອນເກົ່າຫຼາຍຫຼັກ ພໍ່ເວົ້າຂຶ້ນເມື່ອທຸກຄົນມິດງຽບ. ລົດຖີບຮ້າງຄັນນີ້ພໍ່ຊື້ຕັ້ງແຕ່ພໍ່ເປັນບ່າວນ້ອຍພຸ້ນ ແປງແລ້ວແປງອີກບໍ່ຈັກເທົ່າໃດເທື່ອແລ້ວ ຮອດດຽວນີ້ກໍແປງບໍ່ໄດ້ອີກແລ້ວ...



ລະດູຝົນກ້າວເຂົ້າມາ, ຝົນເລີ່ມຕົກຮວຍຮໍາຕາມລະດູການ ເປັນອັນວ່າລະດູການເຮັດນາໄດ້ໝູນວຽນມາຮອດອີກຄັ້ງໜຶ່ງ. ທຸກມື້ຕ້ອງໄດ້ເຮັດໄຮ່ໄຖນາຕາມແບບຊາວກະສິກອນ ບ້ານນອກຊົນນະບົດ. ວັນເວລາຜ່ານໄປຢ່າງໄວວາ ແຕ່ຂ້ອຍຍັງບໍ່ມີວີ່ແວວທີ່ຈະໄດ້ເຂົ້າໂຮງຮຽນ. ແລງມື້ໜຶ່ງຂ້ອຍໄດ້ເວົ້ານຳພໍ່ຢູ່ຖຽງນາວ່າ ພໍ່!... ລູກຢາກຮຽນຕໍ່... ແຕ່...ລູກບໍ່ຮູ້ຊິເຮັດແນວໃດ... ເພີ່ນເວົ້າວ່າ ລູກເອີຍ! ບໍ່ແມ່ນພໍ່ແມ່ບໍ່ຮັກລູກເນີ ຄອບຄົວເຮົາຂາດໆເຂີນໆ ມີນ້ອງຫລາຍຄົນ ພໍ່ຢາກໃຫ້ລູກທຸກຄົນໄດ້ຮ່ຳໄດ້ຮຽນນຳບ້ານນຳເມືອງເພີ່ນ... ແຕ່ຈະເຮັດແນວໃດ ໂຮງ ຮຽນກໍຢູ່ໄກ... ຫົນທາງທຽວໄປມາກໍຍາກ, ຖ້າເຮົາທີພີ່ນ້ອງຢູ່ໃນເມືອງ ໃກ້ໂຮງຮຽນກໍແຄນແດ່. ພໍ່ເວົ້າດ້ວຍສຽງເສົ້າໆທັງແນມເບິ່ງໜ້າຂ້ອຍດ້ວຍທ່າທາງສົງສານ. ຖ້າຄອບຄົວເຮົາພໍມີເງິນຈັກໜ້ອຍ ພໍ່ຊິຊື້ລົດຖີບຄັນໃໝ່ໃຫ້ລູກທຽວໂຮງຮຽນນຳໝູ່ ແຕ່...ຕອນນີ້ເງິນກໍບໍ່ມີ. ເອົາແມ່ໄປໂຮງໝໍເມື່ອເດືອນແລ້ວກໍໝົດຫຼາຍລ້ານ. ຂ້ອຍບໍ່ຮູ້ຊິເຮັດແນວໃດ ໄດ້ແຕ່ນັ່ງຟັງພໍເວົ້າຢ່າງດຽວ ຂ້ອຍກວດສາຍຕາໄປທົ່ວທົ່ງແບບບໍ່ມີຈຸດໝາຍ ຂ້ອຍບໍ່ຮູ້ວ່າອີກວັນໜຶ່ງຂ້າງໜ້າຄອບຄົວຂ້ອຍຈະເປັນແນວໃດ. ຖ້າລູກຢາກຮຽນແທ້ ກໍມີແຕ່ງົວສອງແມ່ລູກນັ້ນແຫຼະ ທີ່ພໍ່ພໍແນມເຫັນ, ລູກມັນກໍໃຫຍ່ແລ້ວ. ວ່າແທ້ຄອບຄົວຂອງຂ້ອຍ ກໍມີແຕ່ງົວສອງແມ່ລູກ ກັບຄວາຍບັກເຖິກແກ່ໄຖອີກໂຕໜຶ່ງເທົ່ານັ້ນ. ຖ້າພໍ່ຂາຍລູກມັນແລ້ວ  ແມ່ງົວຕ້ອງເປັນງົວກ່ຳພ້າລູກ ຄິດເບິ່ງແລ້ວຂ້ອຍບໍ່ຢາກໃຫ້ພໍ່ຂາຍມັນເລີຍ ເພາະງົວໂຕນີ້ຂ້ອຍຮັກ ແລະ ທະນຸຖະໜອມມັນຄືນ້ອງນ້ອຍຂອງຂ້ອຍ ແຕ່ຂ້ອຍຈະເຮັດແນວໃດ ຂ້ອຍກໍຮູ້ດີແລ້ວວ່າ ການສຶກສາຄືເສັ້ນທາງກ້າວສູ່ຄວາມຈະເລີນ. ດັ່ງນັ້ນ, ຂ້ອຍຈິ່ງຕາມໃຈພໍ່ທຸກຢ່າງ ເພາະ ຂ້ອຍຍັງເພິ່ງຕົນເອງບໍ່ໄດ້.



  ເມື່ອໃກ້ຈະຮອດວັນເຂົ້າໂຮງຮຽນ ໝູ່ຂອງຂ້ອຍຫຼາຍຄົນ ກໍພາ ກັນກະກຽມອຸປະກອນການຮຽນ, ບາງຄົນຊື້ເຄື່ອງໃໝ່ ແລະ ລົດຖີບ   ໃໝ່. ບາງຄົນໄປຢູ່ນຳພີ່ນ້ອງໃນເມືອງ ແລະ ບາງຄົນກໍໄປຢູ່ນຳພີ່ນ້ອງທີ່ຢູ່ໃກ້ໂຮງຮຽນ. ສະຫຼຸບແລ້ວໝູ່ພວກຂ້ອຍເລີ່ມແຕກແຍກກັນ ບາງຄົນກໍວ່າຈະທຽວເອົາ, ຜູ້ທີ່ທຽວເອົາກໍແມ່ນລູກຜູ້ມີຖານະແດ່ ທີ່ໃຊ້ລົດຈັກທຽວໂຮງຮຽນ. ຂີ່ລົດຈັກກໍບໍ່ແມ່ນຈະສະດວກສະບາຍປານໃດດອກ ເພາະທາງໃນໄລຍະຟ້າຝົນຕົກຕະຫຼອດເຮັດໃຫ້ທາງເປັນບວກເປັນຕົມ. ໝູ່ຜູ້ມີລົດຖີບແຕ່ພວກເຂົາບໍ່ມີພີ່ນ້ອງຢູ່ໃນເມືອງເຂົາກໍວ່າຊິທຽວເອົາ. ແຕ່ຂ້ອຍເດລະ ເຖິງດຽວນີ້ ຝົນກໍຕົກຕິດຕໍ່ກັນຫຼາຍວັນ ພໍ່ຄ້າຊື້ງົວຄວາຍກໍບໍ່ເຫັນໜ້າແມ່ນແຕ່ຄົນດຽວ ແລະ ສຸດທ້າຍງົວ ກໍຍັງບໍ່ໄດ້ຂາຍ.



ຮອດມື້ເປີດສົກຮຽນໃໝ່ ໝູ່ຂ້ອຍພາກັນໄປໂຮງຮຽນຢ່າງເປັນຂະບວນ, ບໍ່ວ່ານັກຮຽນນ້ອຍໃຫຍ່ເຂົາກໍໄປໝົດ. ສ່ວນຂ້ອຍຕ້ອງໄປນາໄປສວນຕາມເຄີຍ, ໃນບ້ານຂ້ອຍມີຊາວໜຸ່ມນັກຮຽນໄປວຽກໄຮ່ການນາຢ່າງເປັນຂະບວນສາມັກຄີກັນ, ບັນຍາກາດໃນທ້ອງທົ່ງນາມື້ຜ່ານມາຊ່າງມີແຕ່ຄວາມຟົດຟື້ນລື່ນເລິງ. ແຕ່ມື້ນີ້ຮູ້ສຶກງຽບເຫງົາຜິດປົກກະຕິ ຈົນຂ້ອຍອົດຄິດກັບຕົນເອງບໍ່ໄດ້ວ່າ ເປັນຫຍັງເຮົາຈິ່ງເປັນຄົນຂາດໂອກາດສຶກສາຮ່ຳຮຽນແທ້, ຕື່ນມາກໍຕ້ອງໄປໄຮ່ໄປນາ ຕ້ອງໄດ້ສູ້ຊົນກັບທົ່ງໄຮ່ທົ່ງນາເພື່ອຄວາມຢູ່ລອດ. ຊີວິດເຮົາຊ່າງອາພັບອັບເສົ້າແທ້ໆ ຄິດມາກໍມີແຕ່ຢາດນ້ຳຕາແຫ່ງຄວາມນ້ອຍເນື້ອຕ່ຳໃຈທີ່ເກີດມາພົບແຕ່ຄວາມທຸກຍາກລຳບາກ ຖ້າເລືອກເກີດໄດ້ ຊາດໜ້າຂ້ອຍຂໍເລືອກເກີດໃນຕະກຸນຮັ່ງມີສີສຸກ ຊາດນີ້ຊີວິດເຮົາຄົງເປັນໄດ້ພຽງເທົ່ານີ້ລະນໍ... ໜ້າສົງສານຊີວິດຕົນເອງເຫຼືອເກີນ ໃຜເດນໍຈະສາມາດຊ່ວຍເຮົາໄດ້. ຂ້ອຍບໍ່ໄດ້ໂທດໃຜທັງໝົດ ນອກຈາກນັ່ງເສົ້າກັບຕົນເອງຢູ່ຄືແນວນີ້ຫຼະ. ເມື່ອຮອດຕອນຄ່ຳບ້ານນາພວກຂ້ອຍກໍກັບມາມີຊີວິດຊີວາຕາມແບບຊາວທົ່ງ.



          ຄືນນັ້ນອາດເປັນນຳຂ້ອຍຄຶດຫຼາຍ ບວກກັບຄວາມອິດເມື່ອຍຈາກທ້ອງທົ່ງນາ. ຂ້ອຍລົ້ມໂຕລົງນອນກໍຝັນໄປວ່າ ຂ້ອຍເອງໄດ້ໄປໂຮງຮຽນນຳໝູ່, ຝັນວ່າໄດ້ລົດຖີບຄັນງາມ ແລະ ຝັນຕ່າງໆນາໆກ່ຽວກັບໂຮງຮຽນ. ຂ້ອຍດີໃຈຫຼາຍໃນຄວາມຝັນນັ້ນ ແຕ່ເມື່ອຕື່ນຂຶ້ນມາກໍພົບແຕ່ຄວາມອ້າງວ້າງຄືເກົ່າ. ຂ້ອຍຢາກໃຫ້ຄວາມຝັນນັ້ນເປັນຈິງ ແລ້ວຂ້ອຍຈະເຮັດແນວໃດ ເພາະຄວາມຝັນມັນກໍເປັນພຽງຄວາມຝັນ. ເຊົ້າມື້ນີຂ້ອຍກໍຕ້ອງໄປໄຮ່ໄປນາຕາມເຄີຍ...

No comments:

Post a Comment