Tuesday, October 18, 2016

ເລື່ອງສັ້ນ ຊະຕາອາພັບ ຈາກປາຍປາກກາ ນັກຂຽນ ສ.ສາຍພູກູດ



ທຸກໆເຊົ້າ ຄຳຫຼ້າຊ້ອນລົດຈັກພໍ່ໄປໂຮງຮຽນ ເນື່ອງຈາກວ່າຫ້ອງການຂອງພໍ່ ແລະ ໂຮງຮຽນຂອງຄຳຫຼ້າຢູ່ທາງດຽວກັນ ຈິ່ງເປັນການຫຼຸດຜ່ອນລາຍຈ່າຍລົງຫຼາຍເຕີບ. ຄຳຫຼ້ານອກຈາກຈະເປັນຫົວໜ້າຫ້ອງແລ້ວ, ຍັງເປັນຊາວໜຸ່ມຜູ້ດຸໝັ່ນໃນການຄົ້ນຄ້ວາຮ່ຳຮຽນ ແລະ ປະຕິບັດກົດລະບຽບຂອງໂຮງຮຽນນຳອີກ ຈົນໄດ້ຮັບໃບຍ້ອງຍໍມາແລ້ວຫຼາຍໃບ.
ຕົກມາເຖິງກາງປີທີ່ຄຳຫຼ້າຮຽນຢູ່ຊັ້ນ ມ6 ແມ່ຜູ້ບັງເກີດເກົ້າໄດ້ລົ້ມປ່ວຍ ແລະ ເສຍຊີວິດດ້ວຍໂຣກມະເຮັງ.  ຄວາມອົບອຸ່ນໃນຄອບຄົວຄ່ອຍໆຈາງຫາຍໄປ. ລຸງເພັດພະຍາຍາມອິນອອຍໃຫ້ຄຳຫຼ້າອອກໂຮງຮຽນມາຊ່ວຍຫາເງິນເພື່ອແບ່ງເບົາພາລະໃນຄອບຄົວ ທັ້ງໆທີ່ລຸງເພັດກໍບໍ່ຢາກເຮັດແບບນີ້ກັບລູກ ແຕ່ດ້ວຍຄວາມຈຳເປັນ ຮຽນໄປກໍບໍ່ມີເງິນຊິຍູ້ຊິສົ່ງ. ແຕ່ເມື່ອຫວນຄຶດເຖິງຄຳສຸດທ້າຍທີ່ປ້າແພງສັ່ງກ່ອນສິ້ນລົມຫາຍໃຈ "ພໍ່ເອີຍ! ເບິ່ງລູກເຮົາໃຫ້ດີເນີ ຂ້ອຍຄົງບໍ່ມີໂອກາດໄດ້ຢູ່ນຳພວກເຈົ້າອີກແລ້ວ, ແນວໃດດີກໍສຸດແລ້ວແຕ່ເຈົ້າ..."ລຸງເພັດຄິດເຖິງເລື່ອງນີ້ຍາມໃດກໍໃຈອ່ອນຍາມນັ້ນ...
ຄຳຫຼ້າຕັ້ງໃຈຮຽນຈົນຈົບ 6 ດ້ວຍຄະແນນຂ້ອນຂ້າງດີ. ເມື່ອເສັງຈົບມໍ6ແລ້ວ, ລຸງເພັດກໍເອົາລູກຊາຍມາຝາກເຮັດວຽກນຳຮ້ານຂາຍເຄື່ອງກໍສ້າງແຫ່ງໜຶ່ງ ເຊິ່ງບໍ່ຫ່າງໄກຈາກເຮືອນບໍ່ໄກປານໃດ ພໍຍ່າງໄປມາໄດ້,  ຄຳຫຼ້າໄປເຮັດວຽກແຕ່ເຊົ້າ ແລະ ກັບບ້ານຄ່ຳສົມຄວນ. ຄວາມສຸກຄວາມອົບອຸ່ນໃຕ້ຮົ່ມຊາຍຄາເຮືອນ ທີ່ເປັນສິນສ້າງຂອງຄອບຄົວເກືອບຊົ່ວຊີວິດຂອງພໍ່ ແລະ ແມ່ເຮັດໃຫ້ຄຳຫຼ້າມີແຮງຕໍ່ສູ້ກັບວຽກງານພໍມີອັນເກັບອັນອອມໄວ້ເລັກໜ້ອຍ.
ມື້ນີ້ຄຳຫຼ້າກັບບ້ານຄ່ຳກວ່າທຸກມື້, ຕາມປົກກະຕິຈະເຫັນໄຟໜ້າເຮືອນຮຸ່ງສະຫວ່າງ ແຕ່ມື້ນີ້ມັນຍັງມືດຢູ່ ພໍ່ບໍ່ທັນກັບມາຫຼືວ່າດອກໄຟຂາດ... ຄຳຫຼ້າຍ່າງເຂົ້າໄປໃນເຮືອນດ້ວຍຄວາມອິດເມື່ອຍ ເຂົາຕົກໃຈເມື່ອພົບວ່າພໍ່ຍັງບໍ່ທັນກັບມາ. ຕາມປົກກະຕິເມື່ອເຂົາກັບມາຮອດເຮືອນພໍ່ຈະແຕ່ງພາເຂົ້າຮຽບຮ້ອຍແລ້ວ "ພໍ່ໄປໃສຫວະ? ອື... ບາງເທື່ອເພີ່ນອາດສິມີວຽກຫຼາຍຈິ່ງຍັງບໍ່ທັນກັບມາ..." ຄິດໄດ້ດັ່ງນີ້ແລ້ວຈິ່ງຈັດແຈງແຕ່ງອາຫານແລງຖ້າພໍ່ ຖ້າແລ້ວຖ້າອີກກໍຍັງບໍ່ເຫັນມາ ໂທຫາກໍຕິດຕໍ່ບໍ່ໄດ້. ດ້ວຍຄວາມຫິວ, ຄຳຫຼ້າກໍເລີຍກິນເຂົ້າກ່ອນ ແລະ ນັ່ງເບິ່ງໂທລະພາບເພື່ອຂ້າເວລາຊຳຊາພໍ່ມາຮອດ, ດົນໆກໍຈັບໂທລະສັບຂຶ້ນມາໂທຫາພໍ່ ແຕ່ກໍບໍ່ມີສັນຍານຕອບຮັບຕາມເຄີຍ. ເມື່ອຄຶດໄດ້ວ່າໂທລະສັບພໍ່ ແບັດເຕີຣີ້ອາດໝົດກໍເປັນໄດ້ ເມື່ອຄິດໄດ້ດັ່ງນີ້ແລ້ວກໍຄອຍຖ້າຕໍ່ໄປດ້ວຍຫົວໃຈທີ່ຫົດຫູ່ ແລະ ບັນຍາກາດທີ່ເວີ້ງວ້າງດຽວດາຍ.
ຍິ່ງເດິກກໍຍິ່ງມິດງຽບ ສຽງລົດທີ່ແລ່ນກາຍທາງໄປມາກໍປາກົດວ່າມິດງຽບລົງຫຼາຍແລ້ວ. ຍ້ອນອິດເມື່ອຍຫຼາຍຈິ່ງເຊືອບຫຼັບໄປ ຄຳຫຼ້າສະດຸ້ງຕື່ນເມື່ອມີສຽງແກລົດດັງປີບໆຢູ່ທາງໜ້າເຮືອນ. ລາວດີໃຈທີ່ສຸດເມື່ອພົບວ່າພໍ່ກັບມາແລ້ວ ຈິ່ງຟ້າວລົງໄປໄຂປະຕູໃຫ້ພໍ່ ແລະ ເອົາລົດໄປໄວ້ໃນຄອກລົດທີ່ຢູ່ທາງຫລັງເຮືອນ. ເມື່ອຂຶ້ນເມືອເຮືອນກໍພົບວ່າພໍ່ນອນຫຼັບແລ້ວທັງທີ່ເກີບ ແລະກະເປົາຍັງຕິດໂຕຢູ່. ເຂົາປຸກພໍ່ ແຕ່ກໍໄຮ້ປະໂຫຍດນອກຈາກກິ່ນເຫຼົ້າທີ່ພໍ່ເມົາມາ. ມັນເປັນເທື່ອທຳອິດທີ່ເຂົາເຫັນພໍ່ເປັນແນວນີ້ຕັ້ງແຕ່ແມ່ຈາກໄປ.
ເຫດການນີ້ເຮັດໃຫ້ຄຳຫຼ້ານອນບໍ່ຫຼັບ, ຍິ່ງຄິດກໍຍິ່ງສົງສານຕົນເອງ ຖ້າພໍ່ຕິດເຫຼົ້າຕິດຢາແທ້ ບໍ່ຮູ້ວ່າຊີວິດນີ້ວັນໜຶ່ງຂ້າງໜ້າຊິເປັນແນວໃດ ຄຳຫຼ້າພະຍາຍາມຄິດເຖິງເລື່ອງອື່ນ ແຕ່ໃຈກໍຍັງວົນນຳແຕ່ເລື່ອງພໍ່ກິນເຫຼົ້າ ສຽງໝາຫອນແວ່ວມາຕາມສາຍລົມບາດຄ່ອຍບາດແຮງເຮັດໃຫ້ຄຳຫຼ້າຄຶດເຫັນພາບແມ່ຂຶ້ນມາ ຕອນເຂົາຍັງນ້ອຍແມ່ເຄີຍບອກເຂົາວ່າ "ໝາຫອນຍາມກາງຄືນຍ້ອນພວກມັນເຫັນຜີ ຈິ່ງພາກັນຫອນ..." ດັ່ງນັ້ນເມື່ອໄດ້ຍິນສຽງໝາຫອນ ຄຳຫຼ້າຈະຟ້າວນອນຫົ່ມຜ້າປົກຫົວຢ້ານຜີຊິມາຄືແມ່ວ່າແທ້. ພຽງຄຶດເຖິງອະດີດອັນອົບອຸ່ນໃນອ້ອມກອດແມ່ ກໍເຮັດໃຫ້ເຂົາມີຄວາມສຸກໃຈຢ່າງຍິ່ງຈົນເຊືອບຫຼັບໄປໃນທ່າມກາງແສງຈັນສາດສ່ອງທົ່ວປັດທະພີ ເຖິງຈະເປັນໜ້າຝົນແຕ່ທ້ອງຟ້າຄໍ່າຄືນນີ້ກໍແຈ້ງສະຫວ່າງດີ.
ຄຳຫຼ້າຍັງເຮັດວຽກຕໍ່ໄປດ້ວຍຄວາມຕັ້ງໃຈ ທັງທີ່ພໍ່ກໍສືບຕໍ່ກິນເຫຼົ້າດ້ວຍຄວາມຕັ້ງໜ້າ. ວັນເວລາຜ່ານໄປພໍ່ຍິ່ງບືນເລິກເຂົ້າໄປຫາເຫຼົ້າຫາເບຍ, ບາງເທື່ອຄຳຫຼ້າກໍຄິດທໍ້ຕໍ່ຊີວິດອັນຂາດຄວາມອົບອຸ່ນແນວນີ້ ຄຶດໄປຄຶດມາກໍຢາກຈະຕາຍໜີຈາກຊີວິດອັນເຕັມໄປດ້ວຍຄວາມທຸກນີ້... ແຕ່ເມື່ອຄຶດໄດ້ວ່າການຕາຍເພື່ອໜີຈາກຄວາມທຸກມັນບໍ່ແມ່ນທາງທີ່ຄວນເລີຍ ທາງທີ່ດີທີ່ສຸດກໍມີແຕ່ຕ້ອງສູ້ຈົນເຖິງວິນາທີສຸດທ້າຍຂອງລົມຫາຍໃຈ.
ຄຳຫຼ້າມົວເມົານຳແຕ່ວຽກງານ ຈົນລືມໄປເສັງຊິງທືນການສຶກສາຂອງມະຫາວິທະຍາໄລແຫ່ງຊາດ ທີ່ເຂົາຄາດຫວັງໄວ້ຕັ້ງແຕ່ຕອນຮຽນຢູ່ມັດທະຍົມຕົ້ນພຸ້ນ. ເຂົາບໍ່ຢາກເຊື່ອວ່າເປັນຄວາມຈິງເມື່ອພອນສັກອະດີດເພື່ອນນັກສຶກສາໂທມາຫຼິ້ນນຳພາຍຫຼັງການສອບເສັງຜ່ານໄປຫ້າມື້ ມັນຊ່າງທຸກຈິດທຸກໃຈເຫຼືອຈະພັນລະນາ ຄວາມຫວັງທີ່ເຂົາຢາກເປັນຄູ ເພື່ອຊ່ອຍພັດທະນາຊັບພະຍາກອນມະນຸດຜູ້ເປັນໜໍ່ແໜງຂອງຊາດນັ້ນ ໄດ້ຫຼົ່ນຫາຍໄປພ້ອມກັບການວາງສາຍໂທລະສັບພອນສັກ. ເຂົາພະຍາຍາມຄຶດວ່າມັນເປັນພຽງຄວາມຝັນ ເຂົານອນມືກ່າຍໜ້າຜາກ ເໜືອນຄົນໄຮ້ວິນຍານ ຄວາມຄຶດຮ້ອຍແປດພັນປະການແລ່ນຜ່ານກາຍມາໃນສະໝອງຈົນມືດໝົດທັງແປດທິດ.  ເຂົາບໍ່ຮູ້ຊິເຮັດແນວໃດນອກຈາກປ່ອຍມັນໄປຕາມກົດເກນ ຕາມແຕ່ການເວລາຊິຕັດສິນ.
ຄຳຫຼ້າຕັດສິນໃຈປຶກສາຫາລືນຳພໍ່ໃນຕອນເຊົ້າມື້ໜຶ່ງ ກ່ອນທີ່ພໍ່ຈະອອກເຮືອນໄປວຽກ. ແທນທີ່ຈະຊ່ອຍເຫຼືອລູກ ລຸງເພັດຊ້ຳຮູ້ສຶກດີໃຈທີ່ໂຊກຊາຕາລູກເປັນໄປຕາມທີ່ພໍ່ຄຶດເອົາໄວ້. ຄຳຫຼ້າບໍ່ໄດ້ຄຳຕອບຫຍັງຈາກພໍ່ ນອກຈາກຄຳວ່າ ພໍ່ຂໍຄິດເບິ່ງກ່ອນ. ຄຳຫຼ້າພະຍາຍາມຄົ້ນຫາຄຳຕອບ    "ເປັນຫຍັງພໍ່ຈຶ່ງພໍ່ຢາກຊ່ວຍລູກຕົນເອງແທ້ໆ, ເປັນນຳຫຍັງນໍ? ຫຼືອາດເປັນຍ້ອນວາສະໜາ ຊາຕາກຳຂອງເຮົາຫາກເປັນແນວນີ້... ຂະໜາດພໍ່ແທ້ໆຍັງເພິ່ງພາອາໄສບໍ່ໄດ້ແລ້ວ ໃນໂລກນີ້ຊິໄປເພິ່ງໃຜໄດ້ອີກ ນອກຈາກລຳແຄ່ງລຳຂາທີ່ພໍ່ແມ່ປັນໃຫ້ແລ້ວຄືຊິບໍ່ມີໃຜອີກລະຕິ...
ນັບແຕ່ເສັງຈົບ ມ6 ມານີ້ ຄຳຫຼ້າບໍ່ຄ່ອຍມີໂອກາດໄດ້ພົບໝູ່ເພື່ອນ ແລະ ຄູອາຈານທີ່ເຄີຍສະນິດສະໜົມ ຈົນເກືອບລືມຜູ້ອຳນວຍການໂຮງຮຽນທີ່ເຂົາເຄີຍໃຫ້ຄວາມເຄົາລົບ ແລະ ນັບຖືຄືກັບພໍ່. ເມື່ອຄຶດໄດ້ວາບາງທີເພີ່ນອາດແນະນຳທາງບາງຢ່າງໄດ້ ຄິດດັ່ງນີ້ແລ້ວແທນທີ່ຊິໄປເຮັດວຽກ ມື້ນີ້ຄຳຫຼ້າຊ້ຳພັດໄປຫາຜູ້ອຳນວຍການໂຮງຮຽນ "ຂະໜາດພໍ່ຂອງເຈົ້າຍັງບໍ່ຊ່ອຍແລ້ວ ອາຈານຊິຊ່ອຍເຈົ້າຈັ່ງໃດດີນໍ້?" ບັນຍາກາດງຽບໄປດົນເຕີບ ຕ່າງຄົນຕ່າງນັ່ງງຽບແບບໃຊ້ຄວາມຄຶດ. ເພີ່ນຖອນຫາຍໃຈແຮງ ແລະ ເວົ້າວ່າ "ລອງໄປເສັງເຂົ້າຮຽນສາຍພິເສດຢູ່ດົງໂດກເບິ່ງ ເພາະວ່າ ຄ່າຮຽນກໍບໍ່ແພງ ແລະ ເຂົ້າເຈົ້າກໍເປີດກວ້າງຫຼາຍ..."ແຕ່ຄຳຫຼ້າກໍບໍ່ຮູ້ຊິຕັດສິນໃຈແນວໃດດີ ເພີ່ນເລີຍແນະນຳໃຫ້ໄປເສັງເຂົ້າຄະນະວິທະຍາສາດ ສິ່ງແວດລ້ອມ ເພາະລູກສາວເພີ່ນກໍຊິໄປເສັງຄືກັນ. ຄຳຫຼ້າມັກ ແລະ ຮັກອາຊີບຄູ ຊິໄປຮຽນສິ່ງແວດລ້ອມມັນກໍຊິເປັນຫວະ? "ອາຊີບໃດກໍຕາມ ວິຊາໃດກໍດີ ຖ້າເຮົາຮຽນເກັ່ງຮຽນເຖິງແທ້, ວິຊາອາຊີບໃດກໍດີໝົດ. ຊິໄປເຊື່ອຫຍັງຄຳຄົນອື່ນເຂົາວ່າ ຂະໜາດຕົນເອງຍັງເຊື່ອໃຈຕົນເອງບໍ່ໄດ້ ສິ່ງອື່ນແຮ່ງໄກ" ຄຶດໄປຄຶດມາກໍເລີຍຕັດສິນໃຈເສັງ ເພາະໃຈໜິ່ງກໍເຫັນວ່າສິ່ງແວດລ້ອມໃນລາວເຮົາກໍນັບມື້ນັບຖືກລຳລາຍ ແລະ ນັບມື້ນັບຊຸດໂຊມມລົງ, ຖ້າໄດ້ເປັນສ່ວນໜຶ່ງໃນການອະນຸລັກ ແລະ ສົ່ງເສີມສິ່ງແວດລ້ອມກໍຄົງຊິດີ.
ນັບແຕ່ມາຮຽນຢູ່ດົງໂດກ ຄຳຫຼ້າກໍຖືກຕັດເງິນເດືອນ ເນື່ອງຈາກເຮັດເຮັດວຽກບໍ່ເຕັມມື້, ແຕ່ບໍ່ເປັນຫຍັງໄດ້ຢ່າງເສຍຢ່າງຖືເປັນເລື່ອງທຳມະດາ. ກ່ອນຈະມາຮຽນຢູ່ທີ່ນີ້ຄຳຫຼ້າຕັດສິນໃຈຂາຍແຫວນທີ່ແມ່ຖອດຈາກມືໃຫ້ກ່ອນຂາດໃຈຕາຍບໍ່ທໍ່ໃດເດືອນ ດ້ວຄວາມອາໄລອາວອນເພື່ອມາຈ່າຍຄ່າເທີມ. ແຫວນວົງນັ້ນມັນເໝືອນຢາວິເສດທີ່ເຮັດໃຫ້ເຂົາມີແຮງຕໍ່ສູ້ກັບອຸປະສັກຊີວິດ. ເຖິງຈະອາໄລອາວອນແຕ່ຄຳຫຼ້າກໍຈຳໃຈຂາຍມັນເພື່ອແລກເອົາຄວາມຮູ້ ວັນໜຶ່ງຂ້າງໜ້າຖ້າຍັງມີລົມຫາຍໃຈຢູ່ ກໍຄົງຫາເອົາໃໝ່ໄດ້. ກ່ອນຈະເອົາແຫວນໄປຂາຍຄຳຫຼ້າຍັງກອດແຫວນວົງນັ້ນເຂົ້າໃນອ້ອມອົກ ແລະ ນຶກເຖິງແມ່ຜູ້ຈາກໄປພາງກ່າວດ້ວຍສຽງສະອື້ນປົນນ້ຳຕາ "ແມ່!...ລູກຂໍໂທດທີ່ຕ້ອງຂາຍແຫວນວົງນີ້ເຊິ່ງມັນແມ່ນສົມບັດຊິ້ນສຸດທ້າຍທີ່ແມ່ມອບໃຫ້ ເພື່ອແລກກັບຄວາມຮູ້ທີ່ຍັງເປັນລົມໆແລ້ງໆ ແມ່ຈົ່ງອະໄພໃຫ້ລູກເຖີດ..."
ຄຳຫຼ້າຕ້ອງອອກໄປວຽກແຕ່ເຊົ້າຈົນຮອດສີ່ໂມງແລງ ຈິ່ງກັບບ້ານ ແລະ ກຽມເຄື່ອງໄປໂຮງຮຽນ ເຖິງຈະອິດເມື່ອຍແຕ່ເຂົາບໍ່ໄດ້ທໍ້ຖອຍ ຍິ່ງຜ່ານຊີວິດທີ່ກັນ ດານຈິດໃຈຂອງເຂົາກໍຍິ່ງແຂງແກ່ນຂຶ້ນເປັນທະວີຄູນ. ເຂົາໄດ້ຂໍຮ້ອງນຳພໍ່ສິ່ງດຽວຄືໃຫ້ພໍ່ໄປຮັບຫຼັງຈາກເລີກຮຽນ. ທຳອິດພໍ່ກໍປະຕິເສດ ແລະ ເທດກັນໃຫຍ່ອີກ "ພໍ່ວ່າແລ້ວຄອບຄົວເຮົາຂາດໆເຂີນໆບໍ່ມີເງິນຊິຍູ້ຊິສົ່ງ ພໍ່ຫ້າມແລ້ວວ່າບໍ່ໃຫ້ໄປຮຽນ ຫາເຮັດວຽກເຮັດງານພໍ່ກຸ້ມຢູ່ກຸ້ມກິນກໍພໍແລ້ວ..." "ພໍ່ເອີຍ! ສອງພໍ່ລູກເຮົາຕັດຂາດກັນບໍ່ໄດ້ດອກ, ຕອນພໍ່ຍັງມີລົມຫາຍໃຈ ລູກເພິ່ງພາພໍ່ຊ່ຳນີ້ບໍ່ໄດ້ແລ້ວ ຮອດເວລາໃດພໍ່ຈິ່ງຈະຊ່ວຍລູກ? ພໍ່ກໍຮູ້ຢູ່ແລ້ວວ່າຄອບຄົວເຮົາຂາດໆເຂີນໆ ເປັນຫຍັງພໍໄປຕິດເຫຼົ້າຕິດເວຍ? ເງິນທີ່ຫາມາໄດ້ດ້ວຍຄວາມຍາກລຳບາກ ເປັນຫຍັງພໍ່ບໍ່ໃຊ້ໃຫ້ມັນເກີດປະໂຫຍດສູງສຸດ? ທາງເລືອກອື່ນທີ່ດີກວ່າການກິນເຫຼົ້ານີ້ບໍ່ມີອີກແລ້ວບໍ່ພໍ່? ພໍ່ບໍ່ຮັກລູກແມ່ນບໍ? ກິນເຫຼົ້າລູກກໍບໍ່ວ່າຫຍັງດອກຖ້າກິນມີກາລະເທສະ ອັນນີ້ພໍ່ກິນເຫຼົ້າເປັນອາຊີບ ພໍ່ເຫັນເຫຼົ້າດີກວ່າຄອບຄົວ ເຫັນເບຍສຳຄັນ ກວ່າລູກອີກ... ຄໍາຫຼ້າເວົ້າຫຍັງບໍ່ອອກອີກ ນອກຈາກອ້າປາກຄ້າງ, ນ້ຳຕານອງໜ້າ ແລະ ຍ່າງເຂົ້າຫ້ອງນອນດ້ວຍຄວາມອິດອ່ອນ ປະພໍ່ໄວ້ຂ້າງນອກຄົນດຽວ. ເປັນເທື່ອທຳອິດທີ່ລູກຜູ້ຊາຍຢ່າງລຸງເພັດຕ້ອງນັ່ງຄຶດ ແລະ ນັ່ງໂສກເສົ້າຢ່າງໜ້າສົງສານ ເຂົາບໍ່ໄດ້ຮ້ອງໄຫ້ແຕ່ນ້ຳຕາມັນຫາກໄຫຼ ແລະ ລຸງເພັດກໍໄດ້ແຕ່ນັ່ງກອດເຂົ່າ ບໍ່ຍອມເຊັດ ປ່ອຍມັນໄຫຼໄປຕາມທາງຂອງມັນ. ເຂົາບໍ່ຮູ້ຊິ ເຮັດແນວໃດໄດ້ແຕ່ສົງສານລູກດ້ວຍຄວາມຊາບຊຶ້ງ ເຊິ່ງນີ້ເປັນຄວາມຮູ້ສຶກທີ່ບໍ່ເຄີຍມີມາກ່ອນ. ລຸງເພັດຍ່າງເຂົ້າໄປຫາລູກຊາຍ ແລະ ຮັບປາກຕາມຄວາມປາດຖະໜາຂອງລູກຊາຍ. ເຂົາບອກກັບລູກວ່າຊິປ່ຽນແປງພຶດຕິກຳທຸກຢ່າງ. ຄືນນັ້ນຄຳຫຼ້າໄດ້ນອນໃນອ້ອມອົກທີ່ໄຮ້ກິ່ນເຫຼົ້າຂອງພໍ່ ພາຍຫຼັງທີ່ຫ່າງເຫີນໄປນັບແຕ່ເລີ່ມເປັນບ່າວພຸ້ນ.
ຫຼັງຈາກເລິກການມື້ນີ້, ລຸງເພັດຟ້າວກັບເຮືອນທັນທີ ລາວຕັ້ງໃຈວ່າຊິປັບປຸງຕົນເອງຄືນໃໝ່. ຫຼາຍເທື່ອທີ່ອະດີດໝູ່ເຫຼົ້າໝູ່ເບຍຊວນແວ່ຮ້ານນ້ອຍຮ້ານໃຫຍ່ ລາວປະຕິເສດທັນທີ ທັງທີ່ກ່ອນໜ້ານີ້ລາວເປັນຄົນທີ່ຊວນໝູ່ແວ່. ດັ່ງນັ້ນຈິ່ງເຮັດໃຫ້ໝູ່ເພືອນຫຼາຍຄົນແປກໃຈ. ເມື່ອຮອດເຮືອນ ກໍເຮັດວຽກເຮືອນການຊານ, ຫຸງເຂົ້າແຕ່ງກິນຮຽບຮ້ອຍແລ້ວ ກໍກຽມອອກໄປຮັບລູກຢູ່ໂຮງຮຽນ. ຄວາມຮັກລະຫວ່າງສອງພໍ່ລູກຕອນນີ້ ມັນຊ່າງຕ່າງຈາກເມື່ອເດືອນທີ່ຜ່ານມາ, ຄວາມສຸກໃຕ້ຮົມຊາຍຄາເຮືອນຫຼັງນີ້ບໍ່ມີຫຍັງຊິມາທຽມເທົ່າໄດ້.
ວັນເວລາຜ່ານໄປເໝືອນສາຍນ້ຳທີ່ບໍ່ມີວັນຫວນກັບມາ. ເລີຍມາເຖິງແລງມື້ໜຶ່ງ ຂອງ ພາກຮຽນສອງ, ຄຳຫຼາເລີກຮຽນແລ້ວກໍອອກມາຖ້າພໍ່ທີ່ປະຕູບ່ອນທີ່ພໍ່ມາຮັບທຸກມື້. ຕາມປົກກະຕິເມື່ອເຂົາອອກມາກໍຈະເຫັນພໍ່ຖ້າຢູ່ກ່ອນແລ້ວ ແຕ່ມື້ນີ້ເຂົາຫຼຽວຊອກພຸ້ນຊອກພີ້ກໍບໍ່ເຫັນ ຫຼືວ່າ ພໍ່ອາດຈະມາຊ້າ. ຄຳຫຼ້າລໍຖ້າແລ້ວຖ້າອີກຈົນເວລາລ່ວງເລີຍຮອດເກົ້າໂມງກໍຍັງບໍ່ເຫັນພໍ່ມາ ຫົວໃຈເຂົາເລີ່ມຮ້ອນຮົນກະວົນກະວາຍ ໃຈບໍ່ຢູ່ກັບເນື້ອກັບຄີງ. ລົດລາເລີ່ມບາງຕາລົງ ຈົນເກືອບບໍ່ມີລົດແລ່ນຜ່ານກາຍມາເລີຍ. ເຂົາເລີ່ມຄິດໄປຕ່າງໆນາໆ ຖ້າເຂົາມີໂທລະສັບໂທຫາພໍ່ ກໍຄົງຈະດີ. ເຂົາບໍ່ຮູ້ຈະເຮັດແນວໃດ ຄິດຫຍັງບໍ່ຖືກ ຄິດຫຍັງບໍ່ອອກ ຈິ່ງຕັດສິນໃຈຍ່າງກັບບ້ານ ດ້ວຍຄວາມຮູ້ສຶກເປັນຫ່ວງບາງສິ່ງບ່າງຢ່າງ ເຂົາຍ່າງໄວເຂົ້າ ແລະ ບາງບ່ອນທີ່ວ່າງໆບໍ່ມີບ້ານຄົນ ເຂົາກໍແລ່ນເອົາ ເຂົາທັງຍ່າງສະຫຼັບແລ່ນ ຈົນແຮງຂາເຂົາເລີ່ມອ່ອນລົງ ອ່ອນລົງ. ເຂົາເກືອບຊຸດຕົວນັ່ງລົງຂ້າງທາງ, ເຂົາຫຼຽວໄປເຫັນເຮືອນຫຼັງໜຶ່ງຍັງໄຂປະຕູຢູ່ ເຂົາກ້າວຂາເຂົ້າໄປເພື່ອຈະໄດ້ຂໍໃຊ້ ໂທລະສັບຫາພໍ່ ຂະນະທີ່ເຂົາພວມກ້າວຂາອອກໄປນັ້ນ ກໍມີສຽງຍິງສາວດັງມາແຕ່ຂ້າງຫຼັງ ສຽງນັ້ນເປັນສຽງທີ່ເຂົາຄຸ້ນເຄີຍດີ "ຄຳຫຼ້າຊິໄປໃສ?"   ເຂົາງວາກໜ້າໄປຕາມສຽງນັ້ນທັນທີ ເຈົ້າຂອງສຽງທີ່ເຂົາພົບກໍເປັນສຽງຂອງ ນ້ອຍບົວພັນ ເພື່ອນຮ່ວມຫ້ອງຮຽນ ຕັ້ງແຕ່ຕອນຮຽນມັດທະຍົມປາຍພຸ້ນ "ເຮົາຊິກັບບ້ານ ແຕ່ພໍ່ເຮົາບໍ່ໄດ້ໄປຮັບ ເຮົາເລີຍຍ່າງມາ..." ນ້ອຍບົວພັນຂານອາສາ ໄປສົ່ງເຂົາ. ທັງສອງຂີ່ລົດຈັກແລ່ນຕາມຖະໜົນເລກທີ່13 ແລະ ມຸ່ງໜ້າມາຍັງເຮືອນຂອງຄຳຫຼ້າ ທີ່ຢູ່ເສັ້ນທາງໂພນເຄັງ. ຄຳຫຼ້າຊາບຊຶ້ງໃນນ້ຳໃຈຂອງເພື່ອນຫຼາຍທີ່ຊ່ວຍເຫຼືອເຂົາໃນຍາມຂັດສົນຄືແນວນີ້. ທັງສອງທັງຂີ່ລົດທັງຖາມຂ່າວຄາວເຊິ່ງກັນ ແລະ ກັນຕາມພາສາໄວໜຸ່ມສາວ.
ນ້ອຍບົວພັນຕ້ອງຜ່ອນຄວາມໄວລົງ ເມື່ອເຫັນຄົນກຸ່ມໜຶ່ງຫຸ້ມກັນຢູ່ທາງຂ້າງໜ້າ, ຄຳຫຼ້າຈ້ອງຕາເບິ່ງເຫດການນັ້ນດວ້ຍຄວາມພິນິດພິເຄາະ ມັນມີບາງສິ່ງບາງຢ່າງເຮັດໃຫ້ເຂົາສົນໃຈ. ເມື່ອລົດແລ່ນມາໃກ້ ເຂົາເຫັນລົດໂຮງໝໍຄັນໜຶ່ງ ທີ່ມີໝໍພວມຊ່ວຍກັນຫາມຄົນເຈັບຂຶ້ນລົດຢູ່. ຄົນເຈັບຄົນນັ້ນຄ້າຍຄືໃຜຜູ້ໜຶ່ງທີ່ເຂົາຄຸ້ນເຄີຍ ແຕ່ຈື່ບໍ່ໄດ້ວ່າແມ່ນໃຜ ແລະ ເຄີຍພົບເຫັນຢູ່ໃສ. ຫົວໃຈເຂົາເລີ່ມເຕັ້ນແຮງຜິດປົກກະຕິ. ເຂົາເກີດຄວາມລະແວງສົງໄສຂຶ້ນມາທັນທີ ເບິ່ງຢ່າງໜຶ່ງກໍຄ້າຍຄືພໍ່ຂອງເຂົາ. ເຂົາຫຼຽວໄປທາງລົດໂຮງໝໍເພື່ອຈະໄດ້ເບິ່ງໃຫ້ແນ່ໃຈ ແຕ່ລົດໂຮງໝໍໄດ້ປິດປະຕູ ແລະ ແລ່ນອອກໄປແລ້ວ. ເຂົາແນມໄປຂ້າງທາງເຫັນລົດຈັກສອງຄັນໃນສະພາບທີ່ເປ່ເພ ບຸ້ມບວມທີ່ສຸດ ສິ່ງໜຶ່ງທີ່ສະທ້ອນຕາເຂົາທີ່ສຸດກໍຄືປ້າຍລົດຈັກເຊິ່ງມັນເປັນລົດພໍ່ເຂົານັ້ນເອງ. ເຂົາບໍ່ຮູ້ເລີຍວ່າແມ່ນຫຍັງກຳລັງເກີດຂຶ້ນກັບເຂົາ ຈິດໃຈອ່ອນລ້າ ແຂນຂາລ່ອຍຄ້າຍຄືຈະເປັນລົມ ແຕ່ເຂົາກໍຕັ້ງສະຕິໄວ້ໄດ້ ເຂົາຫຼຽວໄປທາງຊາກລົດຈັກເພື່ອຄວາມແນ່ໃຈ ເຂົາກໍຍັງເຫັນ ປ້າຍລົດ ເປັນເລກຕົວເກົ່າ ເຂົາພາວະນາໃນໃຈຂໍໃຫ້ນັ້ນເປັນພຽງຄວາມຝັນ. ເຂົາຊວາດຕື່ນເມື່ອ ນ້ອຍຖາມເຂົາວ່າເກີດຫຍັງຂຶ້ນ. ເມື່ອຊາບຄວາມຈິງນ້ອຍຟ້າວຂັບລົດຈັກຕາມລົດໂຮງໝໍໄປທັນທີ ດ້ວຍຄວາມໄວພໍສົມຄວນ ແຕ່ກໍຊ້າເກີນໄປເມື່ອໄປຮອດໂຮງໝໍ ພໍ່ໄດ້ຈາກເຂົາໄປເສຍແລ້ວ ສະຕິເຂົາເມີ່ລອຍເມື່ອໄດ້ຫຍິນທ່ານໝໍບອກວ່າ"ຂໍສະແດງຄວາມເສຍໃຈນຳ, ໝໍຊ່ວຍສຸດຄວາມ ສາມາດແລ້ວ, ແຕ່ຍ້ອນຄົນເຈັບບເສຍເລືອດຫຼາຍ ຖ້າພໍ່ຫຼານໃສ່ໝວກກັນກະທົບພໍ່ຫຼານອາດ..." ຜ່ານໄປດົນເຕີບ ຄວາມຊົງຈຳຂອງເຂົາຈິ່ງຟື້ນຄືນມາ "ຖ້າພໍ່ຫຼານໃສ່ໝວກກັນກະທົບພໍ່ຫຼານ ອາດ..."ເຂົາກ່າວທວນຄຳຂອງທ່ານໝໍ"ທ່ານໝໍໝາຍຄວາມວ່າແນວໃດ?" ທ່ານໝໍບໍ່ໄດ້ຕອບຄຳຖາມ ມີແຕ່ກວ່າງຫົວ ແລະ ຖອນຫາຍໃຈໃຫຍ່. ທຸກຄົນໃນທີ່ນັ້ນໄດ້ແຕ່ມິດງຽບ ແລະ ສົງສານຄຳຫຼ້າດ້ວຍຄວາມສຸດຊຶ້ງ...ເຂົາຮວບຮວບເງິນທີ່ພໍ່ປະໄວ້ໃຫ້ ບວກກັບເງິນຂາຍກີ້ສາຍຄໍເພື່ອຈັດງານສົງສະການພໍ່ຕາມຮີດ ຄອງປະເພນີ. ດີແຕ່ລຸງເພັດເປັນພະນັກງານລັດ ແລະ ມີປະກັນສັງຄົມ ງານນີ້ຈິ່ງລຸລ່ວງໄປດ້ວຍດີ.
ເມື່ອພໍ່ຈາກໄປ ພາລະໜ້າທີ່ທັງໝົດກໍຕົກມາເປັນຂອງຄຳຫຼ້າ ຜູ້ທີ່ຍັງເປັນນັກສຶກສາປີໜຶ່ງ ແລະ ຍັງງຕ້ອງຫາລ້ຽງກຸ້ມຕົນເອງ. ຍັງດີທີ່ລຸງເພັດເປັນພະນັກງານລັດ ດັ່ງນັ້ນ, ເຂົາຈິ່ງໄດ້ ຮັບການຊ່ວຍເຫຼືອຈາກການຈັດຕັ້ງຕາມຄວາມເໝາະສົມ.
ປີນີ້ເຂົາຮຽນຢູ່ປີທີ່ສີ່ແລ້ວ ແຕ່ສ້ອຍຄໍກໍຍັງຄືເກົ່າ. ເຂົາສາມາດຢູ່ສູ້ກັບອຸປະສັກຊີວິດໄດ້. ເຂົາຕັ້ງໃຈວ່າເມື່ອຮຽນຈົບຈະຫາເງິນຊື້ກີ້ສາຍຄໍ ແລະ ແຫວນຄືນໃຫ້ໄດ້. ຍັງດີທີ່ສາຍສ້ອຍຄໍເສັ້ນນີ້ບໍ່ຖືກຂາຍຍ້ອນຄວາມຈົນ, ເຖິງຕອນນີ້ເຂົາຈິ່ງເຂົ້າໃຈ ແລະ ຊາບຊຶ້ງໃນບຸນຄຸນຂອງພັກ ບຸນ ຄຸນຂອງແຜ່ນດິນ. ຖ້າບໍ່ໄດ້ຮັບການຊ່ວຍເຫຼືອ ປານນີ້ສາຍຄໍອັນເປັນຊັບສົມບັດຂອງແມ່ຄົງບໍ່ເຫຼືອໃຫ້ເຫັນແລ້ວ. ເຂົາເສຍດາຍທີ່ພໍ່ແມ່ບໍ່ມີໂອກາດໄດ້ເຫັນຜົນສຳເລັດໃນການສຶກສາຂອງເຂົາ ແລະ ເຂົາກໍບໍ່ມີໂອກາດໄດ້ເຫັນລົມຫາຍໃຈສຸດທ້າຍຂອງພໍ່, ບໍ່ໄດ້ຫຍິນຄຳສັ່ງລາຄັ້ງສຸດທ້າຍຂອງພໍ່ ແລະ ເຂົາເສຍດາຍທີ່ເຂົາບໍ່ມີໂອກາດໄດ້ຕອບບຸນແທນຄຸນພໍ່ແມ່. ຊາດໜ້າມີຈິງຄົງໄດ້ເກີດເປັນລູກຂອງພໍ່ແມ່ອີກ, ໄດ້ຢູ່ຮ່ວມກັນອີກ. ຊາດນີ້ຊີວິດສາມພໍ່ແມ່ລູກພວກເຮົາຊ່າງມີແຕ່ແນວອາພັບແທ້ໆ. ເຂົາແຫງນເບິ່ງທ້ອງຟ້າສີທອງກ່ອນພະອາທິດຈະລັບຂອບຟ້າໄປ, ການຈາກໄປຂອງພະອາທິດຍັງມີວັນຫວນກັບມາອີກ ແຕ່ການຈາກໄປຂອງພໍ່ ແລະ ແມ່ເປັນການນຈາກໄປ ຈາກໄປຢ່າງບໍ່ມີວັນຫວນກັບມາ ອະນິດຈາໂລກນີ້ຊ່າງມີແຕ່ຄວາມບໍ່ທ່ຽງແທ້...

No comments:

Post a Comment