Monday, October 19, 2015

ພາສາລາວ ກັບ ເວບບຣາວເຊີຣ໌

ສັງເກດເຫັນຫຼາຍຄົນຈົ່ມວ່າພາສາລາວໃນເວບບຣາວເຊີເປັນຟອນທ໌ດອກຈໍາປາ ແລະ ຫຼາຍຄົນກໍບໍ່ໄດ້ຈົ່ມວ່າຫຍັງ ແຕ່ກໍຍັງກົ້ມໜ້າໃຊ້ຕໍ່ໄປ. ຟອນທ໌ດອກຈໍາປາ ກໍຖືວ່າເປັນປະໂຫຍດຫຼາຍສໍາລັບຄົນທີ່ໃຊ້ພາສາລາວທົ່ວໄປ, ແຕ່ມັນກໍຍັງມີຂໍ້ຈໍາກັດໃນການສະແດງຜົນ ເປັນຕົ້ນແມ່ນ ການສະແດງວັນນະຍຸດບໍ່ຄົບ ໂດຍສະເພາະແມ່ນ ໄມ້ເອ່ກ ແລະ ໄມ້ໂທ ແລະ ກໍອື່ນໆນໍາອີກ(ຢ່າງໜ້ອຍກໍຍັງພໍເດົາພາສາລາວອອກ). ມັນຈະດີຊໍ່າໃດ ຖ້າທ່ານສາມາດອ່ານພາສາລາວໄດ້ແບບ ເຕັມເມັດເຕັມໜ່ວຍ.

ດັ່ງນັ້ນ, ພວກເຮົາມາຕັ້ງຄ່າໃຫ້ເວບບຣາວເຊີຣ໌ອ່ານພາສາລາວໄດ້ແບບສົດສວຍ ດ້ວຍຮູບແບບການສະແດງຂອງ ຟອນທ໌ ເພັດສະຣາດ ກັນເທາະ!

ສໍາລັບທ່ານທີ່ໃຊ້ google chrome
1. ເປີດໜ້າເວບຂຶ້ນມາ

2. ເຂົ້າໄປທີ່ຕັ້ງຄ່າ
3. ເລື່ອນລົງໄປທີ່ Web Content
4. ເລືອກ customize fonts...
5.  ຈະມີໜ້າເດັ້ງຂຶ້ນມາ ຊື່ວ່າ font and encoding
6. ປັບເລືອກຟອນທ໌ທຸກຊ່ອງໃຫ້ເປັນ Phetsarath OT
7. ແລ້ວເລືອກ Done ດ້ານລຸ່ມສຸດ
ໝາຍເຫດ: ຖ້າປັບຕາມນີ້ແລ້ວ ພາສາລາວມີຂະໜາດນ້ອຍລົງ ແມ່ນສາມາດປັບໄດ້ທີ່ Standard Font ເປັນ 18 ຫຼື ຕາມຄວາມຕ້ອງການ.

ສໍາລັບທ່ານທີ່ໃຊ້ Firefox
1. ເປີດໜ້າເວບຂຶ້ນມາ

2. ໄປທີ່ Options
3. ແຖບຊ້າຍມືເລືອກ Content (ນັບດ້ານເທິງລົງມາອັນທີ 3)
4. ປັບ Fonts and Color ໃຫ້ເປັນ Phetsarath OT
5. ຄລິກທີ່ Advanced...(ຢູ່ແຖວດຽວກັບ Phetsarath)
6. ຈະມີໜ້າໃໝ່ເດັ້ງຂຶ້ນມາ ຊື່ Fonts
7. ປັບ Serif, Sans-serif ແລະ Monospace ເປັນ Phetsarath OT
8. ເລືອກ OK (ແຖວລຸ່ມສຸດ)

ພຽງເທົ່ານີ້ກໍໄດ້ອ່ານພາສາລາວແບບງາມໆກັນແລ້ວ

ຖ້າບົດຄວາມນີ້ມີປະໂຫຍດ ກໍຢ່າລືມ ຄໍາຂອບໃຈ ເພື່ອເປັນກໍາລັງໃຈໃຫ້ແດ່ເດີ








Friday, October 2, 2015

ເຟສບຸກຫຼິ້ນວີດີໂອເອງ


ຈະບ້າຫຼືໃດ ຢູ່ດີໆ ເຟສບຸກກໍຫຼິ້ນວີດີໂອເອງ. ດາຕ້າກໍແຮ່ງມີໜ້ອຍ, ອິນເຕີເນັດກໍແຮ່ງຊ້າ ແລະ ບ່ອນເຮັດ ວຽກວາຍຟາຍກໍແຮງຊ້າຢູ່ແລ້ວ ດັນພະນັກງານແອບຫຼິນເຟສບຸກອີກ ແຮ່ງເຮັດໃຫ້ເນັດຊ້າໄປອີກ.

ດັ່ງນັ້ນ ມາເລີ່ມປິດອິນເຕີເນັດຫຼີ້ນເອງກັນເລີຍ
1. ໃຫ້ລົງຊື່ເຂົ້າໃຊ້ເຟສບຸກຕາມປົກກະຕິ.
2 ຄລິກທີ່ ຮູບສາມແຈ ຢູ່ເບື້ອງຂວາມືເທິງສຸດ (ນັບຈາກຮູບປະຈໍາຕົວເຮົາໄປອັນທີ6 ເລີ່ມຈາກຊື່ເຟສ, Home, ຄໍາຂໍເປັນເພື່ອນ, ຂໍ້ຄວາມ, ແຈ້ງເຕືອນ, ຮູບໜ່ວຍກະແຈ ແລະ ຮູບສາມແຈອັນສຸດທ້າຍນັ້ນລະ
3. ເລືອກ ຕັ້ງຄ່າ (Setting) ຈະເລື່ອນໄປໜ້າໃໝ່
4. ເລືອກ ຄໍາວ່າ ວີດີໂອ (Video) ຢູ່ກ້ອງ Support Inbox (ເບື້ອງຊ້າຍມື-ລຸ່ມສຸດ)
5. ໃຫ້ສັງເກດ ໜ້າທາງຂ້າງ ຈະມີຫົວຂໍ້ Video Setting ຂຶ້ນມາ ແລະ ມີ 2 ລາຍການໃຫ້ເລືອກ
6. ເລື່ອນເມົ້າສ໌ໄປແຖວທີ 2 ລຸ່ມສຸດ ເບື້ອງຂວາມື ຂອງ Auto-play Videos ຈະມີບ່ອນໃຫ້ເລືອກ (ປົກກະຕິຈະຂຶ້ນຄໍາວ່າ Defult-ຄ່າເລີ່ມຕົ້ນ)
7 ໃຫ້ຄລິກ ແລ້ວເລືອກ Off (ປິດ)

ພຽງເທົ່ານີ້ກໍຮຽບຮ້ອຍແລ້ວ

Thursday, October 1, 2015

ເຈົ້າລົງວິນໂດມື້ໃດ?


ເຈົ້າເຄີຍສົງໄສບໍວ່າ ເຈົ້າວົງວິນໂດຄອມ ຫຼື ອັບເກຣດວິນໂດຄອນມື້ໃດ? ເຊື່ອແນ່ວ່າຫຼາຍຄົນຄົງສົງໄສ ໂດຍສະເພາະແມ່ນ ຄົນທີ່ມັກເອົາຄອມໄປລົງວິນໂດ ຢູ່ຕາມຮ້ານຕ່າງໆ.

ມື້ນີ້ພວກເຮົາມາເບິ່ງວິທີກວດເບິ່ງວັນທີວິນໂດຖືກຕິດຕັ້ງລົງໄປໃນເຄື່ອງຄອມພິວເຕີເຮົາ ແບບງ່າຍໆກັນ

ມາເລີ່ມກັນເລີຍ

1. ເຂົ້າໄປທີ່ Control Panel/run ຫຼື ຈະກົດປຸ່ມວິນໂດຢູ່ຄີບອດ + R ກໍໄດ້ ຫຼື ເວົ້າງ່າຍງ່າຍແມ່ນ ຫາ run ໃຫ້ເຫັນກໍພໍ

2. ພິມຄໍາວ່າ cmd ແລ້ວກົດ ENTER ຫຼື ກົດ OK ກໍໄດ້

3. ຈະມີໜ້າຕ່າງເດັ້ງຂຶ້ນມາ ເປັນສີດໍາໆ ດ້ານເບິງເບື້ອງຊ້າຍມື ຈະມີຄໍາວ່າ C:\WINDOWS\su=system32\cmd.exe ແລະ ໃນບລ໊ອກຈະມີຄໍາວ່າ Microsoft Windows [Version 10.0.10240]
(c) 2015 Microsoft Corporation. All rights reserved.
C:\Users\PB PC>
*(BP PC ແມ່ນຊື່ຄອມພິວເຕີ ເຊິ່ງແຕ່ລະໜ່ວຍຈະບໍ່ຄືກັນ)

4. ໃຫ້ພິມຄໍາວ່າ systeminfo ຕໍ່ທາງທ້າຍເລີຍ ດັ່ງນີ້
Microsoft Windows [Version 10.0.10240]
(c) 2015 Microsoft Corporation. All rights reserved.
C:\Users\PB PC>systeminfo ແລ້ວກົດ ENTER ຢູ່ແປ້ນພິມ

5. ໃຫ້ເລື່ອນອ່ານລົງໄປເບິ່ງ ຈະມີລາຍລະອຽດຂອງຂໍ້ມູນຄອມພິມເຕີທັງໝົດເລີຍ ລວມທັງລະບົບປະຕິບັດການ, ສະເປັກຄອມ, ແລະ ອື່ນໆ

6. ໃຫ້ສັງເກດທີ່ original Install Date: ຈະມີວັນທີ່ຕິດຕັ້ງ ຫຼື ອັບເກຣດລ່າສຸດເລີຍ

ຕົວຢ່າງ ໂນດບຸກຂ້ອຍ ແມ່ນໄດ້ອັບເກຣດເປັນວິນໂດ 10 ຣຸ່ນ 10.0.1024 ຫຼື Build 1024 ນັ້ນເອງ

Microsoft Windows [Version 10.0.10240]
(c) 2015 Microsoft Corporation. All rights reserved.
C:\Users\PB PC>systeminfo
Host Name:                 BOUNPHANH-PC
OS Name:                   Microsoft Windows 10 Pro
OS Version:                10.0.10240 N/A Build 10240
OS Manufacturer:           Microsoft Corporation
OS Configuration:          Standalone Workstation
OS Build Type:             Multiprocessor Free
Registered Owner:          PB PC
Registered Organization:
Product ID:                00330-80000-00000-AA205
Original Install Date:     18-Jul-15, 7:31:29 AM
System Boot Time:          01-Oct-15, 1:43:03 PM
System Manufacturer:       TOSHIBA
System Model:              Satellite L840
System Type:               x64-based PC
Processor(s):              1 Processor(s) Installed.
                           [01]: Intel64 Family 6 Model 58 Stepping 9 GenuineIntel ~1200 Mhz
BIOS Version:              Insyde Corp. 6.50, 27-Dec-12
Windows Directory:         C:\WINDOWS
System Directory:          C:\WINDOWS\system32
Boot Device:               \Device\HarddiskVolume1
System Locale:             en-us;English (United States)
Input Locale:              en-us;English (United States)
Time Zone:                 (UTC+07:00) Bangkok, Hanoi, Jakarta
Total Physical Memory:     4,066 MB
Available Physical Memory: 2,463 MB
Virtual Memory: Max Size:  4,770 MB
Virtual Memory: Available: 3,198 MB
Virtual Memory: In Use:    1,572 MB
Page File Location(s):     C:\pagefile.sys
Domain:                    WORKGROUP
Logon Server:              \\MicrosoftAccount
Hotfix(s):                 14 Hotfix(s) Installed.
                           [01]: KB3074663
                           [02]: KB3074678
                           [03]: KB3074679
                           [04]: KB3074683
                           [05]: KB3074686
                           [06]: KB3081424
                           [07]: KB3081436
                           [08]: KB3081438
                           [09]: KB3081441
                           [10]: KB3081444
                           [11]: KB3081449
                           [12]: KB3081452
                           [13]: KB3081455
                           [14]: KB3087040
Network Card(s):           1 NIC(s) Installed.
                           [01]: Qualcomm Atheros AR9485WB-EG Wireless Network Adapter
                                 Connection Name: Wi-Fi
                                 DHCP Enabled:    Yes
                                 DHCP Server:     192.168.1.1
                                 IP address(es)
                                 [01]: 192.168.1.135
                                 [02]: fe80::ddaf:c172:5dc1:5386
Hyper-V Requirements:      VM Monitor Mode Extensions: Yes
                           Virtualization Enabled In Firmware: Yes
                           Second Level Address Translation: Yes
                           Data Execution Prevention Available: Yes
C:\Users\PB PC>

ຫວັງວ່າຄົງເປັນປະໂຫຍດໜ້ອຍໜຶ່ງສໍາລັບມືໃໝ່ເນາະ


Wednesday, September 16, 2015

ວິທີແກ້ໄຂ WIFI ເຊື່ອມຕໍ່ບໍ່ໄດ້ - How to Fix WIFI conection shows limited


ວິທີແກ້ໄຂການເຊື່ອມຕໍ່ວາຍຟາຍບໍ່ໄດ້ ໂດຍສະເພາະແມ່ນ ມີພຽງທ່ານຄົນດຽວທີ່ບໍ່ສາມາດເຊື່ອມຕໍ່ໄດ້ ໃນຂະນະທີ່ຄົນອື່ນເຊື່ອມຕໍ່ໄດ້ປົກກະຕິ. ບັນຫາພຽງເທົ່ານີ້ ທ່ານບໍ່ຈໍາເປັນເອົາໂນດບຸກເຂົ້າຮ້ານ ຫຼື ເຂົ້າສູນ ໃຫ້ເສຍເວລາ ແລະ ເສຍເງິນນໍາອີກ. ສາເຫດທີ່ບໍ່ແນະນໍາໃຫ້ເອົາເຂົ້າຮ້ານ ເພາະວ່າ ຄອມຂອງທ່ານ ຈະມີອາການໜັກຂຶ້ນມາທັນທີ ບ່ອນນັ້ນເພ ບ່ອນນີ້ເສຍ (ເສຍເງິນທັງທີ່ບໍ່ຈໍາເປັນ)
ອາການ: ບໍ່ສາມາດເຊື່ອມຕໍ່ໄດ້ No Internet Access, Connection Limited, Cannot connect to this network
   ການແກ້ໄຂ: ໃຫ້ທ່ານກວດກາເພື່ອຄວາມແນ່ໃຈວ່າ ຕົວປ່ອຍສັນຍານນັ້ນ ສົ່ງສັນຍາອິນເຕິເນັດອອກປົກກະຕິຫຼືບໍ ດ້ວຍການເຊື່ອມຕໍ່ສັນຍາຈາກເຄື່ອງອື່ນເຊັ່ນ: ໂນດບຸກອື່ນ, ມືຖື, ແທັບເລດ ເປັນຕົ້ນ. ຖ້າເຄື່ອງອື່ນ ເຊື່ອມຕໍ່ໄດ້ ຍົກເວັ້ນເຄື່ອງດຽວທີ່ມີບັນຫາ
ກ. ໃຫ້ທ່ານລອງປິດການເຊື່ອມຕໍ່ຂອງໜ່ວຍອື່ນ (ເຄື່ອງປ່ອຍສັນຍານບາງຣຸ່ນ ປ່ອຍສັນຍານໄດ້ພຽງ 10 ເຄື່ອງເທົ່ານັ້ນ)

ຂ. ຖ້າຍັງບໍ່ໄດ້ ໄປຫາ ສັນຍານໄວໄຟທີ່ທ່ານກໍາລັງເຊື່ອມຕໍ່ຢູ່, ວິນໂດເວີເຊິນໃໝ່ຈະຕ້ອງຄລິກຂວາໃສ່ ຮູບສັນຍານໄວໄຟ ແລ້ວເລືອກ Open network and sharing center ແລ້ວຄລິກຂວາໃສ່ ສັນຍານທີ່ກໍາລັງເຊື່ອມຕໍ່ຢູ່ (ບາງຣຸ່ນ ຄລິກໃສ່ບ່ອນສັນຍານໄວໄຟກໍໄດ້) ແລ້ວເລືອກ Forget this network ແລ້ວລອງເຊື່ອມຕໍ່ອີກເທື່ອໜຶ່ງ. ຖ້າຍັງບໍ່ໄດ້ ສະແດງວ່າ ມີຄວາມຜິດພາດໃນລະບົບປະຕິບັດການ ໃຫ້ໃຊ້ວິທີຕໍ່ໄປ



ຄ. ໃຫ້ທ່ານຄລິກຂວາໃສ່ ປຸ່ມວິນໂດຢູ່ແຈເບື້ອງຊ້າຍມືລຸ່ມສຸດ ວິນ 7, 8.1 & 10 ຫຼື ກົດປຸ່ມເທິງຄີບອດັ່ງນີ້ Windows + x + a ແລ້ວເລືອກ Command Prompt (Admin) ຈະມີໜ້າຕ່າງຂຶ້ນຂຶ້ນມາ ແລ້ວ ພິມ ຫຼື ຄັດລອກຂໍ້ຄວາມນີ້ໄປວາງໃສ່ netsh int ip reset C:\resetlog.txt (ຖ້າຄັດລອກໄປ ແມ່ນໃຫ້ຄລິກເມົ້າເບື້ອງຂວາເພື່ອວາງຂໍ້ຄວາມ) ຫຼັງຈາກນັ້ນ ກໍກົດ ENTER ໃນຄີບອດ. ຖ້າໃຫ້ລະບົບເຮັດວຽກຂອງວັນໄປ. ຖ້າສໍາເລັດ ຈະມີຄໍາວ່າ
Resetting , OK!
Restart the computer to complete this action.

ໃຫ້ຣີສະຕາຣ໌ດເຄື່ອງໃໝ່ ແລ້ວ ລອງຕໍ່ໃໝ່ ຮັບຮອງວ່າຕໍ່ໄດ້ແນ່ນອນ, ຍົກເວັ້ນແຕ່ ບໍ່ມີສັນຍານໃຫ້ຕໍ່ ຫຼື ຕົວປ່ອຍສັນຍານນັ້ນ ບໍ່ມີອິນເຕີເນັດ

ຖ້າມີບັນຫາໃດທີ່ຢາກໃຫ້ນໍາສະເໜີກໍຣົບກວນແນະນໍາມາໄດ້ ຈະພະຍາຍາມແກ້ໄຂໃຫ້






Wednesday, September 2, 2015

ຄວາມຮູ້ກ່ຽວກັບ ຫຼັກພາສາລາວ


ຄວາມຮູ ກ່ຽວກັບ ຫຼັກພາສາລາວ

ເມື່ອເອີ່ຍເຖິງພາສາລາວ ທຸກຄົນຕ່າງກໍເວົ້າເປັນສຽງດຽວກັນວ່າ ຈັ່ງແມ່ນງ່າຍແທ້ງ່າຍວ່າ ງ່າຍປານປອກກ້ວຍເຂົ້າປາກ. ຄົນລາວເຮົາສ່ວນຫຼາຍກໍບໍ່ໄດ້ເນັ້ນໜັກໃສ່ການຮຽນພາສາລາວພໍປານໃດ ເພາະເປັນພາສາກໍາເນີດຂອງຕົນເອງ ໄດ້ນໍາໃຊ້ທຸກມື້ທຸກວັນ ເຮົາມັກໃຫ້ຄຸນຄ່າກັບພາສາຊາດກໍາເນີດຂອງຕົນນ້ອຍເກີນໄປ ແລະ ໄປເນັ້ນໜັກ ກັບການຮຽນພາສາຂອງຊາດອື່ນເອົາແທ້ເອົາວ່າ. ບາງຄົນກໍເວົ້າວ່າ ຮຽນພາສາລາວ ພໍອ່ານອອກຂຽນເປັນກໍພໍແລ້ວ.

ໃນຍຸກປະຈຸບັນ ເຮົາໄດ້ອ່ານໄດ້ຟັງຈາກສື່ຕ່າງໆ ເຫັນວ່າການນໍາໃຊ້ພາສາລາວຍັງບໍ່ທັນຖືກຕ້ອງ ແລະ ເປັນເອກະພາບກັນເທົ່າທີ່ຄວນ. ສາເຫດທີ່ເຮັດໃຫ້ເປັນເຊັ່ນນັ້ນ ຍ້ອນວ່າ ຄົນລາວເຮົາໃຫ້ຄວາມສໍາຄັນກັບ ຫຼັກພາສາລາວໜ້ອຍເກີນໄປ ເຊິ່ງຄົນລາວສ່ວນຫຼາຍກໍບໍ່ເຄີຍໄດ້ຫຍິນໄດ້ຮູ້ເລີຍວ່າ ຫຼັກພາສາລາວ ມີຈັກພາກຊໍ້າກໍມີ.

ມື້ນີ້ເຮົາມາຮູ້ຫຼັກພາສາລາວນໍາກັນ ເຊິ່ງແບ່ງອອກເປັນ 4 ພາກຄື: 1) ອັກຄະຣະວິທີ; 2) ວະຈີວິພາກ; 3) ວາກາຍະສໍາພັນ; ແລະ 4) ສັນທະລັກສະນະ

  1. ອັກຄະຣະວິທີ: ໝາຍເຖິງ ໂຕອັກສອນ, ໂຕໜັງສື, ພະຍັນຊະນະ, ສະຣະ, ເລກ ແລະ ເຄື່ອງໝາຍວັກຕອນຕ່າງໆ.
  2. ວະຈີວິພາກ: ໝາຍເຖິງພາກສ່ວນຄໍາເວົ້າ ຄື: ຄໍານາມ, ຄໍາແທນນາມ, ຄໍາຄຸນນາມ, ຄໍາກໍາມະ, ຄໍາວິເສດ, ຄໍາບຸບພະບົດ, ຄໍາສັນທານ, ແລະ ຄໍາອຸທານ...
  3. ວາກາຍະສໍາພັນ: ແມ່ນເວົ້າເຖິງການນໍາໃຊ້ຄໍາເວົ້າປະກອບເຂົ້າກັນເປັນປະໂຫຍກ ຄື: ເວົ້າເຖິງໜ້າທີ່ຂອງຄໍາເວົ້າແຕ່ລະຄໍາທີ່ປະກອບເຂົ້າກັນຈົນເປັນປະໂຫຍກຕ່າງໆ
  4. ສັນທະລັກສະນະ: ໝາຍເຖິງ ການປະພັນ ຫຼື ການແຕ່ງກາບ, ກອນ, ໂຄງ, ສານ ເຊິ່ງເປັນພາກສຸດຍອດຂອງພາສາລາວ (ຄົນສ່ວນໜ້ອຍທີ່ຈະຮຽນເຖິງພາກນີ້).

Monday, August 24, 2015

ບົດຄວາມແນະນໍາ

ສະບາຍດີ ນັກຮຽນທັງຫຼາຍ,
 ພາສາອັງກິດ ນັບວ່າເປັນອີກພາສາໜຶ່ງ ທີ່ມີບົດບາດ ແລະ ຄວາມສໍາຄັນ ໃນການ ດໍາລົງຊີວິດຂອງຄົນລາວເຮົາ ນັບຕັ້ງແຕ່ ການສື່ສານໃນຊີວິດປະຈໍາວັນ, ການນໍາໃຊ້ ເຄື່ອງມືເອລິກໂທນິກຕ່າງໆ ສ່ວນຫຼາຍກໍແມ່ນນໍາໃຊ້ສັນຍາລັກ ຫຼື ອະທິບາຍການ ນໍາໃຊ້ເປັນພາສາອັງກິດ.

ການເຂົ້າເປັນປະຊາຊົມເສດຖະກິດອາຊຽນ ຂອງ ບັນດາປະເທດ ສະມາຊິກ ອາຊີ ຕາເວັນອອກສ່ຽວໃຕ້ ໃນປີ 2015, ພາສາອັງກິດ ກໍຍິ່ງມີບົດບາດໃນການ ສື່ສານ ເພື່ອການຄ້າ, ການສຶກສາ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆອີກ.

ການຮຽນພາສາອັງກິດ ຫຼາຍທ່ານຄິດວ່າມັນຍາກເກີນໄປ ສໍາລັບ ຄົນລາວເຮົາ. ແຕ່ ເວບບລອກ ນີ້ຈະສອນການຮຽນພາສາອັງກິດໃຫ້ເປັນເລື່ອງງ່າຍ ແລະ ຮູ້ແຈ້ງ ກ່ຽວກັບ ຫຼັັກການນໍາໃຊ້ພາສາອັງກິດຢ່າງຖືກຕ້ອງ ເຊິ່ງໃນເບື້ອງຕົ້ນ ແມ່ນຈະໄດ້ ເນັ້ນໃສ່ການສອນພາກໄວຍາອກນ (Grammar) ເພື່ອໃຫ້ຜູ້ຕິດຕາມ ມີພື້ນຖານ ຈໍານວນໜຶ່ງກ່ອນ ແລ້ວຈິ່ງຈະໄດ້ສອນກ່ຽວກັບ ການສົນທະນາ, ການຟັງ, ການຂຽນ ແລະ ທັກສະໃນການຝຶກເວົ້າ.

ນອກຈາກ ຈະໄດ້ຮຽນຮູ້ ຫຼັກໄວຍາກອນພາສາອັງກິດແລ້ວ, ທ່ານຍັງຈະໄດ້ຮຽນຮູ້ ແລະ ເຂົ້າໃຈ ໄວຍາກອນ ພາສາລາວນໍາອີກ. ເຊິ່ງ ຫຼັກ ໄວຍາກອນທັງສອງພາສາ ກໍມີຄວາມຄ້າຍຄືກັນພໍສົມຄວນ. ຖ້າເຮົາຮູ້ ແລະ ສາມາດນໍາໃຊ້ພາສາໃຫ້ຖືກ ຕາມຫຼັກໄວຍາກອນ ຈະເຮັດໃຫ້ ການນໍາໃຊ້ພາສາຂອງທ່ານໜັກແໜ້ນຂຶ້ນຕື່ມ

ດັ່ງນັ້ນ, ພວກເຮົາມາຮຽນພາສາອັງກິດ ເພື່ອເສີມຄວາມຮູ້ກັນເທາະ!