Monday, December 18, 2017

ເລື່ອງສັ້ນ ຄຶດຮອດບ້ານ


ເມື່ອຄ່ຳລົງແລງ ແດດອ່ອນແສງເປັນສີເຫຼືອງອ່ອນປົກຄຸມໄປທົ່ວ  ທ້ອງຟ້ານະຄອນຫຼວງວຽງຈັນແຈ້ງແຈ່ມໃສເບີກບານ ເໝືອນກັບວ່າພວມຍີ້ມຕ້ອນຮັບ ງານມະຫາກຳກິລາຊີເກມທີ່ ລາວເຮົາໄດ້ຮັບກຽດເປັນເຈົ້າພາບ. ເໜືອນດັ່ງວ່າທ້ອງຟ້າກໍມີຄວາມດີໃຈ ທີ່ຈະໄດ້ມີໂອກາດ ຕ້ອນຮັບ ແຂກບ້ານແຂກເມືອງຄືກັບພີ່ນ້ອງຊາວລາວທຸກທົ່ວໜ້າ.



ພາຍຫຼັງທີ່ເຮັດວຽກກັບລົດເກັບຂີ້ເຫຍື້ອມາໝົດມື້ ພໍມາຮອດເຮືອນເຊົ່າ ຂ້ອຍກໍຊຸດຕົວນັ່ງລົງຕັ່ງຫີນທີ່ຂ້ອນຂ້າງເກົ່າກ້ອງກົກໝາກຕາກົບ ເບິ່ງພະອາທິດອ່ອນແສງລົງແລງຂ້າງຫາດດອນຈັນ. ພະອາທິດມີສີແດງສົດໃສ ລອຍຕໍ່າລົງຟາກຂອງເບື້ອງນັ້ນ ເຮັດໃຫ້ເກີດແສງສະ ທ້ອນເທິງໜ້ານ້ຳເປັນສີແດງອ່ອນໆ. ລົມພັດມາເຮັດໃຫ້ກະແສນ້ຳເປັນເຄື້ອນນ້ອຍໆລອຍມາກະທົບຝັ່ງ ແລ້ວວກໍຫາຍໄປ... ຫາດຊາຍສີຂາວສອງຟາກຝັ່ງລຽບແຄມຂອງ ເປັນພາບປະກອບເຮັດໃຫ້ນ້ຳຂອງຍາມ ແລງງົດງາມຂຶ້ນຕື່ມອີກ.



ເມື່ອຕາເວັນຄ່ຳຄ້ອຍລົງໄປອີກ ເຮັດໃຫ້ບ້ານເຮືອນ ແລະ ປ່າໄມ້ບົນຝັ່ງຂອງເບື້ອງນັ້ນ ເປັນຄື້ນງົດງາມເໜືອນພູຜາປ່າດົງໃນຢູ່ບ້ານເຮົາແທ້ໆ. ລົມພັດມາຄ່ອຍໆອີກຄັ້ງໃໝ່ ພ້ອມທັງກວດເອົາອາຍນ້ຳຂຶ້ນມາກະທົບໃສ່ຜິວກາຍ ເຮັດໃຫ້ຮູ້ສຶກເຢັນສະບາຍ ແລະ ແນວຄິດຂ້ອຍກໍເລີ່ມເມີ່ລອຍເຖິງທິວທັດທ້ອງທົ່ງນາແຄມປ່າຕີນພູບ້ານນາທີ່ເຄີຍອາໄສມາແຕ່ນ້ອຍຈົນໃຫຍ່ ເປັນຈັ່ງໃດນໍ້ປານນີ້... ປານນີ້ ພໍ່ແມ່ ແລະ ນ້ອງໆຄົງໄລ່ງົວຄວາຍເຂົ້າຄອກເຂົ້າແຫຼ່ງໝົດແລ້ວ, ພວມໜຶ້ງເຂົ້າເປົ່າໄຟ ເຫັນ ຄັວນໄຟຂາວໆປິວອອກຫຼັງຄາເຮືອນລອຍຕົວຂຶ້ນສູ່ທ້ອງຟ້າ ແລະ ເຫັນແສງໄຟວັອບແວມມາຈາກຫຼັງຄາເຮືອນມຸງດ້ວຍຫຍ້າຄາ ແອ້ມຝາໄມ້ ເຮ້ຍທີ່ຢັງຢາຍຕາມຈ້າຍພູ ລຽບແຄມແມ່ນ້ຳສາຍໃຫຍ່ທີ່ໄຫຼຜ່ານຕີນ ບ້ານ. ເດັກນ້ອຍຈັບກຸ່ມກັນອາບນ້ຳເປັນຍ່ານໆ ບາງກຸ່ມລອຍນ້ຳເສັງກັນສົ່ງສຽງຮ້ອງໂຮແຊວໆ ບາງກຸ່ມຫຼິ້ນໝາກໄລ່ຢູ່ຫາດຊາຍສຽງແຊວໆເປັນໜ້າສະອອນໃຈ.



ໄຟຟ້ານ້ຳຢອດ ທີ່ໃຊ້ພະລັງງານນ້ຳປັ່ນເຄື່ອງຜະລິດກະແສໄຟຟ້າຂະໜາດນ້ອຍລຽນກັນຕາມຫາດໆເປັນແຫ່ງໆ ສົ່ງກະແສໄຟຟ້າໄປຍັງເຮືອນຂອງໃຜລາວ ທີ່ມີແສງຮຸ່ງສະຫວ່າງພໍເຫັນຕ່ອນຊີ້ນຕ່ອນປາໃນເວລາກິນເຂົ້າ. ແສງຈັນອອກໃໝ່ສິບສາມສິບສີ່ຄ່ຳຮຸ່ງຍັງບໍ່ເຕັມດວງດີໂຜ່ໂຕອອກຈາກກີບເມກມາໃຫ້ເຫັນ ພ້ອມທັງສົ່ງແສງນວນອາບທົ່ວປັດທະພີ. ເດັກໆພາຍຫຼັງກິນເຂົ້າແລງແລ້ວກໍລົງຈັບກຸ່ມກັນຢູ່ຕາມເດີ່ນບ້ານ. ບາງກຸ່ມຫຼິ້ນໝາກໄລ່ ບາງກຸ່ມກໍຫຼິ້ນງູກິນຂຽດສົ່ງສຽງແຊວໆ ສຽງຫຼາເຂັນຝ້າຍຂອງພວກຜູ້ສາວດັງມາຈາກເທິງເຮືອນ ສຽງແຄນຂອງພວກຜູ້ບ່າວປະສານກັບ ສຽງໝາເຫົ່າໜຸ່ມໆຊຸມອ້າຍບ່າວຫາຫຼິ້ນນຳສາວເຂັນຝ້າຍບ້ານໃຕ້ບ້ານເໜືອ ດັງມາເປັນໄລຍະໄລຍະ.



ຢູ່ວຽງຈັນມັນຊ່າງຕ່າງຈາກບ້ານເຮົາແທ້ໆ ຕື່ນມາກໍຕ້ອງໄປວຽກໄປງານຈົນຄ້ອຍຄ່ຳລົງແລງ ແດດອ່ອນແສງຈິ່ງໄດ້ກັບ ໂດຍເຮັດວຽກຫາເກັບຂີ້ເຫຍື້ອຕາມບ້ານເຮືອນ ເຕັມລົດແລ້ວກໍເອົາ ໄປຖອກແລ້ວກັບມາເອົາໃໝ່ວັນລະຫຼາຍໆຖ້ຽວ. ເຖິງວ່າວຽກທີ່ຂ້ອຍເຮັດຈະເປັນວຽກທີ່ຂ້ອນຂ້າງໜັກ ແລະ ເປິເປື້ອນ ແຕ່ມັນກໍເຮັດໃຫ້ຂ້ອຍມີຄວາມພູມໃຈທີ່ໄດ້ປະກອບສ່ວນກັບປະເທດຊາດ ໂດຍສະເພາະແມ່ນການກະກຽມໃສ່ງານມະຫາກຳກິລາຊີເກມ ຢ່າງໜ້ອຍຂ້ອຍກໍໄດ້ເຮັດໜ້າທີ່ ໜຶ່ງທີ່ສຳຄັນ ຕາມການຈັດຕັ້ງປະຕິບັດ ເຮັດໃຫ້ນະຄອນຫຼວງວຽງຈັນ ກໍຄື່ທົ່ວປະເທດ ໃຫ້ມີ ສ.ສະອາດ



ເດືອນສິບຂ້ອນໆ ເດືອນສິບເອັດໃໝ່ໆ ບຸນທາດຫຼວງກໍຫຍັບໃກ້ເຂົ້າມາ ປານນີ້ຢູ່ບ້ານ ເຮົາກໍຄົງພວມກ່ຽວເຂົ້າສາມັກຄີແລກປ່ຽນແຮງງານເຊິ່ງກັນ ແລະ ກັນ. ຄ່ຳລົງແລງກໍມີລາບເປັດ ແກງໄກ່ສູ່ກັນກິນ ເຈົ້າຊ່ວຍຂ້ອຍ... ຂ້ອຍຊ່ວຍເຈົ້າ ເຮັດນາເຮົ່ານາວານ ແລກປ່ຽນແຮງງານກັນ ຈັ່ງແມ່ນທັງມ່ວນທັງສາມັກຄີ ເຮັດໃຫ້ວຽກໜັກງານໜາ ຜ່ອນຜັນມາເປັນວຽກທີ່ເບົາບາງ ເຂົ້າຢູ່ບ້ານເໜືອ ເກືອຢູ່ບ້ານໃຕ້ ໃຜຂາດໆເຂີນໆກໍປັນກັນຢູ່ສູ່ກັນກິນ ຊີ້ນໄປປາມາ ມັນຈັ່ງແມ່ນ ສະຫວັນບ້ານນາແທ້ໆ.



ເດືອນສິບເອັດສາຍລົມຕ້ອງ ເດືອນສິບສອງຫົວລົມຕ່າວ ເຂົ້າຂຶ້ນເລົ້າເຮັດບຸນຟັງທັມ, ໄປທ່ຽວບຸນບ້ານນັ້ນບ້ານນີ້ເພື່ອຢື້ຢາມຖາມຂ່າວ ແລະ ແລກປ່ຽນປະສົບການໃນການຜະລິດ. ສາຍລົມເຢັນພັດຜ່ານເຮັດໃຫ້ນ້ຳໝອກຄ້າງໜາວໝອກຈາງໆ ຜູ້ເຖົ້າຜູ້ແກ່ ແລະ ເດັກນ້ອຍນັ່ງ ອ້ອມກອງໄປໃນຍາມເຊົ້າ ບາງຄົນເອົາເຂົ້າໜຽວມາຈີ່ສົ່ງກິ່ນຫອມຊວນກິນ... ຄິດໄປຄິດມາກໍຢາກຈະບິນກັບໄປບ້ານເດຈັກບຶດຈັກຄາວ.



ຂ້ອຍຕ້ອງຕື່ນຈາກອະດີດເມື່ອສົມປອງເພື່ອນຮ່ວມງານຍ່າງມານັ່ງລົງຂ້າງໆ

-     ເຮີຍ! ສອນ ລະເມີຫາໃຜຢູ່?

-     ໂອ!...ບໍ່ໄດ້ລະເມີຫາ...ຫາໃຜ...ເຮົາ...ເຮົາພຽງແຕ່...ແຕ່ນັ່ງເບິ່ງບັນຍາກາດຍາມແລງຕອນຕາເວັນຕົກດິນ ມັນງົດງາມຫຼາຍ ແລະ ມັນກໍຄ້າຍຄືບ້ານເຮົາໃດເນາະ?

-     ກໍແມ່ນຫັ້ນລະ ບາງເທື່ອເຮົາເຫັນ, ເຮົາກໍຍັງຄຶດຮອດບ້ານເຮົາໃດ ໂດຍສະເພາະ ແມ່ນຍາມຕາເວັນສີແດງ ປະສານແສງກັບສາຍນ້ຳຄືແນວນີ້ລະ

-     ເຮົາກະ...ຄືດຮອດບ້ານຄືກັນຫັ້ນລະ

-     ອືຫື...ໄປອາບນ້ຳຕິ ແລ້ວມາກິນເຂົ້າ ເຮົາແຕ່ງກິນຮຽບຮ້ອຍແລ້ວ.

-     ກໍດີຄືກັນ...

-     ໄປໆ ຈັກໜ້ອຍເຮົາຊິພາໄປທ່ຽວບຸນທາດຫຼວງ...



ສົມປອງກັບຂ້ອຍເຮັດວຽກຮ່ວມກັນມາຫຼາຍປີ ທັງເກັບຂີ້ເຫຍື້ອ ທັງອະນາໄມສະຖານທີ່ ຕ່າງໆ ໂດຍສະເພາະແມ່ນໃນເຂດຕົວເມືອງ. ມີຫຼາຍເທື່ອທີ່ໝູ່ທາງບ້ານມາພົບ ແລະ ຖາມວ່າເປັນຫຍັງຂ້ອຍຈິ່ງເລືອກອາຊີບນີ້ ຂ້ອຍຕອບພວກເຂົາຢ່າງພາກພູມໃຈວ່າ ມັນເປັນວຽກທີ່ຂ້ອຍ ຮັກ ແລະ ເໝາະສົມກັບວຸດທິການສຶກສາຂອງຂ້ອຍແລ້ວ ເຖິງຄົນອື່ນຈະເຫັນວ່າເປັນວຽກທີ່ສົກກະປົກ ແຕ່ຂ້ອຍກໍຢືນດ້ວຍລຳແຄ່ງລຳຂາຂອງຕົນເອງ ແລະ ຫາກິນດ້ວຍຄວາມບໍລິສຸດໃຈ. ຍັງດີກວ່າທີ່ຫາກິນ ແບບບໍ່ຊອບທຳຄືໝູ່ຂ້ອຍບາງຄົນທີ່ລັກເລັກຂະໂມຍຂອງ ຂາຍຢາເສບຕິດແຖມຍັງເສບນຳອີກ. ເຖິງພວກເຂົາຈະລວຍປານໃດກໍຕາມ ເຖິງດຽວນີ້ພວກເຂົາເຫຼົ່ານັ້ນກໍໄດ້ໄປພັກຜ່ອນໃນຄຸກໃນຄາໝົດແລ້ວ. ອັນນີ້ຂ້ອຍຫາກິນຕາມຄວາມສາມາດຂອງຂ້ອຍ ແລະ ຍັງເປັນຜູ້ຮັກສາຄວາມສະອາດຂອງປະເທດຊາດນຳອີກ ໂດຍສະເພາະແມ່ນໃນຊ່ວງຫ້າງຫາກະກຽມຕ້ອນຮັບງານມະຫາກຳກິລາຊີເກມ ແລະ ສະເຫຼີມສະ ຫຼອງນະຄອນຫຼວງວຽງຈັນຄົບຮອບ 450 ປີ ຂ້ອຍກໍມີຄວາມພູມໃຈ ເຖິງບໍ່ໄດ້ເປັນອະສາສະໝັກຮັບໃຊ້ງານໂດຍກົງ ແຕ່ຂ້ອຍກໍມີສ່ວນຮ່ວມໃນການຮັກສາ ຄວາມສະອາດ...

No comments:

Post a Comment