Monday, August 24, 2015

ບົດຄວາມແນະນໍາ

ສະບາຍດີ ນັກຮຽນທັງຫຼາຍ,
 ພາສາອັງກິດ ນັບວ່າເປັນອີກພາສາໜຶ່ງ ທີ່ມີບົດບາດ ແລະ ຄວາມສໍາຄັນ ໃນການ ດໍາລົງຊີວິດຂອງຄົນລາວເຮົາ ນັບຕັ້ງແຕ່ ການສື່ສານໃນຊີວິດປະຈໍາວັນ, ການນໍາໃຊ້ ເຄື່ອງມືເອລິກໂທນິກຕ່າງໆ ສ່ວນຫຼາຍກໍແມ່ນນໍາໃຊ້ສັນຍາລັກ ຫຼື ອະທິບາຍການ ນໍາໃຊ້ເປັນພາສາອັງກິດ.

ການເຂົ້າເປັນປະຊາຊົມເສດຖະກິດອາຊຽນ ຂອງ ບັນດາປະເທດ ສະມາຊິກ ອາຊີ ຕາເວັນອອກສ່ຽວໃຕ້ ໃນປີ 2015, ພາສາອັງກິດ ກໍຍິ່ງມີບົດບາດໃນການ ສື່ສານ ເພື່ອການຄ້າ, ການສຶກສາ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆອີກ.

ການຮຽນພາສາອັງກິດ ຫຼາຍທ່ານຄິດວ່າມັນຍາກເກີນໄປ ສໍາລັບ ຄົນລາວເຮົາ. ແຕ່ ເວບບລອກ ນີ້ຈະສອນການຮຽນພາສາອັງກິດໃຫ້ເປັນເລື່ອງງ່າຍ ແລະ ຮູ້ແຈ້ງ ກ່ຽວກັບ ຫຼັັກການນໍາໃຊ້ພາສາອັງກິດຢ່າງຖືກຕ້ອງ ເຊິ່ງໃນເບື້ອງຕົ້ນ ແມ່ນຈະໄດ້ ເນັ້ນໃສ່ການສອນພາກໄວຍາອກນ (Grammar) ເພື່ອໃຫ້ຜູ້ຕິດຕາມ ມີພື້ນຖານ ຈໍານວນໜຶ່ງກ່ອນ ແລ້ວຈິ່ງຈະໄດ້ສອນກ່ຽວກັບ ການສົນທະນາ, ການຟັງ, ການຂຽນ ແລະ ທັກສະໃນການຝຶກເວົ້າ.

ນອກຈາກ ຈະໄດ້ຮຽນຮູ້ ຫຼັກໄວຍາກອນພາສາອັງກິດແລ້ວ, ທ່ານຍັງຈະໄດ້ຮຽນຮູ້ ແລະ ເຂົ້າໃຈ ໄວຍາກອນ ພາສາລາວນໍາອີກ. ເຊິ່ງ ຫຼັກ ໄວຍາກອນທັງສອງພາສາ ກໍມີຄວາມຄ້າຍຄືກັນພໍສົມຄວນ. ຖ້າເຮົາຮູ້ ແລະ ສາມາດນໍາໃຊ້ພາສາໃຫ້ຖືກ ຕາມຫຼັກໄວຍາກອນ ຈະເຮັດໃຫ້ ການນໍາໃຊ້ພາສາຂອງທ່ານໜັກແໜ້ນຂຶ້ນຕື່ມ

ດັ່ງນັ້ນ, ພວກເຮົາມາຮຽນພາສາອັງກິດ ເພື່ອເສີມຄວາມຮູ້ກັນເທາະ!