ແກ້ໄຂບັນຫາ ຟອນທ໌ ຊ້ອນກັນ (ກໍລະນີ ພາສາລາວ ເພັດຊະຣາດ ໂອທີ)
ທ່ານເຄີຍພົບບັນຫາເຫຼົ່ານີ້ບໍ?
- ພາສາລາວແຕກ
- ອັດເອກະສານພາສາລາວ ເປັນ PDF ແລ້ວກາຍເປັນ ພາສາຫວຽດ ຫຼື ພາສາມະນຸດຕ່າງດາວ ໂດຍສະເພາະແມ່ນ ພາສາລາວທີ່ເປັນໂຕເຂັ້ມ.
- ພິມເອກະສານອອກ ແລ້ວມັນເຄື່ອນ, ຕອນຢູ່ຄອມເປັນແນວໜຶ່ງ, ຕອນພິມອອກ ພັດເປັນອີກແນວໜຶ່ງ
ບັນຫາເຫຼົ່ານີ້, ສ່ວນຫຼາຍແມ່ນເກີດຈາກ ຟອນທ໌ ຫລາຍໂຕຊ້ອນກັນຢູ່ ເຊັ່ນ: ທ່ານທີ່ລົງ ເພັດຊະຣາດ ຫຼາຍໆເທື່ອ ເຊິ່ງແຕ່ກ່ອນ ເພັດຊະຣາດຟອນທ໌ ຈະມີ 4 ແບບດ້ວຍກັນເຊັ່ນ: ໂຕທຳມະດາ, ໂຕໜາ, ໂຕທຳມະດາໜາ, ໂຕເນິ້ງ, ແລະ ໂຕເນິ້ງໜາ. ຊ່ວງຫຼັງໆມານີ້ ທາງທີມງານ ເພັດຊະຣາດຟອນທ໌ ກໍໄດ້ມີການພັດທະນາ ແລະ ປ່ອຍເວີເຊິນລ່າສຸດອອກມາໃຫ້ໃຊ້. ເມື່ອທ່ານດາວໂຫຼດເວິເຊິນໃໝ່ກວ່າມາລົງ ຈະເຮັດໃຫ້ ມັນຊ້ອນທັບກັນຢູ່ ແລະ ຜົນການຊ້ອນທັບກັນ ເຮັດໃຫ້ ພາສາລາວແຕກ.
ວິທີເບິ່ງວ່າ ເພັດຊະຣາດ ຂອງທ່ານຊ້ອນທັບກັນຫຼຶບໍນັ້ນ ແສນຈະງ່າຍໆ ດັ່ງນີ້:
ເຂົ້າໄປທີ່ My Computer\Drive C\Windows\Font\Phetsarath (ເພື່ອຄວາມສະດວກ ທ່ານສາມາດພິມຄໍາວ່າ Phetsarath ໃສ່ຫ້ອງຄົ້ນຫາດ້ານແຈເບື້ອງຂວາ ຂອງຄອມພິວເຕີໄດ້)
ລອງສັງເກດວ່າ ມີ phetsarath OT ຈັກໄຟລ໌.
- ມີ 2 ໄຟລ໌
- ອີກໄຟລ໌ 1 ມີຫຼາຍໆຮູບຊ້ອນກັນ, ພໍເປີດເຂົ້າໄປ ຈະມີອີກຫຼາຍໆໄຟ (ສະແດງວ່າ ເພັດຊະຣາດ ຊ້ອນທັບກັນ)
ວິທີງ່າຍໆທີ່ຈະລົບ ໄຟລ໌ເຫຼົ່ານີ້ອອກ ຄື ຄລິກຂວາ ແລ້ວ ເລືອກ Delete, ຖ້າລະບົບສາມາດລົບ ຟອນທ໌ໄດ້ ມັນກໍຈະຫາຍໄປເລີຍ. ແຕ່ຖ້າບໍ່ສາມາດລົບໄດ້ ມັນຈະຟ້ອງ ຂຶ້ນມາວ່າ ບໍ່ສາມາດລົບໄດ້ ເນື່ອງຈາກ ມີບາງໂປຣແກຣມໃຊ້ງານມັນຢູ່.
- ໃຫ້ປິດຄອມພິວເຕີ ແລ້ວເປີດໃໝ່ (Restart)
- ລອງລົບອີກເທື່ອໜຶ່ງ (ຖ້າຍັງບໍ່ໄດ້)
- ຄລິກ Organize\Layout\ຍົກເລີກເຄື່ອງໝາຍຖືກທີ່ Details pane (ຖ້າຍັງບໍ່ໄດ້)
- ເຂົ້າ Run ຫຼື ÿ ຢູ່ຄີບອດຄ້າງໄວ້ ແລ້ວກົດ R
- ພິມຄໍາວ່າ Regedit ແລ້ວ ຄລິກ OK
- ເລືອກ HKEY_LOCAL_MACHINE\SOFTWARE\Wow6432Node\ Microsoft\ Windows NT\CurrentVersion\Fonts (ສໍາລັບWindows 64bit) ຫຼືHKEY_LOCAL_MACHINE\SOFTWARE\Microsoft\ Windows NT\CurrentVersion\Fonts (ສໍາລັບ Windows 32bit)
- ໃຫ້ເລືອກ ຟອນທ໌ ທີ່ທ່ານຕ້ອງການ ລົບ, ຄລິກຂວາ ແລ້ວເລືອກ delete. ພຽງເທົ່ານີ້ ຟອນທ໌ ທີ່ໜ້າດ້ານໆລົບບໍ່ຍອມໄປ ຈະໄປແນ່ນອນ.
- ລົງຟອນທ໌ ເພັດຊະຣາດໃໝ່.
- ລອງເຂົ້າໄປເບິ່ງໃໝ່ເບິ່ງວ່າ ຟອນເພັດຊະຣາດ ທີ່ຊ້ອນກັນຢູ່ນັ້ນ ຈະມີພຽງອັນດຽວ ທີ່ເຈົ້າຫາກໍລົງໄປຫວ່າງກີ້ນີ້ລະ
No comments:
Post a Comment