Sunday, July 3, 2016

ເລື່ອງສັ້ນ ແດນບ້ານເກີດ ຈາກປາຍປາກກາ ນັກຂຽນ ສ.ສາຍພູກູດ



ຊີວິດຊາວຊົນນະບົດ, ເປັນຊີວິດທີ່ອີງອາໄສ ແລະ ຕິດພັນກັບທຳມະຊາດ, ປີໃດດິນຟ້າອາກາດອຳນວຍ ປີນັ້ນກໍພໍກຸ້ມຢູ່ກຸ້ມກິນ, ປີໃດດິນຟ້າອາກາດບໍ່ອຳນວຍ ປີນັ້ນຊີວິດການເປັນຢູ່ແມ່ນພົບຄວາມຍຸ້ງຍາກຂາດເຂີນ. ແຕ່ດຶກດຳບັນມາບ້ານຂ້ອຍແມ່ນອຸດົມສົມບູນດ້ວຍເຂົ້າປາອາຫານ. ບ້ານຂ້ອຍຕັ້ງລຽບຕີນພູທີ່ຄົດໂຄ້ງ ຖ້າຂຶ້ນຈອມພູຫົວບ້ານ ແລະ ຫຼຽວມາທາງລຸ່ມ ຈະເຫັນຫຼັງຄາເຮືອນຢາຍລຽບຕາມຕີນພູເປັນແຖວຍາວຢຽດໂຄ້ງ ແລະ ທົ່ງນານ້ອຍຢູ່ເປັນຍ່ານໆ. ມີແມ່ນ້ຳສາຍໃຫຍ່ໄຫຼຜ່ານຕີນບ້ານ, ແມ່ນ້ຳນີ້ທັງເລິກ ແລະ ອຸດົມສົມບູນດ້ວຍສັດນ້ຳນາໆຊະນິດ.
ຫ່າງຈາກໝູ່ບ້ານລຽບສາຍນ້ຳເມືອທາງທິດເໜືອ ມີດົງໃຫຍ່ຕືບໜາດ້ວຍໄມ້ໃຫຍ່, ນ້ອຍ, ສູງຕໍ່າປົນເປກັນໄປຈົນສຸດສາຍຕາ. ດົງໃຫຍ່ແຫ່ງນີ້ແມ່ນຍອດແມ່ນ້ຳທີ່ໄຫຼຜ່ານບ້ານຂ້ອຍ ແລະ ໄຫຼລ່ວງລົງສູ່ໝູ່ບ້ານຕໍ່ໆໄປທາງດ້ານທິດໃຕ້. ບ້ານຂ້ອຍຈຶ່ງເປັນບ້ານປາຍທາງ ເພາະວ່າຕໍ່ຈາກບ້ານຂ້ອຍໄປແລ້ວແມ່ນບໍ່ມີບ້ານຄົນຕື່ມອີກ, ບ້ານຂ້ອຍເຖິງຈະເປັນບ້ານປ່າແຕ່ກໍຍັງມີໂຮງຮຽນປະຖົມ ແລະ ວັດເປັນບ່ອນສຶກສາອົບຮົບ ແລະ ເຕົ້າໂຮມຄວາມສາມະຄີ.
ຂ້ອຍຍັງຈື່ໄດ້ວ່າເມື່ອຕອນເສັງຈົບປໍຫ້ານັ້ນ ຂ້ອຍໄດ້ມີໂອກາດຂີ່ເຮືອຂຶ້ນລ່ອງຂຶ້ນໄປຕາມສາຍນ້ຳນຳໝູ່. ແກ້ງພວກຂ້ອຍເປັນຄົນຂີ້ດືຫຼາຍຈຶ່ງລ່ວງເກີນຄຳຫ້າມຂອງຜູ້ໃຫຍ່, ທຳອິດກໍພາກັນຂີ່ເຮືອຫຼິ້ນຢູ່ກ້ອງບ້ານ ທັງຂີ່ເຮືອທັງໂດດນ້ຳ ເຮັດໃຫ້ບັນຍາກາດຕອນນັ້ນຄຶກຄຶ້ນມ່ວນຊື່ນແຊວໆ ເພາະຕອນນັ້ນຫາກໍບ່າຍໂມງກວ່າໆ ແສງແດດກໍຮ້ອນຍິ່ງຫຼິ້ນກໍຍິ່ງມ່ວນ. ຕໍ່ມາຂ້ອຍອອກປາກຊວນໝູ່ຂີ່ເຮືອເມືອຕາມສາຍນ້ຳ ເຊິ່ງຫາງສຽງສ່ວນຫຼາຍແມ່ນບໍ່ກ້າເມືອ ໂດຍອ້າງວ່າມີຜີເງືອກຜີຕ່າງໆນາໆແລ້ວແຕ່ຜູ້ຊິຂັດຄ້ານ. ສີໄວເປັນຜູ້ໃຫຍ່ ກ່ອນໝູ່ເວົ້່າວ່າມັນຊິມີຜີຫຍັງເດ, ຜູ້ໃຫຍ່ຫ້າມກໍຍ້ອນເພີ່ນບໍ່ຢາກໃຫ້ເຮົາໄປຫຼິ້ນໄກຫັ້ນລະ "ແມ່ນໃຜແດ່ຊິເມືອ". ຂ້ອຍພາຍເຮືອຢູ່ກໍເລີຍຮ້ອງຕອບມັນທັນທີ "ກູເມືອນໍາ" ກູເມືອນໍາ...ຫຼາຍຄົນຮ້ອງຂຶ້ນແຊວໆ. ສີໄວເວົ້າແບບເຄິ່ງຮ້າຍເຄິ່ງຂູ່ "ໃຜບໍ່ເມືອຫ້າມບອກຜູ້ໃຫຍ່, ຖ້າໃຜບອກກູສິບໍ່ໃຫ້ຫຼິ້ນນໍາ" "ໃຜຊິເມືອຂຶ້ນເຮືອໄດ້ແລ້ວ" ຂ້ອຍເອີ້ນບອກໝູ່ແລ້ວທຸກຄົນກໍຂຶ້ນເຮືອໝົດທຸກຄົນ; ພໍຂຶ້ນໝົດ, ຂ້ອຍກໍພາຍເຮືອອອກຝັ່ງທັນທີ ແລະ ພາຍລອຍຂຶ້ນໄປ, ພາຍຂຶ້ນໄປ ທຸກຄົນພາກັນງຽບ ມີແຕ່ສຽງຫາຍໃຈສັ່ນ ຍ້ອນຄວາມໜາວ, ສອງຟາກຝັ່ງມີຕົ້ນໄມ້ໃຫຍ່ສູງລຽນກັນເປັນແຖວ ໜ້າຊະອອນໃຈ. ພວກຂ້ອຍສິບກວ່າຄົນພາກັນມິດງຽບເອົາແທ້ເອົາວ່າ, ຂ້ອຍຮູ້ສຶກວ່າມີສິ່ງໃດສິ່ງໜຶ່ງພວມຈອບແນມເບິ່ງພວກຂ້ອຍຢູ່ ແມ່ນແຕ່ຕົ້ນໄມ້ກໍຄືວ່າຈ້ອງແນມເບິ່ງພວກຂ້ອຍຄືກັນ. ຂ້ອຍພາຍເຮືອຂຶ້ນໄປ ເລື້ອຍໆໂດຍມີສີໄວນັ່ງຢູ່ຫົວເຮືອຄອຍສັງເກດການ. ເມື່ອລົມມີພັດມາເຮັດໃຫ້ຕົ້ນໄມ້ໂອນເອນໄປມາ ສຽງໄມ້ສີກັນເປັນຕາຢ້ານຂະໜາດ. ທຸກຄົນບໍ່ພຽງແຕ່ມິດງຽບເທົ່ານັ້ນ ແຕ່ຍັງຫຼຽວເບິ່ງໜ້າກັນດ້ວຍສາຍຕາແຫ່ງຄວາມຕົກໃຈ, ຂ້ອຍອ່ານແວວຕາໝູ່ໄດ້ ພວກເຂົາກຳລັງຈະບອກຂ້ອຍວ່າ "ພາຍເຮືອກັບເທາະ" ແຕ່ໃນເວລານັ້ນລົມໄດ້ພັດມາແຮງໆ ແລະ ຟ້າກໍມືດຄຶ້ມເຂົ້າ.
ພວກຂ້ອຍພາຍເຮືອມາຮອດກ້ອນຫີນໃຫຍ່ກ້ອນໜຶ່ງ ທີ່ຖືກນ້ຳກືນໄວ້ ເຫຼືອໃຫ້ເຫັນພົ້ນນ້ຳແຕ່ພຽງແຕ່ໜ້ອຍດຽວເທົ່ານັ້ນ. ຂ້ອຍອ້າປາກພວມວ່າຊິຊວນໝູ່ກັບຄືນ ແຕ່ຂ້ອຍຕ້ອງຢຸດເພາະມີເປັດນ້ອຍໂຕໜຶ່ງລອຍຢູ່ດ້ານຫົວເຮືອ "ເບິ່ງແມ໋! ນັ້ນແມ່ນເປັດນ້ອຍໃຜ?" ທຸກຄົນກຫັນໄປເບິ່ງເປັດນ້ອຍປະຫຼາດນັ້ນພ້ອມກັນ. ຫຼາຍຄຄົນແຊວໆຂຶ້ນວ່າເປັດນ້ອຍຫຼົງທາງ ຂ້ອຍຄຶດໃນໃຈວ່າ ຖ້າມັນຫຼົງທາງເປັນຫຍັງມັນຄືມາໄກແທ້ ແຖມມັນຍັງບໍ່ຮ້ອງອີກ. ໝູ່ຜູ້ໜຶ່ງຮ້ອງຂຶ້ນ "ກູວ່າມັນເປັນເປັດນ້ອຍຜີເງືອກ" ພໍໄດ້ຫຍິນຄຳວ່າຜີເງືອກທຸກຄົນກໍມິດອິມຊິມ. ສີໄວຮ້ອງບອກຂ້ອຍວ່າ "ພາຍເຮືອຢຽບມັນເລີຍ" ຂ້ອຍບໍ່ລໍຊ້າ ຊຸກໄມ້ພາຍບາດແຮງໆ ແລະ ແນຫົວເຮືອໃຫ້ຊື່ໆມັນ. ພໍແຕ່ເຮືອຢຽບເປັດນ້ອຍປະຫຼາດນັ້ນຜ່ານໄປ ທຸກຄົນກໍຫຼຽວຄືນຫຼັງທັນທີ ແຕ່ບໍ່ເຫັນມັນອີກເລີຍ. ໝູ່ຄົນໜຶ່ງຮ້ອງອອກມາດ້ວຍສຽງສັ່ນໆ "ກູວ່າຜີເງືອກແທ້ໆ" ເມື່ອໄດ້ຫຍິນແນວນີ້ ໝູ່ທີ່ຢູ່ເຄີ່ງກາງ ຕ່າງກໍແຍກກັນອອກ ຈຸໜຶ່ງແລ່ນມາຫາຂ້ອຍ ແລະ ອີກຈຸໜຶ່ງແລ່ນເມືອຫາສີໄວ, ເມື່ອທາງກາງບໍ່ມີຄົນຢູ່ ມີຄົນຢູ່ແຕ່ຫົວກັບທ້າຍ ເຮັດໃຫ້ເຮືອຂວ້າມຖອກພວກຂ້ອຍອອກທັງໝົດ, ດີແຕ່ວ່າເດັກນ້ອຍບ້ານຂ້ອຍລອຍນໍ້າເກັ່ງທຸກຄົນ ຖ້າບໍ່ດັ່ງນັ້ນພວກຂ້ອຍຄົງຕາຍເປັນຜີພືງ ເຝົ້າວັງນ້ຳນັ້ນແທ້ໆ. ເມື່ອເຮືອຂວ້າມ ຂ້ອຍຄິດເຫັນກ້ອນຫີນຢູ່ໃກ້ໆນັ້ນຈິ່ງຮ້ອງບອກໝູ່ໃຫ້ຟ້າວໄປຂຶ້ນກ້ອນຫີນນັ້ນທັນທີ, ສ່ວນຂ້ອຍກັບສີໄວແມ່ນຊ່ວຍກັນປີ້ນເຮືອຄືນ ແລະ ຫວິດນ້ຳອອກຈົນໝົດ, ຫຼຽວເບິ່ງໝູ່ທີ່ປີນຢູ່ເທິງກ້ອນຫີນ ໜ້າຜູ້ໃດກໍຊີດຂາວທັງສັ່ນທົດໆຍ້ອນຄວາມຢ້ານ. ພໍຫວິດນ້ຳອອກໝົດ ຂ້ອຍກໍພາຍເຮືອເຂົ້າໄປຫາກ້ອນຫີນນັ້ນທັນທີ, ໃນຂະນະທີ່ທຸກຄົນພວມຟັ່ງຟ້າວຂຶ້ນເຮືອຢູ່ນັ້ນ ກໍມີສຽງດັງໂກກໆພ້ອມທັງສຽງໃບໄມ້ຊວາດໆດັງມາແຕ່ຕາຝັ່ງອີກຟາກໜຶ່ງ; ທຸກຄົນຫັນໄປຫາສຽງນັ້ນທັນທີ "ເສືອ..."ທຸກຄົນຮ້ອງຂຶ້ນເກືອບພ້ອມກັນ, ຂ້ອຍອອກຄຳສັ່ງ "ຂຶ້ນເຮືອໄວໆ" ຈາກນັ້ນກໍຟ້າວພາຍເຮືອໜີ ແຕ່ຄືຈັ່ງວ່າພາຍປານໃດກໍບໍ່ໄປ, ຂ້ອຍຮ້ອງບອກ "ພາຍຊ່ອຍກັນຕິ໊ໄວໆ" ທຸກຄົນເອົາມືເປົ່າພາຍຊ່ອຍຈຶ່ງຄືວ່າໄປແດ່, ແຕ່ຂ້ອຍຍັງວ່າເຮືອແລ່ນຊ້າໂພດ. ພວກຂ້ອຍຊ່ອຍກັນພາຍເອົາແທ້ເອົາວ່າທັງຢ້ານກໍປານນັ້ນ ຈົນເຮືອແລ່ນພົ້ນປ່າຍາມໃດບໍ່ຮູ້ເມື່ອເລີຍ. ພໍຮອດວັງນ້ຳ ບ່ອຍເຄີຍອາບຫຼິ້ນກໍເປັນເວລາໃກ້ຄໍ່າແລ້ວ, ທຸກຄົນຟ້າວນຸ່ງເຄື່ອງ ແລະ ໄປທາງໃຜທາງມັນ. ນີ້ເປັນເທື່ອທຳອິດທີ່ຂ້ອຍໄດ້ເຫັນເສືອໂຕເປັນໆກັບຕາ ແລະ ເຫດການຄັ້ງນີ້ຂ້ອຍບໍ່ເຄີຍບອກໃຜ ແລະ ບໍ່ເຄີຍໄດ້ຫຍິນໝູ່ຜູ້ໃດເອີ່ຍເຖິງມັນອີກເລີຍ. ອາດເປັນຍ້ອນໃຜກໍຄົງຢ້ານຈົນບໍ່ກ້າບອກຜູ້ໃຫຍ່ ແລະ ຖ້າບອກໄປ ພວກຂ້ອຍອາດຈະຖືກລົງໂທດຢ່າງໜັກກໍເປັນໄດ້.
ຊາວບ້ານຂ້ອຍມີອາຊີບເຮັດໄຮ່ເຮັດສວນ ກວມສອງສ່ວນສາມຂອງປະຊາກອນໃນບ້ານ. ຍ້ອນບ້ານນີ້ເປັນບ້ານໃຫຍ່, ບວກກັບການເພີ່ມຂຶ້ນຂອງປະຊາກອນ ເຮັດໃຫ້ປ່າໄມ້ຖືກທຳລາຍ ຈາກການຖາງປ່າເຮັດໄຮ່ທີ່ເພີ່ມຂຶ້ນທຸກປີ ແລະ ຍ້ອນການຂຸດຄົ້ນໄມ້ຊະຊາຍຈົນພູຫຼາຍໜ່ວຍໃນເຂດນີ້ ກາຍເປັນພູປອກໂລ້ນປີລະຫຼາຍສິບເຮັກຕ່າ. ຮອດປີນີ້ນ້ຳສາຍໃຫຍ່ທີ່ໄຫຼຜ່ານຕີນບ້ານ ໄດ້ບົກແຫ້ງຂາດເປັນບວກເປັນວັງປະກ້ອນຫີນຢາຍລຽງລາຍໄວ້ຕາມຄອງນ້ຳແບບບໍ່ເຄີຍມີມາກ່ອນ. ຄົງເປັນຍ້ອນປ່າຍອດຫ້ວຍຖືກທຳລາຍ, ປ່າດົງທີ່ເຄີຍຕຶບໜາ ແລະ ເຕັມແຕ່ໄມ້ ໃຫຍ່ໆນັ້ນ ໄດ້ກາຍເປັນປ່າເລົ່າ ແລະ ປ່າຫຍ້າຢັງຢາຍເປັນຫຍ່ອມໆທົ່ວສາລະທິດ.
ປີນີ້ເຖິງເດືອນແປດແລ້ວຝົນຍັງບໍ່ຕົກ ດິນນາຍັງແຕກເປັນຫຽງ ແລະ ເປັນຜົງຢູ່, ເຖິງວ່າຊາວບ້ານພ້ອມກັນເຮັດບຸນບັ້ງໄຟເພື່ອຂໍຟ້າຂໍຝົນນຳພະຍາແຖນແລ້ວກໍຕາມ ແຕ່ພະຍາແຖນກໍບໍ່ໄດ້ເຫັນໃຈ. ທຳອິດເພີ່ນຄົງເຫັນໃຈຈິ່ງປ່ອຍຝົນມາພຽງເລັກນ້ອຍ, ຊາວບ້ານຜູ້ມີນາກໍຕົກ ກ້າ ແຕ່ເຖິງດຽວນີ້ກ້າກໍຂຶ້ນຂໍ້ເຖິງສອງສາມຂໍ້ແລ້ວ ແລະ ດິນນາທີ່ຈະປັກດຳຊ້ຳພັດຍັງເປັນຜົງຢູ່, ເຂົ້າໄຮ່ທີ່ຫາກໍເລີ່ມຂຽວງາມໄດ້ມີໃບສີ ເຫຼືອງມາແທນ ແລະ ຕາຍເປັນວົງກວ້າງຍ້ອນຂາດນ້ຳຫຼໍ່ລ້ຽງ ເຮັດໃຫ້ຊາວບ້ານຫຼາຍຄົນເລີ່ມຈົ່ມເລີ່ມດ່າພະຍາແຖນຕ່າງໆນາໆ.
ໃນເມື່ອຊີວິດພົບກັບຄວາມລຳບາກຝືດເຄືອງເຊັ່ນນີ້ ຂ້ອຍ ແລະ ບຸນມາຈິ່ງໄດ້ຕົກລົງກັນອອກຈາກບ້ານ ເພື່ອໄປຊອກຫາເຮັດວຽກງານທຳໃນເມືອງວຽງຈັນພໍໄດ້ຊ່ວຍເຫຼືອຄອບຄົວ. ບຸນມາກໍເຫັນດີເພາະຕ່າງຄົນກໍຮູ້ດີວ່າການທີ່ຈະໄປຮຽນຕໍ່ນັ້ນຍາກຫຼາຍ ໂດຍສະເພາະຍາມທຸກຍາກຂາດເຂີນແນວນີ້ ພໍ່ແມ່ກໍບໍ່ມີແນວຊິຍູ້ຊິສົ່ງ. ພວກເຮົານັດກັນວ່າເປັນແນວໃດກໍຕ້ອງຖາມພໍ່ແມ່ໃຫ້ຮູ້ເລື່ອງໃນມື້ແລງນີ້ ແລະ ມື້ອື່ນແມ່ນມາລາຍງານຜົນໃຫ້ກັນ ແລະ ກັນຮູ້. ຈັ່ງແມ່ນໂຊກດີທີ່ພໍ່ແມ່ເພີ່ນອະນຸຍາດໃຫ້ໄປ ຕາມຄວາມປະສົງ, ເຖິງຈະຢູ່ບ້ານກໍບໍ່ມີວຽກເຮັດງານທຳ ຄອງຄອຍຖ້າເຮັດນາກໍບໍ່ຮູ້ວ່າອີກດົນປານໃດຝົນຈິ່ງຊິຕົກ.
ເມື່ອພໍ່ແມ່ເພີ່ນອະນຸຍາດແລ້ວ ແຕ່ສິ່ງດຽວທີ່ຂ້ອຍຍັງກັງວົນໃຈກໍຄືເລື່ອງຂອງຂ້ອຍກັບເພັດພູທອນລູກສາວຄົນດຽວຂອງແມ່ທອງບ້ານໃຕ້. ຕອນແລງມື້ນັ້ນຂ້ອຍໄດ້ໄປຫາເພັດທີ່ຖຽງໄຮ່ດ້ວຍຫົວໃຈຫວັ່ນວິຕົກເລັກນ້ອຍ, ຂ້ອຍບໍ່ຮູ້ວ່າ ນາງຊິວ່າຈັ່ງໃດກັບຂ້ອຍ. ເຖິງແນວໃດຂ້ອຍກໍຈະອະທິບາຍໃຫ້ນາງເຂົ້າໃຈ ແລະ ເຫັນໃຈໃນການຈາກໄປຂອງຂ້ອຍ. ຂ້ອຍຄິດເຖິງອະດີດ, ຄິດເຖິງຄວາມຮັກອັນຫວານຊື່ນລະຫວ່າງຂ້ອຍກັບນາງ, ຄິດເຖິງຄວາມຮັກຄັ້ງທຳອິດທີ່ຂ້ອຍໄດ້ບອກຮັກກັບນາງຕັ້ງແຕ່ຕອນເລີ່ມເປີດສົກຮຽນໃໝ່ຂອງມັດທະຍົມປີທີ່ສາມພຸ້ນ ຮອດປີນີ້ກໍໄດ້ສາມປີແລ້ວ ນາງກໍຍັງບໍ່ມີຫຍັງປ່ຽນແປງໄປ ແຕ່ຖ້າຂ້ອຍຈາກໄປກໍບໍ່ຮູ້ໄດ້ວ່າຊິມີແມງພູ່ໂຕໃດຈະມາວົນວຽນ ເຮັດໃຫ້ດອກໄມ້ແດນດົງຂອງຂ້ອຍປ່ຽນໃຈ. ຂ້ອຍລະເມີເພີ້ຝັນນຳແຕ່ພາບເຫດການອະດີດ ແລະ ພາບທີ່ຈະເກີດຂຶ້ນໃນອະນາຄົດ ຈົນຂ້ອຍຍ່າງມາຮອດຜືນໄຮ່ເຮືອນເພັດຍາມໃດບໍ່ຮູ້ເມື່ອເລີຍ. ຂ້ອຍເຫັນນາງກົມໆເງີຍໆຢູ່ແຈຜືນໄຮ່ທາງດ້ານໃຕ້ ຈິ່ງຄ່ອຍຍ່າງຢ່ອງໆໄປຫານາງ ໂດຍພະຍາຍາມບໍ່ໃຫ້ມີ ສຽງດັງເກີດຂຶ້ນ, ຍັບເຂົາໄປໃກ້ໆຈິ່ງຮູ້ວ່ານາງພວມຫຼົກຫຍ້າອອກຈາກໄຮ່ສາລີ "ອາແຮ໊ມ" ຂ້ອຍ ຕັ້ງຕິໄອຂຶ້ນເຮັດໃຫ້ນາງຕົກໃຈ ແລະ ຫຼຽວໜ້າມາທັນທີ "ເຮັດຫຍັງຢູ່ນໍ້ຄົນງາມ?" "ມາກະຍ້ອງໂລດນໍ້, ຈັ່ງແມ່ນປາກຫວານ, ມີຫຍັງບໍອ້າຍໄຊຈິ່ງມາຫານ້ອງຮອດໄຮ່ພີ້?" ຂ້ອຍບໍ່ຕອບຄຳ ຖາມຂອງນາງ ແລະ ນາງກໍແນມເບິ່ງໜ້າຂ້ອຍດ້ວຍສາຍຕາຄອງຄອຍຄຳຕອບ. ລົມເຢັນພັດມາ ເຮັດໃຫ້ໃບເຂົ້າ, ໃບສາລີເຄື່ອນເໜັງໄປມາຕາມກະແສລົມ ກຸ່ມເມກເຄື່ອນຕົວໄປທາງທິດບົວລະພາ, ແສງແດດຍັງເຈີດຈ້າແຕ່ກໍເຢັນສະບາຍດີ. ຂ້ອຍນັ່ງລົງຂອນໄມ້ປ່ອຍສາຍຕາໄປ ຂ້າງໜ້າຢ່າງບໍ່ມີຈຸດໝາຍ ແລເຫັນຜືນໄຮ່ຜືນໜຶ່ງທີ່ກວ້າງໃຫຍ່ຢູ່ອີກເປີ້ນພູໄກໆພຸ້ນ, ໄກປານນັ້ນກໍຍັງມີຄົນໄປເຮັດໄຮ່ໃສ່ນໍ, ອີກຈັກສອງສາມປີຕໍ່ໜ້ານີ້ຄົງບໍ່ມີຕົນໄມ້ໃຫຍ່ເຫຼືອໃຫ້ເຫັນອີກ. ເມື່ອເຫັນຂ້ອຍນັ່ງຊຶມດ້ວຍໃຈເລື່ອນລອຍ ເຮັດໃຫ້ນາງແປກໃຈ, ນາງປົດກຸບອອກແລ້ວມານັ່ງລົງຂ້າງໆຂ້ອຍດ້ວຍທ່າທາງກັງວົນໃຈ. "ອ້າຍມາຫານ້ອງມື້ນີ້ແລ້ວບໍ່ຮູ້ວ່າອີກດົນປານໃດຈິ່ງຈະໄດ້ພົບນ້ອງອີກ" "ອ້າຍ! ມັນໝາຍຄວາມວ່າແນວໃດ?" "ເພັດ! ອ້າຍມາຫານ້ອງມື້ນີ້ ອ້າຍມີເລື່ອງຊິມາປຶກສານຳນ້ອງ" "ເລື່ອງຫຍັງ...?" "ອ້າຍຄຶດວ່າຊິໄປຊອກຫາເຮັດວຽກເຮັດງານໃນວຽງຈັນພຸ້ນ ພໍໄດ້ເງິນຊ່ອຍພໍ່ແມ່ ແລະ ກໍເພື່ອສອງເຮົານຳແດ່, ອ້າຍຢາກຖາມນ້ອງວ່າ ນ້ອງຊິຖ້າອ້າຍໄດ້ບໍ?" ພໍໄດ້ຫຍິນແນວນັ້ນ ນາງໜ້າເສົ້າລົງທັນທີ ໜ້າແດງ ແລະ ມີນ້ຳຕາຊືມອອກມາ ເຫັນແລ້ວກໍໜ້າສົງສານນາງ. "ນ້ອງຂໍເວລາຄຶດກ່ອນໄດ້ບໍ?" "ເພັດ! ອ້າຍບໍ່ມີເວລາເຫຼືອອີກແລ້ວ ມື້ອື່ນນີ້ອ້າຍຊິອອກເດິນທາງແຕ່ເຊົ້າ" "ແມ່ນໃຜຊິໄປນຳອ້າຍ ຫຼື ວ່າອ້າຍຊິໄປຄົນດຽວ?" "ບຸນມາຄຸ້ມກາງຊິໄປນຳ. ເພັດ! ຫາກນ້ອງຖ້າອ້າຍບໍ່ໄດ້ອີຫຼີ ມີຜູ້ໃໝ່ມາສົນໃຈນ້ອງ ກໍສຸດແລ້ວແຕ່ນ້ອງ ອ້າຍບໍ່ວ່າຫຍັງດອກ ອາດເປັນຍ້ອນຟ້າເບື້ອງບົນເພີ່ນຄົງບໍ່ໍສ້າງນ້ອງມາເພື່ອອ້າຍ, ແຕ່ຖ້າເພີ່ນ ປັ້ນນ້ອງມາເພື່ອອ້າຍ ນ້ອງຄົນເຫັນໃຈອ້າຍ..." "ອ້າຍຊິໄປດົນປານໃດ?" "ເລື່ອງນີ້ອ້າຍຍັງຕອບນ້ອງບໍ່ໄດ້ດອກ, ຫາກນ້ອງຮັກ ແລະ ຄອຍຖ້າອ້າຍໄດ້, ອ້າຍຂໍສາບານວ່າຊິຮັກນ້ອງຄົນດຽວ ແລະ ຊິຮັກຊົ່ວນິຣັນການ, ເຖິງຈາກກັນໄປໄກອ້າຍກໍຂໍມີນ້ອງຄົນດຽວໃນຫົວໃຈສະເໝີ." "ເລື່ອງຮັກເລື່ອງສັນຍານ້ອງກະຍັງຄືເກົ່າຫັ້ນລະ, ຢ້ານແຕ່ອ້າຍນັ້ນຕິຈາກໄປໄກເຫັນສາວວຽງຈັນງາມກ່ອນນ້ອງ ແລ້ວຊິປ່ຽນໃຈ" "ບໍ່ເປັນຫຍັງດອກເພັດເລື່ອງນີ້ໃຫ້ນ້ອງວາງໃຈອ້າຍໄດ້." "ຖ້າເປັນແນວນັ້ນແທ້ນ້ອງພ້ອມແລ້ວທີ່ຈະຄອງຄອຍອ້າຍກັບມາ." "ເພັດ! ອ້າຍຂໍຫອມແກ້ມ ລາຈັກບາດໜຶ່ງພໍເປັນກຳລັງໃຈເມື່ອຍາມຈາກໄກຊິໄດ້ບໍ?" "ບ້າຫວະ?ອ້າຍໄຊ" "ເວົ້າຢອກ ຊື່ໆດອກ" "ອ້າຍຕ້ອງໃຫ້ສັນຍາກ່ອນ" "ກໍໄດ້ອ້າຍໃຫ້ສັນຍາ""ໃຫ້ຫອມແກ້ມນ້ອງຄ່ອຍໆຈາກໄກແລ້ວອ້າຍຢ່າຫຼອຍໄປຫອມແກ້ມສາວວຽງຈັນໄດ້ບໍ?" "ໄດ້..."ຜ່ານມາຂ້ອຍບໍ່ເຄີຍແຕະ ຕ້ອງນາງແມ່ນແຕ່ໜ້ອຍດຽວ ຂ້ອຍຮັກ ແລະ ຖະນຸຖະ   ໜອມນາງຍິ່ງກວ່າສິ່ງໃດ, ເວລາຈັ່ງແມ່ນຜ່ານໄປໄວແທ້ໄວວ່າ. ເມື່ອຕາເວັນບ່າຍຄ້ອຍຄໍ່າສົມຄວນຈວນຈະລັບສັນພູແລ້ວ ຂ້ອຍກ່າວອຳລານາງ "ອ້າຍຈາກໄກແລ້ວຂໍນ້ອງຢ່າໄດ້ປ່ຽນໃຈເດີ" "ນ້ອງຈະຊື່ສັດຕໍ່ຄວາມຮັກສອງເຮົາ ຂໍພຽງອ້າຍຢ່າເປັນຜູ້ທຳລາຍກໍແລ້ວກັນ" "ອ້າຍຂໍສັນຍາວ່າຈະຊື່ສັດຕໍ່ນ້ອງຕະຫຼອດໄປ." ທັນໃດນັ້ນຂ້ອງຕ້ອງຕື່ນສຽງຮ້ອງຂອງແມ່ເພັດພູທອນທີ່ເອີ້ນຫາລູກສາວໃຫ້ໄປກຽມໜຶ້ງ ເຂົ້າ. ຂ້ອຍຍ່າງອອກຈາກຜືນໄຮ່ແຫ່ງນັ້ນດ້ວຍຄວາມອາໄລອາວອນ, ຍ່າງຮອດສັນພູເບື້ອງກົງກັນຂ້າມ ຫຼຽວໄປເຫັນຖຽງໄຮ່ເພັດຢູ່ໄກໆພຸ້ນ ແສງພະອາທິດສີທອງຄ່ອຍໆຈາງຫາຍໄປ ແລະ ຄວາມມືດແຫ່ງລາຕີການກໍຄ່ອຍໆເຂົ້າມາແທນ ໃນທີ່ສຸດທຸກຢ່າງ ກໍຈົມຢູ່ໃຕ້ຄວາມມືດຢ່າງສະນິດ ເຫັນແຕ່ແສງໄຟ ວັອບໆແວບໆທີ່ລອດມາຈາກຖຽງໄຮ່ຕາມຈ້າຍພູເປັນຍ່ານໆ, ຂ້ອຍຍ່າງຜ່າຄວາມມືດຮອດເຮືອນດ້ວຍຫົວໃຈເມີ່ລອຍອາໄລອາວອນ...
ມື້ຕໍ່ມາຂ້ອຍ ແລະ ບຸນມາໝູ່ຄົນສະນິດກໍມຸ່ງໜ້າສູ່ນະຄອນຫຼວງວຽງຈັນນຳລົດເມສາຍເໜືອ - ນະຄອນຫຼວງວຽງຈັນຕາມຄວາມຫວັງທີ່ຈະໄດ້ເຮັດວຽກເຮັດງານພໍໄດ້ເງິນຊ່ວຍເຫຼືອຄອບຄົວ. ບົນສັ້ນທາງອັນຍາວໄກ ລົດເມກໍພາພວກເຮົາມາເຖິງນະຄອນຫຼວງວຽງຈັນ ເມືອງຫຼວງຂອງປະເທດ. ພວກເຮົາສຸດທີ່ຕື່ນຕາຕື່ນໃຈເພາະນີ້ເປັນເທື່ອທຳອີດໃນຊີວີດ, ມີເຮືອນປຸກລຽນກັນຕະຫຼອດສອງຟາກທາງ, ມີລົດແລ່ນສວນສົນໄປມາ ແລະ ຜູ້ຄົນໜາແໜ້ນ, ມັນຊ່າງຕ່າງຈາກບ້ານເຮົາແທ້ໆນໍ. ເມື່ອມາເຖິງຄິວກໍເປັນເວລາເດິກສະງັດ ພວກເຮົາບໍ່ຮູ້ທາງຊິໄປຈຶ່ງໄດ້ນອນຄ້າງຄືນນຳລົດເມຄັນນັ້ນເລີຍ.
ເຊົ້າມື້ຕໍ່ມາ ພວກເຮົາທັງສອງກໍເລາະທ່ຽວໄປຕາມຖະໜົນສາຍຕ່າງໆ ເພື່ອຊອກຫາບ່ອນເຮັດວຽກ ບ່ອນທີ່ເພີ່ນຕ້ອງການກຳມະກອນ. ຍ່າງໄປເລື້ອຍໆດ້ວຍຄວາມອິດເມື່ອຍອ່ອນແຮງ, ຍ່າງຢູ່ໃນເມືອງມັນຊ່າງຕ່າງກັບຍ່າງຢູ່ບ້ານເຮົາ ເພາະຄົນສ່ວນຫຼາຍແມ່ນຂີ່ລົດ ແລະ ມີ     ໜ້ອຍຄົນທີ່ສຸດທີ່ຈະຍ່າງດ້ວຍໄລຍະທາງອັນໄກຄືພວກຂ້ອຍ, ຍ່າງໄປເພີນໄປຄືວ່າໄກສົມຄວນແຕ່ພໍ ຫຼຽວຄືນຫຼັງຍັງແນມເຫັນບ່ອນເກົ່າຢູ່. ພວກຂ້ອຍເກືອບສິ້ນຫວັງ ແລະ ໝົດຄວາມພຽນທີ່ຊິຍ່າງຕໍ່ໄປ, ແຕ່ກໍບໍ່ໄດ້ທໍ້ຖອຍ ສືບຕໍ່ຍ່າງເລື້ອຍໄປດ້ວຍຄວາມອິດເມື່ອຍ. ທ້ອງຟ້າຕອນໃກ້ຊິຄໍ່າປາສະຈາກເມກ ແລະ ຮ້ອນອົບເອົ້າຫຼາຍ, ຜູ້ຄົນເລີ່ມທະຍອຍກັນກັບຈາກວຽກຈາກງານ. ຍ່າງມາຮອດເຮືອນຫຼັງໜຶ່ງເຊິ່ງເຈົ້າຂອງເຮືອນພວມປິດປະຕູໜ້າເຮືອນ, ພວກເຮົາບໍ່ຢາກເຊື່ອສາຍຕາໂຕເອງເລີຍ ເພາະປ້າຍບັກໃຫຍ່ຕິດປະກາດຢູ່ປະຕູນັ້ນຂຽນວ່າ "ຮັບສະໝັກກຳມະກອນຫຼາຍຕໍ່າແໜ່ງ" ພວກຂ້ອຍແນມເບິ່ງໜ້າກັນ ແລະ ຫັນກັບໄປເບິ່ງປ້າຍ ປະກາດຕື່ມອີກເພື່ອຄວາມແນ່ໃຈ "ເອື້ອໆ! ເພີ່ນຍັງຮັບກຳມະກອນຕື່ມອີກບໍ່ນໍ?" "ຮັບ... ແລະ ຍັງຮັບອີກຈຳນວນຫຼາຍ" "ເອີ...ຄືວ່າພວກນ້ອງພາກັນມາຊອກເຮັດວຽກນະເອື້ອຍ" "ອື່...ມື້ນີ້ຄໍ່າແລ້ວ, ມື້ອື່ນຈື່ງມາໃໝ່ເດີ" ພວກຂ້ອຍຂອບໃຈ ຍົກມືໄຫວ້ ແລະ ອຳລາເອື້ອຍຜູ້ນັ້ນໄປດ້ວຍຄວາມຕື່ນເຕັ້ນດີໃຈທີ່ຈະໄດ້ເຮັດວຽກຕາມຄວາມປະສົງ. ຄືນນັ້ນພວກຂ້ອຍພາກັນໄປຄ້າງຄືນທີ່ເຮືອນພັກຫຼັງໜຶ່ງ ທີ່ຢູ່ໃກ້ໆນັ້ນ. ນັບວ່າເປັນເທື່ອທຳອີດທີ່ຂ້ອຍໄດ້ສຳຜັດກັບສິ່ງໃໝ່ໆເປັນ ຕົ້ນວ່າ ນ້ຳປະປາ, ໄຟຟ້າ, ໄດ້ນອນຫ້ອງຫຼູຫຼາ ແລະ ມີກິ່ນຫອມຊວນນອນ. ມັນນັບວ່າເປັນໂຊກໃຫຍ່ສຳລັບ ຄົນບ້ານປ່າຜາດົງຄືພວກຂ້ອຍທີ່ມີໂອກາດໄດ້ສຳຜັດ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆດ້ວຍຕົນເອງ.
ເຊົ້າມື້ຕໍ່ມາພວກເຮົາກັບໄປເຮືອນຫຼັງເກົ່າ ແລະ ໄດ້ຮັບຄວາມເອື້ອອາລີຈາກເຈົ້າຂອງເຮືອນ ເມື່ອເພີ່ນຮູ້ວ່າພວກຂ້ອຍມາຈາກບ້ານ ນອກ. ພວກຂ້ອຍຖືກສັບຊ້ອນໃຫ້ເຮັດວຽກໃນຕ່ຳກໍ່ສ້າງທົ່ວໄປ, ຂ້ອຍ ແລະ ບຸນມາຕ່າງຕັ້ງໜ້າເຮັດວຽກສົມຄວາມຕັ້ງໃຈ, ວຽກໃດເຮັດບໍ່ເປັນ ເພີ່ນກໍບອກສອນໃຫ້ຈົນເປັນທີ່ໄວ້ວາງໃຈຈາກຫົວໜ້າ.
ວັນເວລາຜ່ານໄປຢ່າງໄວວາ ນັບແຕ່ມາເຮັດວຽກຢູ່ນີ້ກໍໄດ້ສອງເດືອນແລ້ວ, ວຽກທີ່ພວກຂ້ອຍເຮັດກະບໍ່ມີຫຍັງຫຼາຍດອກ ຍ້ອນເປັນຄົນບ້ານນອກ, ລະດັບການສືກສາບໍ່ສູງ ແລະ ບໍ່ມີຄວາມຮູ້ຄວາມສາມາດກໍເລີຍໄດ້ພຽງອາຊີບກຳມະກອນກໍ່ສ້າງ ມັນກໍສົມສັກສີຂອງພວກຂ້ອຍແລ້ວທີ່ມີວຸດທິພຽງມໍສາມ. ຮອດດຽວນີ້ໜ້າວຽກກໍແລ້ວເກືອບໝົດທຸກຢ່າງ ພວກຂ້ອຍຈຳຕ້ອງເປັນຄົນພະເນຈອນຫາຊອກວຽກຕໍ່ໄປອີກ...
ຕໍ່ມາພວກບໍ່ດົນ ເຮົາກໍໄດ້ມາເຮັດວຽກຢູ່ຮ້ານຂາຍເຄື່ອງກໍສ້າງແຫ່ງໜຶ່ງ ແລະ ເຊົ່າຫ້ອງແຖວເຊິ່ງຫ່າງຈາກນີ້ບໍ່ໄກປານໃດ, ວຽກທີ່ເຮັດຢູ່ຮ້ານນີ້ກໍແມ່ນເອົາໄມ້, ຊີມັງ, ເຫຼັກເສັ້ນຂຶ້ນລົດລົງລົດ ແລະ ສົ່ງລູກຄ້າວັນລະຫຼາຍໆຖ້ຽວຕາມແຕ່ມີລູກຄ້າສັ່ງ. ທຳອິດວຽກນີ້ກໍເປັນບັນຫາໃຫຍ່ຄືກັນເພາະເຮັດວຽກແຕ່ເຊົ້າຮອດຄ່ຳ ແລະ ບໍ່ມີວັນພັກອີກ. ຕອນມາເຮັດວຽກໃໝ່ຂ້ອຍຍັງຈື່ໄດ້ວ່າຂ້ອຍແບກຊີມັງຂຶ້ນລົດເທື່ອລະເປົາກໍໜັກເຕັມທີ ແຕ່ຕອນນີ້ແບກເທື່ອລະສອງເປົາກໍໄດ້ສະບາຍ. ເຮັດວຽກເຖິງພຽງນີ້ແຕ່ພໍຮອດທ້າຍເດືອນຈ່າຍຄ່າຫ້ອງແຖວ, ຄ່ານ້ຳ, ຄ່າໄຟຟ້າແລະ ສິ່ງອື່ນໆທີ່ຈຳເປັນແລ້ວເງິນກໍເຫຼືອໜ້ອຍເຕັມທີ ບາງເດືອນກໍບໍ່ເຫຼືອເລີຍ. ພຽງເທົ່ານີ້ມັນກໍເປັນບັນຫາໃຫຍ່ສຳລັບຄົນສູ້ຊີວິດທີ່ເຮືອນເຊົ່າເຂົ້າຊື້ຄືພວກຂ້ອຍ. ບາງເທື່ອເຮັດວຽກໜັກມາໝົດມື້  ຕ້ອງການຜັກຜ່ອນຫຼັບນອນ ແຕ່ຕອນເດິກດື່ນທ່ຽງຄືນກໍມີເຈົ້າໜ້າທີ່ກອງຫຼອນບ້ານມາເຄາະປະຕູກວດເບິ່ງຫ້ອງ; ຂ້ອຍຍັງຈື່ໄດ້ດີ ແລະ ຊິຈື່ໄປຕະຫຼອດຊີວິດນີ້, ຄືນໜຶ່ງທີ່ມາເຊົ່າເຮືອນໃໝ່ກໍມີຄົນມາເຄາະປະຕູຫ້ອງ ທຳອິດຄິດວ່າຝັນແຕ່ເມື່ອຟັງດີໆຈື່ງຮູ້ວ່າແມ່ນກອງຫຼອນບ້ານມາກວດ. ພວກເຮົາບໍ່ມີໃບອະນຸຍາດພັກເຊົາຈື່ງຖືກປັບໃໝ, ເຖິງພວກເຮົາຊິຕໍ່ວ່າຕໍ່ຂານວ່າພວກເຮົາມາແຕ່ບ້ານນອກ ຄິດວ່າຈ່າຍເງິນຄ່າຫ້ອງແຖວແລ້ວກໍຢູ່ໄດ້ເລີຍ. ໃນທີ່ສຸດເງິນທີ່ເຫຼືອເພື່ອຊິຊື້ເຂົ້າມື້ອື່ນເຊົ້າກໍຕ້ອງມາເສຍໃຫ້ກອງຫຼອນບ້ານຍ້ອນຄວາມຮູ້ເທົ່າບໍ່ເຖິງການ ແລະ ບໍ່ສະເພາະແຕ່ພວກຂ້ອຍເທົ່ານັ້ນ ເພື່ອນຮ່ວມຫ້ອງແຖວຫ້ອງອື່ນໆກໍຕົກຢູ່ໃນສະພາບດຽວກັນ. ສຳລັບພວກຂ້ອຍແລ້ວ ການຫາເງິນລ້ຽງປາກລ້ຽງທ້ອງໃນແຕ່ລະວັນກໍຍາກເຕັມທີແລ້ວ ອັນທີ່ວ່າຈະມາຫາເງິນຊ່ອຍພໍ່ແມ່ນັ້ນຢ່າຟ້າວເວົ້າຮອດເວົ້າເຖິງເລີຍ. ເຖິງຈະລຳບາກພຽງໃດພວກເຮົາກໍບໍ່ໄດ້ທໍ້ຖອຍ ຍິ່ງຜ່ານຊິວິດທີ່ກັນດານເທົ່າໃດ ຫົວໃຈພວກເຮົາກໍນັບມື້ນັບແຂງແກ່ນໝັ້ນຄົງ, ເມື່ອຄຄຶດເຫັນໜ້າພໍ່ແມ່ ແລະ ຄົນຮັກທາງບ້ານກໍເຮັດໃຫ້ມີກຳລັງສູ້ຕໍ່ໄປ.
ພວກຂ້ອຍເຮັດວຽກດ້ວຍຄວາມດຸໝັ່ນຊື່ສັດ ແລະ ອົດທົນຈົນເປັນທີ່ພໍອົກພໍໃຈຂອງຫົວໜ້າ ເພີ່ນໄດ້ຂຶ້ນເງິນເດືອນໃຫ້ຕື່ມອີກ ຊີວິດການເປັນຢູ່ຈຶ່ງບໍ່ຝືດເຄືອງປານໃດ ພໍມີອັນເກັບອັນທ້ອນໄວ້ ແລະ ສົ່ງໃຫ້ພໍ່ແມ່ທາງບ້ານແດ່ເລັກນ້ອຍ. ວັນເວລາຜ່ານໄປຍ່າງວ່ອງໄວ ຈົນຍ່າງເຂົ້າສີ່ປີ, ແຕ່ຄວາມຮູ້ສືກແລ້ວຄ້າຍກັບວ່າພວກເຮົາຫາກໍຈາກບ້ານມາໄດ້ພຽງສອງສາມມື້ນີ້ຫຼະ. ແລງມື້ໜຶ່ງພວກເຮົາໄດ້ຮັບຈົດໝາຍສະບັບໜຶ່ງຈາກທາງບ້ານເປັນຈົດໝາຍເຖິງບຸນມາ, ພວກເຮົາດີໃຈຫຼາຍຈຶ່ງຟ້າວເປີດອ່ານນຳກັນ. ເມື່ອອ່ານແລ້ວແທນທີ່ຊິດີໃຈພວກເຮົາແທບຈະເປັນລົມ ເນື້ອໃນຈົດໝາຍຕອນໜຶ່ງຂຽນວ່າ "ດຽວນີ້ພໍ່ຂອງລູກກຳລັງເຈັບ ໜັກ ໃຫ້ລູກກັບບ້ານດ່ວນ..." ນີ້ນັບວ່າເປັນຂ່າວຮ້າຍທີ່ສຸດນັບແຕ່ຈາກບ້ານມາ. ຂ້ອຍເຖິງຈະເປັນຄົນຂ້ອນຂ້າງໃຈແຂງແຕ່ເມື່ອໄດ້ຫຍິນກັບຫູໄດ້ອ່ານກັບຕາແລ້ວ ກໍອົດທີ່ຈະສົງສານສ່ຽວບໍ່ໄດ້, ຂ້ອຍຮູ້ສືກສົງສານ ແລະ ເວທະນານຳໝູ່ຢ່າງສຸດຊຶ້ງ ແລະ ຂ້ອຍພ້ອມແລ້ວທີ່ຈະຊ່ອຍເຫຼືອ ໝູ່ບໍ່ວ່າຈະເປັນວັດຖຸ ແລະ ກຳລັງໃຈ. ຄືນນັ້ນພວກເຮົາໄດ້ໄປຫາຫົວ ໜ້າ ແລະ ເລົ່າເລື່ອງທັງໝົດໃຫ້ເພີ່ນຟັງ, ເມື່ອຊາບເລື່ອງເພີ່ນກໍສະແດງຄວາມເສຍໃຈນຳ. ເພີ່ນບອກວ່າ "ຖ້າບຸນມາ ຈາກໄປກໍບໍ່ຕ່າງຫຍັງກັບມືຊ້າຍຫາຍໄປ ເພາະນັບແຕ່ພວກເຈົ້າມາເຮັດວຽກຢູ່ນີ້ ພວກເຈົ້າກໍເຮັດວຽກດ້ວຍຄວາມຈິງໃຈ ແລະ ເປັນທີ່ພໍໃຈຂອງຂ້ອຍຫຼາຍ. ດັ່ງນັ້ນ, ພວກເຈົ້າຈິ່ງເໝືອນລູກຂອງຂ້ອຍ ແລະ ເຖິງຈະຢູ່ເຮືອນຄົນລະຫຼັງຂ້ອຍກໍຖືເອົາພວກເຈົ້າຄືລູກໃນອົກຄືກັນ" ຄວາມຈິງກໍເປັນແນວນັ້ນແທ້ ເພີ່ນໃຈດີ ແລະ ດີປານພໍ່ແມ່ຂອງຂ້ອຍພຸ້ນລະ, ເຖິງວ່າພວກຂ້ອຍຊິເຊົ່າເຮືອນຢູ່ ກໍພຽງແຕ່ເປັນບ່ອນນອນເທົ່ານັ້ນ, ອາຫານການກິນກໍເກຶອບວ່າຂຶ້ນກັບເພີ່ນທຸກຢ່າງ ຕະຫຼອດຮອດເຄື່ອງນຸ່ງ ແລະ ເຄື່ອງໃຊ້ບາງຢ່າງເພີ່ນກະຍັງຊື້ໃຫ້ເປັນປະຈຳ.
ໃນເມື່ອບຸນມາຕັ້ງໃຈຊິກັບບ້ານຍ້ອນຄວາມຈຳເປັນ ເພີ່ນກໍໄລ່ເງິນເດືອນໃຫ້ ແລະ ຍັງໃຫ້ຄ່າລົດກັບບ້ານຕື່ມອີກ, ເມຍເພີ່ນຍັງຊື້ເຄື່ອງຕ້ອນຂອງຝາກໃຫ້ບຸນມາເອົາເມືອຕ້ອນພໍ່ແມ່ທາງບ້ານນໍາອີກ. ກ່ອນຊິລາເພີ່ນກັບຫ້ອງເຊົ່າເພີ່ນຍັງເວົ້າກັບບຸນມາອີກວ່າ "ຫາກພໍ່ສະບາຍດີ ແລ້ວໃຫ້ກັບມາຕື່ມອີກ, ເຈົ້າກັບມາມື້ໃດພໍ່ກໍຈະຮັບເຈົ້າເຂົ້າເຮັດວຽກຄືເກົ່າ" ບຸນມາຕອບຮັບເພີ່ນ ດ້ວຍຄວາມນອບນ້ອມພ້ອມກ່າວຄຳອຳລາແລ້ວພວກຂ້ອຍກໍກັບຫ້ອງແຖວດ້ວຍຄວາມໂສກເສົ້າເຫງົາໃຈ. ຄຶດເບິ່ງເພີ່ນຮັກ ແລະ ເຊື່ອໃຈພວກຂ້ອຍພຽງໃດ ເຖິງກັບຖືພວກຂ້ອຍເປັນລູກ ແລະ ພວກເຮົາກໍໍຖືເພີ່ນເປັນພໍ່ຄືກັນທັ້ງໆທີ່ບໍ່ແມ່ນຍາດພີ່ນ້ອງ ແລະ ບໍ່ເຄີຍຮູ້ຈັກກັນມາກ່ອນ. ຫຼັງຈາກກິນເຂົ້າແລງ ແລະ ອາບນ້ຳແລ້ວພວກຂ້ອຍກໍພາກັນເຂົ້ານອນ, ກ່ອນທີ່ຈະຫຼັບຕາລົງນອນກໍຍັງສົນທະ ນາກັນ."ໂຕເມືອແລ້ວເຮົາບໍ່ຮູ້ວ່າຊິຢູ່ໄດ້ແນວໃດ?..." "ຢ່າຄຶດຫຍັງຫຼາຍເຮົາ ເມືອບໍ່ດົນດອກ ພໍ່ເຮົາສະບາຍດີ ແລ້ວເຮົາກໍຊິຟ້າວກັບມາ." ພວກເຮົາຍັງສົນທະນາກັນອີກຫຼາຍເລື່ອງກ່ຽວກັບອະນາຄົດ ບໍ່ດົນພວກເຮົາທັງສອງກໍເຊືອບຫຼັບໄປ ແລະ ຕື່ນຂຶ້ນເມື່ອດວງຕາເວັນເລີ່ມສ່ອງແສງແລ້ວ.
ຂ້ອຍໄປສົ່ງບຸນມາທີ່ຄິວລົດສາຍເໜືອແຕ່ເຊົ້າ, ເຖິງວ່າຂ້ອຍຈະເຫຼືອເງິນພຽງເລັກນ້ອຍ ແຕ່ກໍຍັງບິແບ່ງໃຫ້ເພື່ອນເລັກນ້ອຍພໍໄດ້ຊື້ເຂົ້າຊື້ນ້ຳກິນນຳທາງ. ທຳອິດບຸນມາກໍປະຕິເສດ ແລະ ບອກວ່າເຮົາໄປບ້ານຍັງມີພໍ່ແມ່ ແລະ ຫຼາຍຄົນຄອຍຊ່ອຍເຫຼືອຢູ່ ສ່ວນເພື່ອນຢູ່ບ້ານເພີ່ນ ເມືອງທ່ານບໍ່ມີຜູ້ຊິເພິ່ງພາອາໄສໃຫ້ເກັບແຮໄວ້ໃນຍາມຈຳເປັນ. ຂ້ອຍບອກລາວວ່າຍັງມີຫົວໜ້າໃຈດີຄອຍຊ່ອຍເຫຼືອຢູ່ ບຸນມາຈິ່ງຍອມເອົາ; ເຖິງວ່າບໍ່ຫຼາຍແຕ່ກໍແມ່ນນ້ຳໃຈເພື່ອນເດີ. ບຸນມາ ກ່າວຂອບໃຈ ແລະ ລົດເມກໍເລີ່ມອອກຄີວພວກເຮົາໄດ້ແຕ່ໂບກມືບາຍໆຕໍ່ກັນ, ຂ້ອຍຢືນຈ້ອງ ສາຍຕານຳລົດເມຈົນລັບໄປໃນທີ່ສຸດ ບຸນມາຈາກຂອຍໄປ ແລະ ຍັງບໍ່ຮູ້ວ່າອີກດົນປານໃດ ຈຶ່ງຊິໄດ້ພົບກັນອີກ.
          ແລງມື້ໜຶ່ງຂອງອາທິດຕໍ່ມາ, ຫົວໜ້າໃຈດີໄດ້ໂອ້ລົມກັບຂ້ອຍພາຍຫຼັງປິດຮ້ານວ່າ "ດຽວນີ້ ມີແຕ່ລູກຄົນດຽວເຊົ່າເຮືອນຢູ່ ພໍ່ເຫັນວ່າມັນຍຸ້ງຍາກຫຼາຍ, ພໍ່ຢາກໃຫ້ລູກຍ້າຍມາຢູ່ນຳພໍ່ພີ້ ລູກຊິວ່າ ແນວໃດ?" "ລູກບໍ່ມີຄວາມຂັດຂ້ອງຫຍັງດອກ, ລູກຢ້ານວ່າ...ຖ້າຍ້າຍມາຢູ່ກັບພໍ່ ມັນຈະເປັນການລົບກວນພໍ່ເກີນໄປ, ຜ່ານມາພໍ່ກະໄດ້ຊ່ອຍເຫຼືອລູກມາຫຼາຍແລ້ວ" "ບໍ່ໆ...ບໍ່ເປັນຫຍັງດອກ ຢູູ່ເຮືອນນີ້ກໍມີແຕ່ສາມພໍ່ແມ່ລູກ, ລູກຊາຍພໍ່ມັນກໍຍັງນ້ອຍ ຊ່ອຍວຽກບໍ່ທັນໄດ້" ສຸດທ້າຍຂ້ອຍກໍຕົກລົງຍ້າຍມາຢູ່ກັບຄອບຄົວຫົວໜ້າ, ເມື່ອຍ້າຍມາຢູ່ເຮືອນນຳເພີ່ນກໍຍິ່ງຮູ້ຄຸນຄ່າຂອງຄວາມດີ, ຄຸນຄ່າຂອງຄວາມດຸໝັ່ນ ແລະ ຄວາມຊື່ສັດສຸດຈະຫຼິດ. ຂ້ອຍຍັງເຮັດວຽກຕໍ່ໄປດ້ວຍຄວາມຕັ້ງໃຈ ເຖິງແມ່ນວ່າຈະມີແຕ່ຂ້ອຍຄົນດຽວເຮັດວຽກ ຂ້ອຍກໍພະຍາຍາມເຮັດໃຫ້ດີທີ່ສຸດ. ວັນເວລາຜ່ານໄປຢ່າງໄວວາ ຈາກມື້ກາຍເປັນເດືອນ, ຈາກເດືອນເຄື່ອນໄປເປັນປີ, ຂ້ອຍຍັງເຮັດວຽກຄົນດຽວໃນຮ້ານ ທັງຂົນເຄື່ອງຂຶ້ນລົດ, ລົງລົດ, ແລະ ສົ່ງລູກຄ້າ.   ເມື່ອກ່ອນການໄປສົ່ງເຄື່ອງລູກຄ້າ ຕ້ອງມີຄົນຂັບລົດໃຫ້, ແຕ່ດຽວນີ້ບໍ່ຈຳເປັນແລ້ວ ເພາະປະສົບການຂັບລົດຂອງຂ້ອຍແມ່ນຮຽນຮູ້ຈາກຫົວໜ້າ, ເວລາໄປສົ່ງເຄື່ອງນຳເພີ່ນ, ເພີ່ນຈະ ບອກວິທີຂັບລົດໃຫ້, ເພີ່ນບອກຫຼາຍເທື່ອຂ້ອຍກໍເລີຍຈື່ໄດ້. ບາງເທື່ອວຽກບໍ່ຫຼາຍ ຕອນກັບຈາກໄປສົ່ງເຄື່ອງໃຫ້ລູກຄ້າ ເພີ່ນຈະໃຫ້ຂ້ອຍຮຽນຂັບໂດຍເພີ່ນເປັນຄົນນັ່ງເບິ່ງ ແລະ ຄອຍແນະນຳ. ເມື່ອຂັບ ເລື້ອຍໆກໍເປັນເລື່ອງທຳມະດາ, ຫວ່າງບໍ່ດົນມານີ້ເພີ່ນຍັງໃຫ້ຂ້ອຍໄປເສັງເອົາໃບຂັບຂີ່, ສິ່ງນີ້ເຮັດໃຫ້ຂ້ອຍດີໃຈທີ່ສຸດທີ່ໄດ້ຮຽນຮູ້ສິ່ງໃໝ່ ແລະ ມັນກໍເປັນແຮງບັນດານໃຈໃຫ້ຂ້ອຍເຮັດວຽກດ້ວຍຄວາມຂະຫຍັນກວ່າເກົ່າ.
ມື້ໜຶ່ງຫົວໜ້າໄດ້ຮັບກຳມະກອນໃໝ່ອີກສອງຄົນ ເຮັດໃຫ້ຂ້ອຍມີຄວາມແປກໃຈຫຼາຍ ແລະ ສົງໄສວ່າເປັນຫຍັງຫົວໜ້າຈຶ່ງຮັບຄົນງານຕື່ມອີກ ຫຼືວ່າເພີ່ນຊິໄລ່ເຮົາອອກຫວະ? ຫຼືວ່າເຮົາມີຄວາມບົກຜ່ອງໃນໜ້າທີ່ວຽກງານ? ເລື່ອງນີ້ຂ້ອຍຖາມໂຕເອງດ້ວຍຄວາມໝົດຫວັງ. ຄຶດຢູ່ຄາວໜຶ່ງກໍນຶກໄດ້ວ່າ ບາງທີເພີ່ນອາດຈະຂະຫຍາຍກິດຈະການໃໝ່ຕື່ມກະເປັນໄດ້ ເມື່ອຄຶດໄດ້ດັ່ງນີ້ກໍຫາຍສົງໄສໄປແດ່ ແຕ່ກໍຍັງກັງວົນເລັກໜ້ອຍ.
ຄືນນັ້ນ ຂ້ອຍບໍ່ສາມາດຂົ່ມເປືອກຕາໃຫ້ຫຼັບລົງໄດ້ແມ່ນແຕ່    ໜ້ອຍດຽວ, ຂ້ອຍຄຶດຮອດບ້ານ ຄຶດເຫັນໜ້າພໍ່ແມ່, ໝູ່ເພື່ອນ ແລະ ຄົນຮັກ ເຊິ່ງບໍ່ຮູ້ວ່າເດິກປານນີ້ນາງຈະນອນຫຼັບແລ້ວຫຼືຍັງ? ຫຼືອາດພວມຄູ່ຄວງກັບຊາຍຄົນໃໝ່ຢູ່ບໍນໍ? ຫຼືບາງທີນາງອາດພວມດ່າຂ້ອຍຢູ່ກະໄດ້ຍ້ອນບໍ່ກັບບ້ານພ້ອມບຸນມາ ແລະ ອີກສິ່ງໜຶ່ງທີ່ຂ້ອຍອົດເປັນຫ່ວງບໍ່ໄດກໍຄືບຸນມາເພື່ອນຄົນສະໜິດ ບໍ່ຮູ້ວ່າເປັນຕາຍຮ້າຍດີແນວດີເພາະນັບແຕ່ລາວຈາກເມືອ ແມ່ນແຕ່ຂ່າວຄາວກໍບໍ່ສົ່ງຫາເຮົາເລີຍ. ບາງທີພໍ່ ຂອງລາວອາດເຈັບໜັກຈົນລາວບໍ່ມີເວລາສົ່ງຂ່າວຫາເຮົາກໍເປັນໄດ້. ຄຶດໄປຄຶດມາກໍໜ້າເວທະນານຳຊີວິດຄົນເຮົາ, ບໍ່ຮູ້ວ່າຈັກວັນໜຶ່ງຂ້າງໜ້າຈະມີຫຍັງເກີດຂຶ້ນກັບຄອບຄົວຂອງຂ້ອຍ, ຄວາມເຈັບ ແລະ ຄວາມຕາຍເປັນສິ່ງທີ່ທຸກຄົນບໍ່ສາມາດຫຼີກລຽງໄດ້. ເມື່ອເຖິງຄາວເຈັບກໍຕ້ອງເຈັບ ແລະ ເມື່ອເຖິງຄາວຕາຍກໍຕ້ອງຕາຍ ຄວາມຕາຍເປັນກົດເກນ ອັນບໍ່ທ່ຽງແທ້ຂອງໂລກ, ໂລກມີການໝູນວຽນປ່ຽນໄປ ທຸກສິ່ງທຸກຢ່າງຍ່ອມມີການໝູນວຽນປ່ຽນໄປຕາມພາວະ ຕາມການເວລາຂອງມັນ. ຫາກຄອບຄົວຂອງຂ້ອຍເປັນຄືຄອບຄົວຂອງບຸນມາ ຂ້ອຍຈະເຮັດແນວໃດດີນໍ? ຊີວິດນໍຊີວິດ. "ທຸກຊີວິດຄືການເດິນທາງ, ມື້ໜຶ່ງຜ່ານໄປຄືກ້າວໜຶ່ງ ທີ່ເຮົາຫຍັບໃກ້ເຂົ້າຫາຄວາມຕາຍ" ປັດຊະຍາຂໍ້ນີ້ຈັ່ງແມ່ນຖືກຕ້ອງຕາມຄວາມເປັນຈິງແທ້ໆ. ຢາກກັບຄືນເມືອບ້ານເຮົາເດນໍ ກັບເມືອຫາພໍ່ແມ່ ແລະ ຍາດພີ່ນ້ອງ ບໍ່ຮູ້ວ່າເຖິງດຽວນີ້ຊິເປັນຕາຍຮ້າຍດີແນວໃດ? ຢາກຢູ່ໃກ້ພໍ່ແມ່ ຢາກເບິ່ງແຍງດູແລເພີ່ນ, ຢາກຕອບແທນບຸນຄຸນເພີ່ນທີ່ລ້ຽງດູເຮົາມາ, ຢາກໃຫ້ຄວາມຝັນຂອງເພີ່ນເປັນຈິງ ແຕ່ເຮົາຈະເຮັດແນວໃດໄດ້ ໃນເມື່ອຊີວິດເຮົາຍັງເກືອບບໍ່ກຸ້ມຕົນເອງ. ໃນຂະນະທີ່ຂ້ອຍລໍາບາດຂະໜາດນີ້ ກໍຄົງຍັງມີຫຼາຍຄົນທີ່ທຸກຍາກຂາດ ເຂີນຄືຂ້ອຍ ຫຼືອາດຮ້າຍແຮງກວ່າຂ້ອຍຊ້ຳອີກ ບາງຄົນແຂນກຸດຂາຂາດ ເສຍອົງຄະ ແຕ່ພວກເຂົາເຫຼົ່ານັ້ນຍັງດີ້ນຮົນເພື່ອໃຫ້ຊີວິດຂອງຕົນຢູ່ລອດ. ດັ່ງນັ້ນ, ຂ້ອຍຈຶ່ງບໍ່ແມ່ນບຸກຄົນພິເສດເລີຍທີ່ຕົກທຸກໄດ້ຍາກ ມັນເປັນພຽງການພັດພາກຈາກແດນບ້ານເກີດເມືອງນອນ, ພັດພາກຈາກພໍ່ແມ່ ແລະ ພັດພາກຈາກຄົນຮັກ. ຖ້າຈະວ່າແລ້ວມັນເປັນພຽງອຸປະສັກເລັກນ້ອຍທີ່ຄອຍທົດສອບຄວາມອົດທົນຂອງຂ້ອຍ. ເຖິງແນວໃດຂ້ອຍກໍຕ້ອງສ້າງຝັນໃຫ້ເປັນຈິງ ບົນຖະໜົນຄວາມຝັນ ຂອງຄົນສູ້ຊີວິດ. ເຖິງຮັກຂອງພວກຂ້ອຍຈະເປັນພຽງຮັກຂ້າມຂອບຟ້າກໍຕາມ ແຕ່ຫົວໃຈຂອງ ຂ້ອຍຍັງໝັ້ນຄົງຕໍ່ສັນຍາ ແລະ ຄົນຮັກຂອງຂ້ອຍກໍຄົງໝັ້ນຄົງໃນສັນຍາຮັກຂອງພວກຂ້ອຍຄືກັນ.
ມື້ໜຶ່ງ ໃນຂະນະທີ່ກຳລັງກິນເຂົ້າເຊົ້າຢູ່ນັ້ນ ຫົວໜ້າກໍຖາມຂ້ອຍວ່າ "ໄຊ! ລູກຢາກກັບບ້ານຫຼືວ່າ ຢາກຢູ່ທີ່ນີ້ຕໍ່ໄປ?" ເພີ່ນຖາມພ້ອມທັງແນມເບິ່ງໜ້າຂ້ອຍ. ຂ້ອຍງຸນງົງຕໍ່ຄຳຖາມນັ້ນ ໂດຍບໍ່ຮູ້ວ່າເພີ່ນຕ້ອງການຈະສື່ເຖິງຫຍັງກັນແທ້ ແລະ ຈະມີຫຍັງເກີດຂຶ້ນກັບຂ້ອຍອີກ, ຂ້ອຍໄດ້ແຕ່ໜ້າແດງກົ້ມກິນເຂົ້າຕໍ່ໄປ. ເມື່ອຂ້ອຍບໍ່ຕອບ ເພີ່ນກໍຖາມຕື່ມອີກວ່າ "ລູກຄຶດຮອດບ້ານບໍ?" ຂ້ອຍງຶກຫົວ ແລະ ຕອບວ່າເພີ່ນໄປແບບງົງໆວ່າ ຄຶດຮອດ ແລະ ຢາກຈະກັບໄປຢູ່ບ້ານ, ຢາກໄປຢູ່ນຳພໍ່ແມ່... "ດີແລ້ວທີ່ຄຶດໄດ້ແນວນີ້ ມັນກໍເປັນເລື່ອງທຳມະດາທີ່ຄົນເຮົາຈາກບ້ານມາ ກໍຕ້ອງມີຄວາມອາໄລອາວອນ ມັນກໍເປັນເລື່ອງປົກກະຕິດີ, ລູກຄົງແປກໃຈຫຼາຍແມ່ນບໍທີ່ພໍ່ຮັບກຳມະກອນໃໝ່ ທັງທີ່ວຽກໃນຮ້ານເຮົາກະບໍ່ມີຫຍັງຫຼາຍ, ພໍ່ເຫັນວ່າລູກເປັນຄົນມີຄວາມອົດທົນພະຍາຍາມສູງ ພໍ່ຢາກໃຫ້ລູກໄປຮຽນຕໍ່ລູກຊິວ່າແນວໃດ?" ຂ້ອຍບໍ່ຮູ້ຊິຕອບເພີ່ນແນວໃດດີ, ສຸດທ້າຍກໍຕອບເພີ່ນໄປວ່າ "ສຸດແລ້ວແຕ່ພໍ່..." ເມື່ອຂ້ອຍຕົກລົງເພີ່ນກໍ ກ່າວຕໍ່ໄປດ້ວຍຄວາມເພິ່ງພໍໃຈ "ພໍ່ຢາກໃຫ້ລູກມີວິຊາອາຊີບຕິດຕົນຕິດໂຕ ກ່ອນທີ່ຊິກັບບ້ານເກີດເມືອງນອນ...".
ຕໍ່ມາຂ້ອຍໄດ້ໄປຮຽນຢູ່ ໂຮງຮຽນວຽງຈັນພັດທະນາອາຊີບ. ອາຊີບນັກຮຽນໄດ້ຫວນກັບມາສູ່ຊີວິດຂ້ອຍອີກຄັ້ງໜຶ່ງພາຍຫຼັງປະປ່ອຍມັນໄປຫຼາຍປີ ແລະ ຊີວິດນັກຮຽນຄາວນີ້ມັນແຕກຕ່າງຈາກຄາວກ່ອນ ຍ້ອນລົງເລິກວິຊາສະເພາະແທ້ໆ. ໄລຍະນັ້ນ ຂ້ອຍທັງຮຽນທັງຊ່ອຍວຽກເພີ່ນໄປນຳ. ດ້ວຍຄວາມອົດທົນບວກກັບຄວາມຕັ້ງໃຈ ຂ້ອຍສາມາດເສັງຜ່ານວິຊາອາຊີບຕາມຄວາມປະສົງຂອງພໍ່ບຸນທໍາໄປໄດ້ຢ່າງພາກພູມໃຈ.
ມັນເຖິງເວລາແລ້ວທີ່ຂ້ອຍຈະໄດ້ກັບບ້ານເກີດເມືອງນອນ, ກັບຄືນສູ່ອ້ອມກອດຂອງພໍ່ ແມ່ອີກຄັ້ງໜຶ່ງ. ຂ້ອຍດີໃຈຈົນບອກບໍ່ຖືກ, ແຕ່ກໍຮູ້ສືກເສຍໃຈທີ່ຈະໄດ້ພັດພາກຈາກພໍ່ແມ່ບຸນທຳນີ້ໄປ ໂດຍບໍ່ຮູ້ວ່າອີກດົນປານໃດຈິ່ງຈະໄດ້ພົບໜ້າເພີ່ນຕື່ມອີກ "ພໍ່! ລູກບໍ່ຮູ້ຊິຕອບບຸນແທນຄຸນແນວໃດຈິ່ງຊິສົມກັບບຸນຄຸນທີ່ພໍ່ມີຕໍ່ລູກ...." "ພໍ່ບໍ່ຫວັງຜົນຕອບແທນຫຍັງຈາກລູກຫຼາຍດອກ ຂໍພຽງລູກເປັນຄົນດີຂອງສັງຄົມ, ເປັນລູກກະຕັນຍູຂອງພໍ່ແມ່ ພໍ່ກະດີໃຈແລ້ວ" ຂ້ອຍສຸດທີ່ດີໃຈທີ່ໄດ້ຫຍິນເພີ່ນເວົ້າແນວນັ້ນ ເພີ່ນຊ່າງດີແທ້ໆນໍ, ຜ່ານມາຂ້ອຍບໍ່ເຄີຍນຶກເຄີຍຝັນເລີຍວ່າ ໃນຍຸກເຂົ້າຢາກໝາກແພງເຊັ່ນນີ້ ຈະຍັງມີຄົນໃຈບຸນ, ຄົນມີຄວາມເມດຕາຫຼົງເຫຼືອຢູ່ໃນສັງຄົມທີ່ຈະເລີນດ້ວຍວັດຖຸ, ເຊິ່ງສ່ວນຫຼາຍແລ້ວ ຄົນເຮົາມັກຈະແລ່ນຫາແຕ່ຊັບສົມບັດ, ຄວ້າຫາແຕ່ຄວາມ ສຸກສ່ວນຕົວຈົນລືມຮອດຍາດພີ່ນ້ອງຂອງຕົນ. ບາງຄົນນແລ່ນນຳຊັບສິນເງິນຄຳຫຼາຍ ຈົນບໍ່ມີເວລາໃຫ້ຄວາມອົບອຸ່ນແກ່ຄອບຄົວ, ບາງຄົນເຫັນແກ່ໄດ້ຢ່າງດຽວ ກໍຍັງສາມາດຄ້າຂາຍເພື່ອນມະນຸດດ້ວຍກັນ ແມ່ນກະທັ້ງຍາດພີ່ນ້ອງຂອງຕົນແທ້ໆກໍຍັງເຮັດໄດ້ລົງຄໍ ເຊິ່ງມັນຊ່າງແຕກຕ່າງຈາກພໍ່ແມ່ບຸນທຳຂອງຂ້ອຍ ທີ່ເພີ່ນມັກສັ່ງສອນຂ້ອຍສະເໝີວ່າ ຄວາມສຸກທີ່ແທ້ຈິ່ງຈະຕ້ອງປະກອບດ້ວຍຄວາມສຸກທາງກາຍ ແລະ ຄວາມສຸກທາງໃຈ; ເຖິງຈະຢູ່ເທິງກອງເງິນກອງຄຳອັນມະຫາສານ ຢູ່ດ້ວຍຍາດບໍລິວານແຫນແຫ່ ແຕ່ຖ້າຈິດໃຈຍັງໂລບລ້ຽວ ກໍຈະເຮັດໃຫ້ຈິດໃຈຮ້ອນຮົນ, ຢ້ານແຕ່ຊັບສົມບັດໝົດໄປ, ຄຶດຢາກໄດ້ດີແຕ່ຕົນເອງໂດຍບໍ່ຄຶດເຫັນຫົວອົກຄົນອື່ນ. ການທີ່ຕົນເອງໄດ້ມາເຊິ່ງຄວາມສຸກແຕ່ເປັນນເຫດໃຫ້ຄົນອື່ນເປັນທຸກນີ້ບໍ່ແມ່ນຄວາມສຸກທີ່ແທ້ຈິງ ແລະ ມັນເປັນຫົນທາງກ້າວສູ່ຄວາມຈິບຫາຍຍ້ອນເຫັນແກ່ຕົວຈົນເກີນໄປ ແລະ ໃຊ້ອຳນາດທີ່ມີໃນທາງບໍ່ຖືກຕ້ອງ. ຜົນສຸດທ້າຍກໍກ້າວໄປເຖິງການຊີງດີຊີງເດັ່ນ ແລະ ເປັນຄູ່ອາຄາດກັນໃນທີ່ສຸດ. ພໍ່ບຸນທຳຂອງຂ້ອຍ ເຖິງເພີ່ນຊິເປັນຊາວຄ້າຂາຍທຳມະດາ ແຕ່ເປັນຫຍັງເພີ່ນຈິ່ງດີຕໍ່ຂ້ອຍແທ້? ເພີ່ນເປັນຄົນທີ່ຫາກິນດ້ວຍຢາດເຫື່ອແຮງງານຂອງເພີ່ນແທ້ໆ ແລະ ຍັງຊ່ອຍໃຫ້ຂ້ອຍມີຄວາມຮູ້ຄວາມສະຫຼາດ. ດັ່ງນັ້ນເພີ່ນຈຶ່ງເປັນແວ່ນແຍງໃຫ້ແກ່ຂ້ອຍ ແລະ ຂ້ອຍຈະນຳໃຊ້ຄວາມຮູ້ຄວາມສາມາດ, ປະສົບການນີ້ເປັນແບບຢ່າງ ແລະ ເປັນເຄື່ອງມືໃນການດຳລົງຊີວິດຕໍ່ໄປ. ຂ້ອຍຈະ ຈົດຈຳຄຸນງາມຄວາມດີຂອງເພີ່ນໄວ້ໃນສ່ວນເລິກຂອງຫົວໃຈ ແລະ ຈະຈົດຈຳໄປຕະຫຼອດຊີວິດນີ້.
ບົນເສັ້ນທາງກັບຄືນບ້ານເກີດເມືອງນອນ ມັນຊ່າງແຕກຕ່າງຈາກເມື່ອກ່ອນ ທຸກຢ່າງກໍມີການພັດທະນາໄປຫຼາຍໆເທົ່າ, ຂ້ອຍຍ່າງຜ່ານປ່າຜ່ານພູຂຶ້ນຄົດໃຫຍ່ລົງຄົດນ້ອຍ ບໍ່ດົນກໍແນມເຫັນໝູ່ບ້ານຕັ້ງລຽບແຄມນ້ຳ ເຊິ່ງແນມເຫັນແສງສະທ້ອນຈາກຫຼັງຄາເຮືອນທີ່ມຸງດ້ວຍສັງກະສີ ແລະ ກະເບື້ອງຫຼາຍຫຼັງແຕ່ໄກໆ ເຊິ່ງມັນແມ່ນຄວາມຈະເລີນທາງດ້ານວັດຖຸ ແລະ ເປັນສັນຍານບອກວ່າຄວາມຈະເລີນໄດ້ມາຮອດບ້ານເຮົາແລ້ວ. ບ້ານຍອດຫ້ວຍ ບ້ານແຫ່ງແດນດິນບ້ານປ່າ ໂອ!...ເປັນຍ້ອນພັກລັດເພີ່ນນໍາພາສ້າງສາ ພັດທະນາແທ້ນໍ. ບາດນີ້ແລ້ວບ້ານເຮົາຊິຈະເລີນຄືວຽງຈັນແລ້ວ. ພໍ່ແມ່ຍາດພີ່ນ້ອງ ແລະຄົນຮັກຂອງຂ້ອຍ ເມື່ອຮູ້ວ່າຂ້ອຍກັບມາແລ້ວ ພວກເຈົ້າຈະດີໃຈພຽງໃດໜໍ? ຊົ່ວຊີວິດນີ້ຂ້ອຍຈະບໍ່ໄປໃສອີກແລ້ວ. ຢູ່ບ້ານເກີດເມືອງນອນເຮົາ ເຖິງຊິທຸກຍາກພຽງໃດ ກໍຍັງບໍ່ທຸກເທົ່າໄປຢູ່ບ້ານເພີ່ນເມືອງທ່ານ. ຖ້າເຮົາບໍ່ສ້າງສາພັດທະນາບ້ານເຮົາແລ້ວ ແມ່ນໃຜຈະມາພັດທະນາ?... ເພັດພູທອນເອີຍ! ອ້າຍກັບຄືນມາແລ້ວ ກັບຄືນມາຕາມສັນຍາ ກັບມາພັດທະນາບ້ານເຮົາ ແລະອ້າຍຈະຢູ່ຄູ່ຄຽງກັບນ້ອງຕະຫຼອດໄປ...

No comments:

Post a Comment