Wednesday, September 16, 2015

ວິທີແກ້ໄຂ WIFI ເຊື່ອມຕໍ່ບໍ່ໄດ້ - How to Fix WIFI conection shows limited


ວິທີແກ້ໄຂການເຊື່ອມຕໍ່ວາຍຟາຍບໍ່ໄດ້ ໂດຍສະເພາະແມ່ນ ມີພຽງທ່ານຄົນດຽວທີ່ບໍ່ສາມາດເຊື່ອມຕໍ່ໄດ້ ໃນຂະນະທີ່ຄົນອື່ນເຊື່ອມຕໍ່ໄດ້ປົກກະຕິ. ບັນຫາພຽງເທົ່ານີ້ ທ່ານບໍ່ຈໍາເປັນເອົາໂນດບຸກເຂົ້າຮ້ານ ຫຼື ເຂົ້າສູນ ໃຫ້ເສຍເວລາ ແລະ ເສຍເງິນນໍາອີກ. ສາເຫດທີ່ບໍ່ແນະນໍາໃຫ້ເອົາເຂົ້າຮ້ານ ເພາະວ່າ ຄອມຂອງທ່ານ ຈະມີອາການໜັກຂຶ້ນມາທັນທີ ບ່ອນນັ້ນເພ ບ່ອນນີ້ເສຍ (ເສຍເງິນທັງທີ່ບໍ່ຈໍາເປັນ)
ອາການ: ບໍ່ສາມາດເຊື່ອມຕໍ່ໄດ້ No Internet Access, Connection Limited, Cannot connect to this network
   ການແກ້ໄຂ: ໃຫ້ທ່ານກວດກາເພື່ອຄວາມແນ່ໃຈວ່າ ຕົວປ່ອຍສັນຍານນັ້ນ ສົ່ງສັນຍາອິນເຕິເນັດອອກປົກກະຕິຫຼືບໍ ດ້ວຍການເຊື່ອມຕໍ່ສັນຍາຈາກເຄື່ອງອື່ນເຊັ່ນ: ໂນດບຸກອື່ນ, ມືຖື, ແທັບເລດ ເປັນຕົ້ນ. ຖ້າເຄື່ອງອື່ນ ເຊື່ອມຕໍ່ໄດ້ ຍົກເວັ້ນເຄື່ອງດຽວທີ່ມີບັນຫາ
ກ. ໃຫ້ທ່ານລອງປິດການເຊື່ອມຕໍ່ຂອງໜ່ວຍອື່ນ (ເຄື່ອງປ່ອຍສັນຍານບາງຣຸ່ນ ປ່ອຍສັນຍານໄດ້ພຽງ 10 ເຄື່ອງເທົ່ານັ້ນ)

ຂ. ຖ້າຍັງບໍ່ໄດ້ ໄປຫາ ສັນຍານໄວໄຟທີ່ທ່ານກໍາລັງເຊື່ອມຕໍ່ຢູ່, ວິນໂດເວີເຊິນໃໝ່ຈະຕ້ອງຄລິກຂວາໃສ່ ຮູບສັນຍານໄວໄຟ ແລ້ວເລືອກ Open network and sharing center ແລ້ວຄລິກຂວາໃສ່ ສັນຍານທີ່ກໍາລັງເຊື່ອມຕໍ່ຢູ່ (ບາງຣຸ່ນ ຄລິກໃສ່ບ່ອນສັນຍານໄວໄຟກໍໄດ້) ແລ້ວເລືອກ Forget this network ແລ້ວລອງເຊື່ອມຕໍ່ອີກເທື່ອໜຶ່ງ. ຖ້າຍັງບໍ່ໄດ້ ສະແດງວ່າ ມີຄວາມຜິດພາດໃນລະບົບປະຕິບັດການ ໃຫ້ໃຊ້ວິທີຕໍ່ໄປ



ຄ. ໃຫ້ທ່ານຄລິກຂວາໃສ່ ປຸ່ມວິນໂດຢູ່ແຈເບື້ອງຊ້າຍມືລຸ່ມສຸດ ວິນ 7, 8.1 & 10 ຫຼື ກົດປຸ່ມເທິງຄີບອດັ່ງນີ້ Windows + x + a ແລ້ວເລືອກ Command Prompt (Admin) ຈະມີໜ້າຕ່າງຂຶ້ນຂຶ້ນມາ ແລ້ວ ພິມ ຫຼື ຄັດລອກຂໍ້ຄວາມນີ້ໄປວາງໃສ່ netsh int ip reset C:\resetlog.txt (ຖ້າຄັດລອກໄປ ແມ່ນໃຫ້ຄລິກເມົ້າເບື້ອງຂວາເພື່ອວາງຂໍ້ຄວາມ) ຫຼັງຈາກນັ້ນ ກໍກົດ ENTER ໃນຄີບອດ. ຖ້າໃຫ້ລະບົບເຮັດວຽກຂອງວັນໄປ. ຖ້າສໍາເລັດ ຈະມີຄໍາວ່າ
Resetting , OK!
Restart the computer to complete this action.

ໃຫ້ຣີສະຕາຣ໌ດເຄື່ອງໃໝ່ ແລ້ວ ລອງຕໍ່ໃໝ່ ຮັບຮອງວ່າຕໍ່ໄດ້ແນ່ນອນ, ຍົກເວັ້ນແຕ່ ບໍ່ມີສັນຍານໃຫ້ຕໍ່ ຫຼື ຕົວປ່ອຍສັນຍານນັ້ນ ບໍ່ມີອິນເຕີເນັດ

ຖ້າມີບັນຫາໃດທີ່ຢາກໃຫ້ນໍາສະເໜີກໍຣົບກວນແນະນໍາມາໄດ້ ຈະພະຍາຍາມແກ້ໄຂໃຫ້






Wednesday, September 2, 2015

ຄວາມຮູ້ກ່ຽວກັບ ຫຼັກພາສາລາວ


ຄວາມຮູ ກ່ຽວກັບ ຫຼັກພາສາລາວ

ເມື່ອເອີ່ຍເຖິງພາສາລາວ ທຸກຄົນຕ່າງກໍເວົ້າເປັນສຽງດຽວກັນວ່າ ຈັ່ງແມ່ນງ່າຍແທ້ງ່າຍວ່າ ງ່າຍປານປອກກ້ວຍເຂົ້າປາກ. ຄົນລາວເຮົາສ່ວນຫຼາຍກໍບໍ່ໄດ້ເນັ້ນໜັກໃສ່ການຮຽນພາສາລາວພໍປານໃດ ເພາະເປັນພາສາກໍາເນີດຂອງຕົນເອງ ໄດ້ນໍາໃຊ້ທຸກມື້ທຸກວັນ ເຮົາມັກໃຫ້ຄຸນຄ່າກັບພາສາຊາດກໍາເນີດຂອງຕົນນ້ອຍເກີນໄປ ແລະ ໄປເນັ້ນໜັກ ກັບການຮຽນພາສາຂອງຊາດອື່ນເອົາແທ້ເອົາວ່າ. ບາງຄົນກໍເວົ້າວ່າ ຮຽນພາສາລາວ ພໍອ່ານອອກຂຽນເປັນກໍພໍແລ້ວ.

ໃນຍຸກປະຈຸບັນ ເຮົາໄດ້ອ່ານໄດ້ຟັງຈາກສື່ຕ່າງໆ ເຫັນວ່າການນໍາໃຊ້ພາສາລາວຍັງບໍ່ທັນຖືກຕ້ອງ ແລະ ເປັນເອກະພາບກັນເທົ່າທີ່ຄວນ. ສາເຫດທີ່ເຮັດໃຫ້ເປັນເຊັ່ນນັ້ນ ຍ້ອນວ່າ ຄົນລາວເຮົາໃຫ້ຄວາມສໍາຄັນກັບ ຫຼັກພາສາລາວໜ້ອຍເກີນໄປ ເຊິ່ງຄົນລາວສ່ວນຫຼາຍກໍບໍ່ເຄີຍໄດ້ຫຍິນໄດ້ຮູ້ເລີຍວ່າ ຫຼັກພາສາລາວ ມີຈັກພາກຊໍ້າກໍມີ.

ມື້ນີ້ເຮົາມາຮູ້ຫຼັກພາສາລາວນໍາກັນ ເຊິ່ງແບ່ງອອກເປັນ 4 ພາກຄື: 1) ອັກຄະຣະວິທີ; 2) ວະຈີວິພາກ; 3) ວາກາຍະສໍາພັນ; ແລະ 4) ສັນທະລັກສະນະ

  1. ອັກຄະຣະວິທີ: ໝາຍເຖິງ ໂຕອັກສອນ, ໂຕໜັງສື, ພະຍັນຊະນະ, ສະຣະ, ເລກ ແລະ ເຄື່ອງໝາຍວັກຕອນຕ່າງໆ.
  2. ວະຈີວິພາກ: ໝາຍເຖິງພາກສ່ວນຄໍາເວົ້າ ຄື: ຄໍານາມ, ຄໍາແທນນາມ, ຄໍາຄຸນນາມ, ຄໍາກໍາມະ, ຄໍາວິເສດ, ຄໍາບຸບພະບົດ, ຄໍາສັນທານ, ແລະ ຄໍາອຸທານ...
  3. ວາກາຍະສໍາພັນ: ແມ່ນເວົ້າເຖິງການນໍາໃຊ້ຄໍາເວົ້າປະກອບເຂົ້າກັນເປັນປະໂຫຍກ ຄື: ເວົ້າເຖິງໜ້າທີ່ຂອງຄໍາເວົ້າແຕ່ລະຄໍາທີ່ປະກອບເຂົ້າກັນຈົນເປັນປະໂຫຍກຕ່າງໆ
  4. ສັນທະລັກສະນະ: ໝາຍເຖິງ ການປະພັນ ຫຼື ການແຕ່ງກາບ, ກອນ, ໂຄງ, ສານ ເຊິ່ງເປັນພາກສຸດຍອດຂອງພາສາລາວ (ຄົນສ່ວນໜ້ອຍທີ່ຈະຮຽນເຖິງພາກນີ້).