Thursday, July 3, 2014

ແກ້ໄຂບັນຫາ ພາສາລາວ



ແກ້ໄຂບັນຫາ ຟອນທ໌ ຊ້ອນກັນ (ກໍລະນີ ພາສາລາວ ເພັດຊະຣາດ ໂອທີ)

ທ່ານເຄີຍພົບບັນຫາເຫຼົ່ານີ້ບໍ?

  • ພາສາລາວແຕກ
  • ອັດເອກະສານພາສາລາວ ເປັນ PDF ແລ້ວກາຍເປັນ ພາສາຫວຽດ ຫຼື ພາສາມະນຸດຕ່າງດາວ ໂດຍສະເພາະແມ່ນ ພາສາລາວທີ່ເປັນໂຕເຂັ້ມ.
  • ພິມເອກະສານອອກ ແລ້ວມັນເຄື່ອນ,​ ຕອນຢູ່ຄອມເປັນແນວໜຶ່ງ, ຕອນພິມອອກ ພັດເປັນອີກແນວໜຶ່ງ

ບັນຫາເຫຼົ່ານີ້, ສ່ວນຫຼາຍແມ່ນເກີດຈາກ ຟອນທ໌ ຫລາຍໂຕຊ້ອນກັນຢູ່ ເຊັ່ນ: ທ່ານທີ່ລົງ ເພັດຊະຣາດ ຫຼາຍໆເທື່ອ ເຊິ່ງແຕ່ກ່ອນ ເພັດຊະຣາດຟອນທ໌ ຈະມີ 4 ແບບດ້ວຍກັນເຊັ່ນ: ໂຕທຳມະດາ, ໂຕໜາ, ໂຕທຳມະດາໜາ, ໂຕເນິ້ງ, ແລະ ໂຕເນິ້ງໜາ. ຊ່ວງຫຼັງໆມານີ້ ທາງທີມງານ ເພັດຊະຣາດຟອນທ໌ ກໍໄດ້ມີການພັດທະນາ ແລະ ປ່ອຍເວີເຊິນລ່າສຸດອອກມາໃຫ້ໃຊ້. ເມື່ອທ່ານດາວໂຫຼດເວິເຊິນໃໝ່ກວ່າມາລົງ ຈະເຮັດໃຫ້ ມັນຊ້ອນທັບກັນຢູ່ ແລະ ຜົນການຊ້ອນທັບກັນ ເຮັດໃຫ້ ພາສາລາວແຕກ.



ວິທີເບິ່ງວ່າ ເພັດຊະຣາດ ຂອງທ່ານຊ້ອນທັບກັນຫຼຶບໍນັ້ນ ແສນຈະງ່າຍໆ ດັ່ງນີ້:

ເຂົ້າໄປທີ່ My Computer\Drive C\Windows\Font\Phetsarath (ເພື່ອຄວາມສະດວກ ທ່ານສາມາດພິມຄໍາວ່າ Phetsarath ໃສ່ຫ້ອງຄົ້ນຫາດ້ານແຈເບື້ອງຂວາ ຂອງຄອມພິວເຕີໄດ້)

ລອງສັງເກດວ່າ ມີ phetsarath OT ຈັກໄຟລ໌. 

  • ມີ 2 ໄຟລ໌
  • ອີກໄຟລ໌ 1 ມີຫຼາຍໆຮູບຊ້ອນກັນ, ພໍເປີດເຂົ້າໄປ ຈະມີອີກຫຼາຍໆໄຟ (ສະແດງວ່າ ເພັດຊະຣາດ ຊ້ອນທັບກັນ)

ວິທີງ່າຍໆທີ່ຈະລົບ ໄຟລ໌ເຫຼົ່ານີ້ອອກ ຄື ຄລິກຂວາ ແລ້ວ ເລືອກ Delete, ຖ້າລະບົບສາມາດລົບ ຟອນທ໌ໄດ້ ມັນກໍຈະຫາຍໄປເລີຍ. ແຕ່ຖ້າບໍ່ສາມາດລົບໄດ້ ມັນຈະຟ້ອງ ຂຶ້ນມາວ່າ ບໍ່ສາມາດລົບໄດ້ ເນື່ອງຈາກ ມີບາງໂປຣແກຣມໃຊ້ງານມັນຢູ່.

  1. ໃຫ້ປິດຄອມພິວເຕີ ແລ້ວເປີດໃໝ່ (Restart)
  2. ລອງລົບອີກເທື່ອໜຶ່ງ (ຖ້າຍັງບໍ່ໄດ້)
  3. ຄລິກ Organize\Layout\ຍົກເລີກເຄື່ອງໝາຍຖືກທີ່ Details pane (ຖ້າຍັງບໍ່ໄດ້)
  4. http://betanews.com/wp-content/uploads/2013/01/Windows-Start-Button.jpgເຂົ້າ Run ຫຼື ÿ ຢູ່ຄີບອດຄ້າງໄວ້ ແລ້ວກົດ R
  5. ພິມຄໍາວ່າ Regedit ແລ້ວ ຄລິກ OK
  6. ເລືອກ HKEY_LOCAL_MACHINE\SOFTWARE\Wow6432Node\ Microsoft\ Windows NT\CurrentVersion\Fonts (ສໍາລັບWindows 64bit) ຫຼືHKEY_LOCAL_MACHINE\SOFTWARE\Microsoft\ Windows NT\CurrentVersion\Fonts (ສໍາລັບ Windows  32bit)
  7. ໃຫ້ເລືອກ ຟອນທ໌ ທີ່ທ່ານຕ້ອງການ ລົບ, ຄລິກຂວາ ແລ້ວເລືອກ delete. ພຽງເທົ່ານີ້ ຟອນທ໌ ທີ່ໜ້າດ້ານໆລົບບໍ່ຍອມໄປ ຈະໄປແນ່ນອນ.
  8. ລົງຟອນທ໌ ເພັດຊະຣາດໃໝ່.
  9. ລອງເຂົ້າໄປເບິ່ງໃໝ່ເບິ່ງວ່າ ຟອນເພັດຊະຣາດ ທີ່ຊ້ອນກັນຢູ່ນັ້ນ ຈະມີພຽງອັນດຽວ ທີ່ເຈົ້າຫາກໍລົງໄປຫວ່າງກີ້ນີ້ລະ