Monday, December 18, 2017

ເລື່ອງສັ້ນ ບ້າຫວຍ ຈາກປາຍປາກກາ ນັກຂຽນ ສ.ສາຍພູກູດ


ສັດຜູ້ເຖົ້າ, ສັດຜູ້ເຖົ້າ, ອືຫື...ມື້ແລງຕ້ອງເອົາຄັກໆກ່ອນນາ ຖ້າງວດນີ້ຍັງບໍ່ຖືກກໍບໍ່ເປັນຕາເຊື່ອມັນອັນຄວາມຝັນນີ້. ພໍ່ແຫຼ້ຮຳເພິງກັບໂຕເອງ ທັງຄຶດທັງຂຽນເລກລົງໃສ່ປື້ມຄິດໄລ່. ມື້ຄືນນີ້ລາວຝັນດີ ຝັນວ່າລາວໄດ້ໄປພົບພຣະລືສີຢູ່ໃນຖ້ຳແຫ່ງໜຶ່ງກໍເລີຍຂໍເລກນຳເພີ່ນ. ແນວວ່າໃກ້ຊິຮອດມື້ເລກອອກແລ້ວ ຫາຍໃຈເຂົ້າກໍເປັນເລກ ຫາຍໃຈອອກກໍເປັນເລກ ຍາມນອນກໍເລີຍຝັນເປັນເລກ. ລາວນັ່ງໃຊ້ຄວາມຄິດພະຍາຍາມຕີຄວາມຝັນນັ້ນໃຫ້ເປັນເລກ. ລາວຄິດວ່າງວດນີ້ຕ້ອງເອົາຄັກໆບໍ່ໃຫ້ມັນພາດອີກ, ສັດຜູ້ເຖົ້າຍັງຕິດແໜ້ນໃນສະໝອງ ແລະ ຫ້ວງນຶກຂອງລາວ ສັດຜູ້ເຖົ້ານອກຈາກກະປູແລ້ວ ຈະເປັນສັດອື່ນບໍ່ໄດ້ເດັດຂາດ ແນວວ່າກະປູມັນໄຕ່ມັນຄານຊ້າໆ ຄືກັບຜູ້ເຖົ້າ. ດັ່ງນັ້ນ, ລາວຈິ່ງປົງຫຼັກປັກໃຈກັບເລກກະປູໂຕດຽວ. ຄິດໄປຂຽນໄປ, ໄລ່ໄປຂຽນ ໄປ ສະຫຼູບແລ້ວໄດ້ເລກເດັດຢູ່ສິບຮູ.

         

ຝັນດີປານນີ້ຄັນຊື້ໜ້ອຍພັດຢ້ານກິນແໜງຖ້າມັນຖືກ, ຖ້າຊື້ຫຼາຍພັດຢ້ານບໍ່ຖືກແດ່. ແຕ່ແນວໃດກໍດີ ງວດນີ້ຕ້ອງເອົາໜັກໆແດ່, ຄິດໄດ້ແນວນີ້ແລ້ວ ຈິ່ງຈົກເບິ່ງເງິນໃນຖົງໂສ້ງ ປາກົດວ່າມີເງິນຢູ່ຫ້າໝື່ນກີບ. ລາວຄິດໄລ່ເບິ່ງ ຖ້າຊື້ຮູລະຫ້າພັນ ໄດ້ສອງລ້ານຫ້າແສນ, ໜ້ອຍໂພດ ຢ່າງຂີ້ຮ້າຍຕ້ອງຫ້າລ້ານ. ຄິດໄດ້ດັ່ງນີ້ແລ້ວຈິ່ງຕັດສິນໃຈໄປຂໍເງິນນຳເມຍອີກຫ້າໝື່ນກີບ ຜູ້ເປັນເມຍພວມຊິໄປຕະຫຼາດພໍດີ

-     ແມ່ອີ່ນາງເອີຍ ຂ້ອຍຂໍເງິນຕື່ມແດ່... ມື້ຄືນນີ້ຝັນດີໃດ.

-     ມື້ໃດກໍມີແຕ່ຝັນດີ ຝັນດີ ແຕ່ບໍ່ເຫັນຊິຖືກນຳເຂົາຈັກເທື່ອ.

-     ເອົານາ, ມື້ແລງຖືກເລກແລ້ວສົ່ງຄືນກໍໄດ້.

-     ເອີ້! ຂ້ອຍໄປຕະຫຼາດມາກ່ອນ ເຫຼືອຊື້ເຂົ້າ ແລະ ອາຫານແລງກ່ອນ...ຈິ່ງເອົາເນາະ...?

-     ຟ້າວໄປຟ້າວມາເດີ...

-     ໄປບຶດດຽວ...ບໍ່ດົນດອກ.



ສອງຜົວເມຍນີ້ມີຖິ່ນກຳເນີດຢູ່ບ້ານປ່າແດນດົງ, ແຕ່ເຂົາເຈົ້າໄດ້ຍ້າຍເຂົ້າມາອາໄສຢູ່ ນະຄອນຫຼວງວຽງຈັນ ໄດ້ຫຼາຍປີແລ້ວ. ເຂົາເຈົ້າມີລູກນຳກັນສອງຄົນເປັນຍິງໜຶ່ງຊາຍໜຶ່ງ, ລູກກົກໄດ້ແປດຂວບ ແລະ ລູກຊາຍນ້ອຍກໍໄດ້ຫ້າຂວບແລ້ວ. ລູກທັງສອງປຽບເໝືອນແກ້ວຕາດວງໃຈຂອງພວກເຂົາ ແລະ ເປັນແຮງຈູງໃຫ້ເຂົາສູ້ຊີວິດ. ຖານະຄອບຄົວກໍພໍກຸ້ມຢູ່ກຸ້ມກິນ. ແຕ່ລະມື້ພວກເຂົາຈະຊ່ອຍກັນຂາຍເຄື່ອງຢູ່ໜ້າເຮືອນ ເນື່ອງຈາກວ່າເຮືອນຂອງພວກເຂົາຢູ່ໃກ້ແຄມທາງ ຈິ່ງເປັນທີ່ ເໝາະສົມແກ່ການຂາຍເຄື່ອງຍ່ອຍ. ຜູ້ເປັນຜົວນັ່ງຢູ່ໜ້າຮ້ານເຫັນລົດເບັ້ນ ລົດວີໂກ້ ແລ່ນຜ່ານກາຍມາກໍເກີດມີແນວຄິດຢາກໄດ້ຂຶ້ນມາທັນທີ. ໂອໂຫ ລືມໄປ ມື້ນີ້ພໍດີຫວຍສາຍພິເສດອອກ ບາງທີເຮົາອາດໄດ້ເປັນເຈົ້າຂອງລົດຄັນງາມໆ ໃຜຊິຮູ້ໄດ້ບາງທີເຮົາອາດມີໂຊກເຂົ້າຂ້າງເດ. ຄິດແລ້ວກໍມີແຜນການຊື້ຫວຍຫ້າໂຕຕື່ມອີກ. ໃນຄວາມຄິດຂອງລາວຕອນນີ້ ລາວຄິດວ່າ ຕົນເອງຈະມີທຸກສິ່ງທຸກຢ່າງຕາມຄວາມປາຖະໜາ, ເປັນເຈົ້າຂອງລົດຄັນງາມໆ. ຄິດໄປຍີ້ມໄປ ຄິດໄປຄິດມາກໍຄິດພໍ້ເລື່ອງລະອາຍໃຈເມື່ອປາຍເດືອນທີ່ແລ້ວຄື:



ມື້ນັ້ນແມ່ນມື້ເລກອອກ ລາວໄດ້ໄປຂໍເລກນຳອາຈານດ່ຽວເລກຜູ້ໜຶ່ງທີ່ຂ້ອນຂ້າງແມ່ນຢຳທີ່ສຸດທີ່ລາວເຄີຍພົບພໍ້ມາ.

-     ເຈົ້າມາຫາມື້ນີ້ມີທຸລະຫຍັງບໍ?

-     ເອີ...ຄືວ່າ...

-     ຄືວ່າຫຍັງ?

-     ຄືວ່າຂ້ານ້ອຍຢາກມາຂໍເລກເດັດເລກດີນຳອາຈານ. ໂຜດຂ້ານ້ອຍແດ່ທ້ອນ...

-     ອື່...ຄົນຄືເຈົ້ານີ້ບອກໂຕກົງກໍບໍ່ຖືກດອກ. ແຕ່ແນວໃດກໍຕາມເຈົ້າໄດ້ມາຫາຂ້ອຍຈົນຮອດເຮືອນຮອດຊານ. ຂ້ອຍຊິບອກເຈົ້າ ແຕ່ຖ້າເຈົ້າຍັງບໍ່ຖືກງວດນີ້ແລ້ວ ບໍ່ຕ້ອງມາຫາຂ້ອຍອີກກໍໄດ້. ເວົ້າແລ້ວເພີ່ນກໍເອົາປິກຂຽນໃສ່ເຈ້ຍນ້ອຍໃບໜຶ່ງ ແລ້ວພັບໃຫ້ລາວພ້ອມທັງບອກວ່າ ໃຫ້ເອົາເມືອເປີດເບິ່ງຢູ່ເຮືອນພຸ້ນເດີ  ຫ້າມເປີດເບິ່ງຢູ່ກາງທາງ ແລະ ຖ້າເຈົ້າຫາກເປີດເບິ່ງຢູ່ກາງທາງ ຮ້ອຍເປີເຊັນວ່າບໍ່ຖືກ ອາຈານບອກເປັນຄຳສຸດທ້າຍ.



ພໍ່ແຫຼ້ກ່າວຄຳຂອບໃຈອາຈານແລ້ວກໍກັບບ້ານດ້ວຍຄວາມດີໃຈ, ທັງຄິດເຫັນອະນາຄົດ ອັນເຈີດຈ້າສະຫວ່າງສະໄຫວ ຄິດໄປຍິ້ມໄປ... ພໍຮອດເຮືອນລາວຟ້າວເປີດເບິ່ງທັນທີ  ໃນເຈ້ຍນັ້ນມີໂຕອັກສອນສອງໂຕຂຽນວ່າ "ຫຫ" ລາວຄິດໄປຄິດມາອ້ຳອຶ້ງຢູ່ດົນເຕີບ ແຕ່ກໍຄິດບໍ່ອອກວ່າ ແມ່ນເລກຫຍັງ ກໍເລີຍເອົາໄປຖາມເມຍ, ພໍແຕ່ເມຍເຫັນກໍຕອບໄປທັນທີວ່າ ຫຫ ກໍມີແຕ່ ຫ.ຫອຍ ນັ້ນລະ ຂ້ອຍວ່າມັນເປັນ ຫ.ອື່ນໆບໍ່ໄດ້ເດັດຂາດ. ຜູ້ເປັນຜົວວ່າໂຕເອງໄດ້ເລກດີ ກໍອອກໄປຊື້ເລກ, ຊື້ເອົາຊື້ເອົາ ທັງເລກສອງໂຕ ແລະ ສາມໂຕນຳອີກ ເຫັນວ່າຊື້ຫຼາຍສົມຄວນ ແລ້ວກໍກັບບ້ານ. ເມືອຮອດເຮືອນກວດເງິນຄືນຈິ່ງຮູ້ວ່າຊື້ເລກງວດນີ້ໝົດແສນປາຍ. ລາວຄິດວ່າ ອອກມາກໍນັບຫົວສິບລ້ານໂລດລະ, ແນວໃດຄືນນີ້ຕ້ອງຖືກເລກຄັກໆ ເລີຍບອກເມຍໄປເອົາເຫຼົ້າເອົາເບຍຢູ່ຮ້ານຂ້າງໆມາໃຫ້ ພໍດີມີສ່ຽວຮັກສ່ຽວແພງມາຫາກໍເລີຍສະຫຼອງໄປຍົກໃຫຍ່, ກິນ  ໝົດແລ້ວກໍໄປເອົາມາຕື່ມອີກ ກິນກັນໄປຈົນຮອດເວລາເລກອອກ ສຽງໂຄສົກປະກາດ ທາງວິທະຍຸວ່າ "ເລກທີ່ອອກໃນງວດນີ້ໄດ້ແກ່ 543 ພໍ່ແຫຼ້ຟັງບໍ່ຄັກກໍເລີຍຖ້າຟັງຕອນໂຄສົກອ່ານທວນຄືນ ກໍຍັງແມ່ນເລກໂຕເກົ່າ. ຫຫ ລາວຍັງຈົມ ຫຫ ຢູ່. ຫຼັ້ງຈາກນັ້ນວົງເຫຼົ້າກໍເລີກກັນ" ສ່ຽວງວດນນີ້ບໍ່ຖືກຕ້ອງເຊົາກ່ອນ ຖ້າຖືກລະກໍ... ຊອດແຈ້ງກະຍັງໄດ້..." ມື້ຕໍ່ມາເຈົ້າຂອງຮ້ານ ຂາຍເບຍເອົາໃບບິນເກັບເງິນມາໃຫ້ ລາວອ່ານເບິ່ງ 150 000 ກີບ, ຫຫ ມືງເອີຍ ຫ ຫານ ບໍ່ແມ່ນ ຫ ຫອຍ ແຕ່ງວດນີ້ຕ້ອງແມ່ນກະປູອີຫຼີ. ຄິດໄປຄິດມາກໍຄິດຢາກຫົວຂວັນໂຕເອງໃຫ້ສົມໃຈທີ່ບໍ່ຊື້ຂຶ້ນອີກໜ້ອຍດຽວເທົ່ານັ້ນ.



ລົດຈັກແລ່ນເຂົ້າມາຈອດໜ້າຮ້ານ ເຮັດໃຫ້ລາວຕື່ນຈາກອະດີດອັນໜ້າລະອາຍ. ຫຼັງຈາກໄດ້ເງິນນຳເມຍແລ້ວ ລາວກໍອອກໄປຊືເລກ ແລະ ເລີຍໄປຮັບລູກຢູ່ໂຮງຮຽນ ແລ້ວຈິ່ງກັບບ້ານ. ງວດນີ້ລາວບໍ່ສະຫຼອງກ່ອນເພາະຮູ້ສຶກວ່າບໍ່ໝັ້ນໃຈປານໃດ, ກິນກ່ອນແລ້ວບໍ່ຖືກກໍຢ້ານເມຍຮ້າຍແດ່. ຮອດເວລາເລກອອກ ໂຄສົກອ່ານຕາມລຳດັບແຕ່ລາງວັນທີເກົ້າລົງມາ. ພໍ່ແຫຼ້ເອົາໃບຫວຍອອກມາກວດໄປພ້ອມໆດ້ວຍຫົວໃຈທີ່ຮ້ອນຮົນກະວົນກະວາຍ. ຮອດລາງວັນທີ່ສາມໃຈ ລາວບໍ່ເປັນອັນກິນອັນນອນເພາະເປັນລາງວັນໃຫຍ່ ຖືກລາງວັນນີ້ໄດ້ລົດເກງກໍຍັງດີນາ... ລາວເວົ້າກັບໂຕເອງ ແຕ່ສຸດທ້າຍລາງວັນທີ່ສາມລາວບໍ່ຖືກແມ່ນແຕ່ໂຕດຽວ. ຕໍ່ມາແມ່ນລາງວັນ ທີສອງ  ຜູ້ໂຊກດີໃນລາງວັນນີ້ຈະໄດ້ຮັບລົດກະບະວີໂກ້ ລາວຕື່ນຕົກໃຈບາດໜຶ່ງເມື່ອໄດ້ຫຍິນເລກຂຶ້ນຕົ້ນຖືກກັບເລກໃນໃບຫວຍຂອງລາວ ໂຕຖັດມາກໍຖືກໝົດ ແຕ່ໂຕສຸດທ້າຍຜິດໄປ ໜ້ອຍດຽວ, ເລກໂຕທ້າຍທີ່ອອກແມ່ນ7 ແຕ່ເລກໃນໃບຫວຍຂອງລາວແມ່ນ 6. ລາວຮ້ອງຂຶ້ນ ໂທເອີຍ!...ແລ້ວກໍມິດງຽບຟັງຕໍ່ໄປ. ໃນການອອກເລກສາຍພິເສດລາງວັນທີ່ໜຶ່ງຈະດົນແດ່ຈັກໜ້ອຍ, ພໍ່ແຫຼ້ຕັ້ງໃຈຟັງຢ່າງໃຈຈົດໃຈຈໍ່ ສ່ວນແມ່ແຫຼ້ ພວມແຕ່ງກິນຢູ່ເຮືອນຄົວພຸ້ນ. ໂອກາດສຸດທ້າຍທີ່ລາວລໍຄອຍໄດ້ມາຮອດ ໂຄສົກອ່ານເລກລາງວັນທີ່ໜຶ່ງເທື່ອລະໂຕຢ່າງຊ້າໆ ແລະ ຊັດເຈນ. ພໍ່ແຫຼ້ຕິດຕາມໃບຫວຍຂອງຕົນໄປພ້ອມໆ. ໃບຫວຍຂອງລາວອີກໃບໜຶ່ງໂຕທຳອິດ ກໍຖືກ ແລະ ໂຕທີສອງທີສາມກໍຖືກ ແຕ່ໂຕທີສີ່ທີ່ຫ້າພັດບໍ່ຖືກ ເພາະລາວເນັ້ນເລກທ້າຍນຳແຕ່ ກະປູ ແຕ່ບາດເລກອອກມາພັດແມ່ນກຸ້ງ ໂທເອີຍ!... ລາວຮ້ອງຂຶ້ນອີກ ແລ້ວກໍມອດວິທະຍຸ... ໜ້າຕາທີ່ສົດໃສ ແລະ ເຕັມໄປດ້ວຍຄວາມຫວັງຫວ່າງກີ້ນີ້ ໄດ້ກາຍເປັນສີໜ້າທີ່ເຄັ່ງຄຽດເສຍ ດາຍ. ລາວລູບຫົວໂຕເອງບາດໜຶ່ງ ແລ້ວກໍລຸກຍ່າງໄປເຮືອນຄົວ.

-     ເປັນແນວໃດພໍ່ອີ່ນາງ? ເລກອອກຫຍັງ? ເຈົ້າຖືກບໍ?

-     ໂອຍ! ຜິດໜ້ອຍດຽວ ເກືອບໄດ້ລົດມາຂີ່.

-     ອ໊າວ! ອອກເລກຫຍັງ?

-     ເລກກຸ້ງ.

-     ຄັນຊັ້ນຂ້ອຍກໍຖືກຕິ.

-     ແມ່ອີ່ນາງ! ເຈົ້າຊື້ເລກຫວາ? ຄືບໍ່ເຄີຍເຫັນເຈົ້າຊື້ເລກຊື້ເບີນຳເຂົາ.

-     ຕອນແລງນີ້ຂ້ອຍໄປຕະຫຼາດ ໄດ້ພົບກັບແມ່ທອງບ້ານເໜືອ ລາວບອກວ່າລາວໄປສູດລົດນຳຢູ່ວັດ ເຫັນຮູບປ່ຽງເຜິ້ງໃນຂັນນ້ຳມົນເປັນຮູບກຸ້ງ ຂ້ອຍກໍເລີຍຊື້ເລກກຸ້ງນໍາລາວ.

-     ເຈົ້າຊື້ຫຼາຍປານໃດ?

-     ສອງໝື່ນກີບ

-     ເອົາມາເບິ່ງຕິ ຖືກຫຼາຍປານໃດ?

-     ຜິດຫຼັ້ກ, ເຈົ້າບໍ່ໄດ້ຊື້ເລກສອງໂຕແດ່ຫວະ?

-     ຊື້ແທ້, ນີ້ເດ.

-     ແມ່ອີ່ນາງ! ຖືກເລກສອງໂຕສອງພັນກີບ.



ສະຫຼຸບແລ້ວເລກອອກງວດນີ້ເມຍລາວຖືກ ໜຶ່ງແສນສອງໝື່ນກີບ ແຕ່ລາວຊື້ໝົດສອງໝື່ນກີບ. ຜູ້ເປັນຜົວຊື້ທັງຫວຍໃບສາມໝື່ນກີບ ແລະ ເລກທ້າຍ ລວມແລ້ວໝົດໜຶ່ງແສນກີບ. ລວມທັງຜົວ ແລະ ເມຍຊື້ໝົດໜຶ່ງແສນສອງໝື່ນກີບ ເປັນອັນວ່າທໍ່ທືນ.

-     ມາໆກິນເຂົ້າແລງກັນເທາະ! ແລ້ວອາຫານຄ່ຳກໍເຕັມໄປດ້ວຍຄວາມສຸກສຳລານ.

-     ຖືກເລກ ແຕ່ບໍ່ໄດ້ເງິນ ຈັ່ງແມ່ນຊວຍນໍ້ເຮົາ.

-     ວ່າແທ້ ມື້ຄືນນີ້ຂ້ອຍຝັນພຣະລືສີບອກວ່າ ສັດຜູ້ເຖົ້າ ຂ້ອຍຄິດວ່າແມ່ນເລກປູ ກໍເລີຍຊື້ແຕ່ ເລກປູໂຕດຽວ ບາດອອກມາພັດແມ່ນກຸ້ງ. ກຸ້ງກໍຄ້າຍຄືຜູ້ເຖົ້າໃດເນາະ ເພາະວ່າຫຼັງມັນກົ່ງ ວ່າແລ້ວກໍພ້ອມກັນຫົວ.

-     ຊິບໍ່ຊື້ເລກອີກລະຕິບາດນີ້? ຈັກງວດແລ້ວເຈົ້າ ງວດໃດກໍພໍ່ງວດນັ້ນ. ຊື້ເລກຊື້ເບີນັ້ນຂ້ອຍວ່າ ເອົາເງິນມາຊື້ຊີ້ນຊື້ປາກິນຊິບໍ່ແຊບກ່ອນບໍ? ຜົວບໍ່ຕອບຫຍັງມີແຕ່ກິນໄປເລື້ອຍໆ

-     ເຈົ້າກໍຄືກັນ ໄປຫຼິ້ນເລກນໍາເຂົາຕັ້ງແຕ່ມື້ໃດມາ?

-     ຫາກະເທື່ອດຽວນີ້ໃດເຖົ້າ.

-     ນັບແຕ່ນີ້ຕໍ່ໄປຂ້ອຍຊິບໍ່ຊື້ເລກອີກແລ້ວ ເຈົ້າກໍຄືກັນເດີ.



  ໜຶ່ງເດືອນຕໍ່ມາມີຄົນຂ້າງບ້ານພໍ່ແຫຼ້ຖືກເລກສິບປາຍລ້ານ ເຊິ່ງເປັນສາຍເຫດເຮັດໃຫ້ ພໍ່ແຫຼ້ເກີດມີແນວຄິດຢາກຈະຊື້ເລກຂຶ້ນມາອີກ ແຕ່ກໍສາມາດຢັບຢັ້ງແນວຄິດນັ້ນໄວ້ໄດ້. ຜ່ານມາບໍ່ຈັກວ່າທໍ່ໃດແລ້ວທີ່ລາວຊື້ເລກ, ງວດໃດກໍຫວິດໜ້າກາຍຫຼັງ ແຕ່ບໍ່ເຄີຍຖືກຈັກເທື່ອ ຍິ່ງຊື້ກໍຍິ່ງຂຶ້ນໃຈ ຊື້ເທື່ອໃດກໍຜິດແຕ່ໂຕໜຶ່ງ ຫຼື ສອງໂຕເທົ່ານັ້ນ. ດັ່ງນັ້ນ, ລາວຈິ່ງສັດສິນໃຈຢ່າງເດັດຂາດບໍ່ຊື້ເລກຕື່ມອີກ ເງິນທີ່ຫາມາໄດ້ກໍຈະທ້ອນໄວ້ຊື້ເຂົ້າປາອາຫານ, ໄວ້ສົ່ງເສີມລູກຮຽນ ແລະ ເກັບແຮໄວ້ໃຊ້ໃນຍາມເຈັບເປັນ.

         

ແລງມື້ໜຶ່ງຂະນະທີ່ຜູ້ເປັນເມຍໄປຮັບລູກມາແຕ່ໂຮງຮຽນ ເຫັນລົດຈັກຕຳກັບລົດໃຫຍ່ ຈິ່ງເກີດມີແນວຄິດຢາກຊື້ເລກຂຶ້ນມາທັນທີ. ລາວເຄີຍໄດ້ຫຍິນເຂົາເລົ່າລືກັນວ່າ ມີຫຼາຍຄົນທີ່ຖືກເລກນຳປ້າຍລົດທີ່ເກີດອຸປະຕິເຫດ. ປ້າຍລົດຈັກທີ່ຕຳກັນນັ້ນແມ່ນ 0789 ລາວກໍເລີຍແວ່ຊື້ເລກ ທ້າຍສາມໂຕ ມີທໍ່ໃດຊື້ຈົນໝົດ ດີແຕ່ລາວບໍ່ຖືເງິນໄປນຳຫຼາຍ ມີແຕ່ຫ້າໝື່ນກີບເທົ່ານັ້ນ. ເມື່ອກັບຮອດບ້ານລາວກໍບໍ່ໄດ້ບອກຜົວ ເພາະຢ້ານວ່າຜົວຈະຮ້າຍ ເພາະຜ່ານມາລາວເຄີຍເວົ້າໃຫ້ຜົວ ດັ່ງນັ້ນ ຈິ່ງມິດງຽບຢູ່. ພໍ່ແຫຼ້ເຖິງວ່າລາວຈະບໍ່ຊື້ເລກ ແຕ່ລາວກໍຍັງຟັງເລກອອກທຸກງວດບໍ່ເຄີຍຂາດ ນອກຈາກມີວຽກທີ່ຈຳເປັນ ແລະ ອອກໄປວຽກນອກເທົ່ານັ້ນ. ເມື່ອເລກອອກແລ້ວ ຜູ້ເປັນເມຍກໍຟ້າວ ຖາມຜົວວ່າ

-     ເລກອອກຫຍັງ ພໍ່ອີ່ນາງ? ຖາມແລ້ວກໍຖ້າຟັງຢ່າງໃຈຈົດໃຈຈໍ່.

-     089

-     ໂທ້ໆ ເມຍຮ້ອງອອກມາດ້ວຍຄວາມລະເມີ ແບບບໍ່ເຊື່ອສຽງຜົວ

-     ອອກ 089 ຫວາ?

-     ແມ່ນແລ້ວ, ມີຫຍັງບໍ ແມ່ອີ່ນາງ?

-     ຂ້ອຍຊື້ 789 ໝົດຕັ້ງຫ້າໝື່ນພຸ້ນ



ພໍ່ແຫຼ້ບໍ່ຕອບຫຍັງພໍຄວາມ ຜູ້ເປັນເມຍຈິ່ງເວົ້າສຳອອຍນຳຜົວວ່າ ຕອນແລງນີ້ຂ້ອຍໄປຮັບລູກ ເຫັນລົດຕຳກັນ ກໍເລີຍຊື້ນຳປ້າຍລົດຈັກ... ລົດຈັກລົ້ມຢູ່ຕໍ່ໜ້າລົດໃຫຍ່ ຂ້ອຍລືມເອົາຫຼັກໂຕໜ້າ, ບໍ່ໜ້າເລີຍ... ຢ່າມັນເທະແມ່ອີ່ນາງເອີຍ! ແຕ່ກ່ອນເຈົ້າເຄີຍເວົ້າໃຫ້ຂ້ອຍເລື່ອງເລກເລື່ອງເບີນີ້, ຂ້ອຍວ່າ ຖ້າເຮົາຍັງບໍ່ຢຸດບໍ່ເຊົາ ພວກເຮົາຄືຊິບໍ່ເປັນຢ້າວເປັນເຮືອນນຳເພີ່ນໃດ. ຂ້ອຍວ່າ ເຮົາພ້ອມກັນເຊົາສາ ວາສະໜາເຮົາຄົງຫາລ້ຳຫາລວຍນຳເລກນຳຫວຍນີ້ບໍ່ໄດ້ດອກ. ຊື້ດົນໄປຂ້ອຍຢ້ານວ່າຊິໄດ້ກິນເຂົ້າກັບໃບເລກ ຫຼື ກິນເສດເຈ້ຍໃບຫວຍຕາງເຂົ້າກໍເປັນໄປໄດ້ໃດ.      ແໜງວ່າຫາກິນນຳເຫື່ອນຳແຮງເຮົາຄືສິດີກວ່າ. ກໍຄິດຢາກຖືກເລກຫຼາຍ ຄືຄົນຂ້າງບ້ານເຮົາຫັ້ນລະກໍຈິ່ງຊື້... ນັບແຕ່ນີ້ຕໍ່ໄປ ນ້ອງຈະບໍ່ຊື້ເລກຊື້ຫວຍຕື່ມອີກແລ້ວລະ ນ້ອງຈະປະຢັດ ຈະຊື້ແຕ່ສິ່ງທີ່ຈຳເປັນເທົ່ານັ້ນ. ລູກເຮົາກໍນັບມື້ໃຫຍ່ຂຶ້ນ ຍິ່ງເພີ່ມພາລະໃຫ້ແກ່ ເຮົາຕື່ມອີກ ແລະ ເພື່ອອະນາຄົດທີ່ສົດໃສໝັ້ນຄົງຂອງຄອບຄົວເຮົາ... ເດ! ບາດວ່າລະເຮັດວຽງຫວານໃສ່ ເວົ້າແລ້ວເຮັດໃຫ້ໄດ້ເດີ.

No comments:

Post a Comment