Monday, June 16, 2014

ຂີ່ຍົນເທື່ອທໍາອິດ

ສະບາຍດີ ທ່ານຜູ້ອ່ານທັງຫຼາຍ,
ມື້ນີ້ ຂ້າພະເຈົ້າຈະມາເລົ່າການຂີ່ຍົນເທື່ອທຳອິດໃຫ້ຟັງ

ກ່ອນອື່ນຂໍແນະນໍາຕົວຈັກໜ້ອຍໜຶ່ງກ່ອນ ວ່າຫຼັງຈາກທີ່ຮຽນຈົບ ຂ້າພະເຈົ້າກໍໄດ້ມາເຮັດວຽກບ່ອນໃໝ່. ພາຍຫຼັງມາເຮັດວຽກຢູ່ບ່ອນນີ້ ກໍໄດ້ມີໂອກາດໄປ ເດີນທາງໄປ ນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ. ຜ່ານມາກໍເຄີຍໄປຕ່າງປະເທດມາແລ້ວ (ປະເທດໄທ 5555) ແຕ່ກໍຍອມຮັບວ່າ ບໍ່ເຄີຍຂີ່ຍົນຈັກເທື່ອ ບໍ່ວ່າຈະຂຶ້ນລົດລ່ອງເຮືອ ໄປເໜືອລ່ອງໃຕ້ ກະໄດ້ຂີ່ແຕ່ລົດນີ້ລະ.

ການຂີ່ຍົນເທື່ອທໍາອີດຍອມຮັບເລີຍວ່າ ຕື່ນເຕັ້ນ ເນື່ອງຈາກວ່າ ບໍ່ເຄີຍຂີ່ມາກ່ອນ ແລະ ກໍມີຂ່າວເລື່ອງຍົນ ເຊັ່ນ: ຍົນລາວຕົກທີ່ປາກເຊ, ຍົນກອງທັບລາວຕົກທີ່ຊຽງຂວາງ ແລະ ຍົນມາເລເຊຍຫາຍໄປແບບນ່າອັດສະຈັນ.

ກ່ອນການເດີນທາງ ຂ້າພະເຈົ້າໄດ້ປຶກສາກັບຄົນເຮັດວຽກໃນຫ້ອງການກ່ອນ ແລະ ຍອມຮັບວ່າບໍ່ເຄີຍຂີ່ຍົນມາກ່ອນ ເຊິ່ງເຂົາເຈົ້າກໍໃຈດີ ແລະ ໄດ້ອະທິບາຍທຸກຢ່າງໃຫ້ ເຊັ່ນ: ຄວນແຕ່ງໂຕໃຫ້ສຸພາບ, ຫ້າມໃສ່ເກີບແຕະ, ເຄື່ອງໃຊ້ ເຄື່ອງສໍາອາງທີ່ເປັນນໍ້າ ແລະ ທາດແຫຼວ ແມ່ນໃຫ້ໃສ່ກະເປົາ ເພື່ອເກັບໄວ້ທ້ອງຍົນ, ສ່ວນປະເປົາທີ່ສາມາດຖືຕິດໂຕຂຶ້ນຍົນໄດ້ ໃນນໍ້າໜັກບໍ່ເກີນ 7 ກິໂລ, ສ່ວນກະເປົາທີ່ເກັບໄວ້ທ້ອງຍົນ ແມ່ນບໍ່ເກີນ 20 ກິໂລ. ການຊື້ປີ້ຍົນ ຄວນເອົາບັດປະຈໍາໂຕ ຫຼື ໜັງສືເດີນທາງ (ກໍລະນີໄປຕ່າງປະເທດ) ໄປນໍາໃນເວລາໄປຊື້, ຫຼື ຖ້າຊື້ອອນລາຍແມ່ນໃຫ້ກວດເບິ່ງລະອຽດ ເຊັ່ນ ການສະກົດຄໍາພາສາຕ່າງປະເທດ. ແຕ່ສໍາລັບທ່ານທີ່ອ່ານບົດຄວາມນີ້ແລ້ວ ບໍ່ຕ້ອງຖາມໃຜອີກກໍໄດ້.

ໃນມື້ເດີນທາງ ຄວນໄປຮອດສະໜາມບິນກ່ອນເວລາ ຍົນຂຶ້ນຢ່າງໜ້ອຍ 2​ ຊົ່ວໂມງ ເພື່ອແຈ້ງກະເປົາ, ຮັບໃບຂຶ້ນຍົນ, ແຈ້ງໜັງສືເດີນທາງ (ຕ້ອງໄດ້ຂຽນຟອມແຈ້ງອອກປະເທດ) ກວດເອັກສະເລ ກະເປົາເດີນທາງທີ່ຖືຕິດໂຕ, ຕ້ອງໄດ້ແກ້ສາຍແອວ, ເກັບເຄື່ອງອອກໃສ່ກະຕ່າ ເຊັ່ນ: ມືຖື, ໂມງ ແລ້ວຜ່ານເຄື່ອງສະແກນໄປຖ້າເອົາເຄື່ອງຂອງເຮົາໃນຊ່ອງຖັດໄປ. ໃນຂັ້ນຕອນນີ້ ແນະນໍາໃຫ້ຕິດຕາມ ແລະ ເກັບເຄື່ອງຫຼັງສະແກນແລ້ວ ກ່ອນໄປທາງອື່ນ ເພື່ອປ້ອງກັນເຄື່ອງເສຍ. ຫຼັງຈາກສະແກນແລ້ວ ກໍໃຫ້ໄປນັ່ງລໍຖ້າບ່ອນພັກຂອງຜູ້ໂດຍສານ ໂດຍໃຫ້ສັງເກດ ປະຕູ, ເລກບ່ອນນັ່ງ, ເວລາຍົນຂຶ້ນ, ເວລາຍົນລົງ, ໝາຍເລກຖ້ຽວບິນ ທີ່ຢູ່ໃນໃບຂຶ້ນຍົນ. ໃນເວລານັ່ງຖ້າຢູ່ນີ້ ທ່ານສາມາດໃຊ້ ວາຍຟາຍ ຟຣີ ເພື່ອເຈັກອິນ ແລະ ອັບຮູບໂຊເພື່ອນໄດ້.

ເມື່ອເຖິງເວລາຂຶ້ນຍົນ ຈະມີພະນັກງານປະກາດ, ພະນັກງານຖືປ້າຍມາບອກ ແລະ ມີການແຈ້ງເຕືອນທາງຈໍຄອມພິວເຕີ. ເມື່ອໄປເຖິງຊ່ອງກວດຄົນຂຶ້ນຍົນ ຕ້ອງໄດ້ແຈ້ງໜັງສືເດີນທາງ ແລະ ໃບຂຶ້ນຍົນ, ຫຼັງຈາກນັ້ນ ພະນັກງານຈະຈີກເອົາສ່ວນໜຶ່ງຂອງ ບັດຂຶ້ນຍົນ ແລະ ສ່ວນໜຶ່ງຈະໃຫ້ເຮົາເກັບໄວ້. ຕອນນີ້ທ່ານຈະມີກະເປົາເດີນທາງທີ່ຕິດໂຕເທົ່ານັ້ນ, ສ່ວນກະເປົາໃຫຍ່ ຫຼັງຈາກແຈ້ງກະເປົາແລ້ວ ທ່ານຈະບໍ່ໄດ້ເຫັນມັນອີກ ຈົນກວ່າ ທ່ານຈະໄປຖ້າເອົາຢູ່ສະໜາມບິນປາຍທາງ. ຖ້າໂຊກດີ ຈະມີທາງຍ່າງຕໍ່ໄປຍັງຍົນເລີຍ ເຊິ່ງທ່ານຈະບໍ່ໄດ້ຢຽບດິນອີກ ແຕ່ບາງເທື່ອກະໄດ້ລົງຍ່າງໄປຂຶ້ນຍົນກໍມີ.

ເມື່ອຂຶ້ນຍົນແລ້ວ ໃຫ້ຫາໝາຍເລກບ່ອນນັ່ງຂອງທ່ານ ເຊິ່ງມັນກໍຄ້າຍຄືບ່ອນນັ່ງລົດໂດຍສານນີ້ລະ. ເມື່ອໄດ້ບ່ອນນັ່ງແລ້ວ ກໍເອົາກະເປົາໄວ້ຊ່ອງເກັບມ້ຽນຢູ່ເທິງຫົວ ແລ້ວກໍນັ່ງໄດ້ຕາມສະບາຍ. ເມື່ອໄດ້ຫຍິນສຽງປະກາດໃຫ້ປິດມືຖື ທ່ານອາດຈະປິດເຄື່ອງ ຫຼື ໃຊ້ໂໝດການບິນກໍໄດ້ ແຕ່ຫ້າມໃຊ້ໂໝດປົກກະຕິ (ຖ້າທ່ານບໍ່ຮູ້ໃຫ້ປິດໄວ້ຈະດີກວ່າ). ເມື່ອໄດ້ຫຍິນປະກາດໃຫ້ຄັດສາຍແອວນີລະໄພກໍໃຫ້ປະຕິບັດຕາມ ໂດຍຈະມີພະນັກງານມາສາທິດ ຫຼື ມີວີດີໂອສາຍຢູ່ຈໍເທິງຫົວໃຫ້ເບິ່ງ ເຊິ່ງທ່ານສາມາດປັບໃຫ້ພໍດີກັບແອວຂອງທ່ານໄດ້. ເມື່ອຍົນຂຶ້ນໄປໄດ້ລະດັບແລ້ວ ຈະມີພະນັກງານເອົາອາຫານ ແລະ ເຄື່ອງດື່ມມາບໍລິການ (ຟຣີທຸກຢ່າງ).

ເມື່ອເຖິງສະໜາມບິນປາຍທາງ ກໍລໍຖ້າລົງຍົນຕາມຂະບວນ, ແລ້ວໄປແຈ້ງໜັງສືເຂົ້າເມືອງ (ຢ່າລືມຢືນຫຼັງເສັ້ນສີແດງ ແລະ ເຂົ້າແຈ້ງເທື່ອລະຄົນ). ເມື່ອແຈ້ງເຂົ້າເມືອງແລ້ວ ກໍໄປຖ້າເອົາກະເປົາຢູ່ສາຍພານເລື່ອນ. ເມື່ອໄດ້ກະເປົາແລ້ວ ກໍແລ້ວແຕ່ຈຸດໝາຍປາຍທາງຂອງທ່ານຕໍ່ໄປ.

ສໍາລັບການເດີນທາງຂອງຂ້າພະເຈົ້າ ຍອມຮັບວ່າ ຕື່ນເຕັ້ນ ແລະ ຢ້ານເລັກໜ້ອຍ ແຕ່ມັນກໍຜ່ານໄປດ້ວຍດີ ແລະ ກັບມາບ້ານເຮົາຢ່າງປອດໄພ.


ຫວັງວ່າບົດຄວາມຮູ້ຈະເປັນປະໂຫຍດແກ່ທ່ານ


ຂອບໃຈທີ່ຜ່ານມາທ່າງນີ້ ແລ້ວພົບກັນໃໝ່