Sunday, June 19, 2016

ຂອງຝາກຈາກສົມຊາຍ ເລື່ອງສັ້ນ ຈາກປາຍປາກກາ ສ.ສາຍພູກູດ



ຫຼັງຈາກເສັງຈົບມໍຫົກ ສົມຊາຍໄດ້ຈາກບ້ານເກີດເມືອງນອນເພື່ອມາສຶກສາຮ່ຳຮຽນຕໍ່ ທີ່ມະຫາວິທະຍາໄລແຫ່ງຊາດ, ພໍ່ແມ່ເຄີຍບອກສົມຊາຍໃຫ້ເຂົ້າຮຽນ ທີ່ມະຫາວິທະຍາໄລສຸພານຸວົງ ເພາະມັນຢູ່ໃກ້ບ້ານ ແລະ ທຽວໄປມາກໍງ່າຍ. ສົມຊາຍບໍ່ຍອມຝ່າຍດຽວ; ຢູ່ວຽງຈັນຄືຊິມ່ວນກ່ອນຫຼວງພຣະບາງ, ຢູ່ເມືອງໃຫຍ່ຮຽນຄືຊິເກັ່ງກວ່າ ແລະ ຊິທັນສະໄໝແດ່.

ເມື່ອພໍ່ແມ່ຫ້າມບໍ່ໄດ້ກໍຕາມໃຈລູກຊາຍ ເພາະສົມຊາຍເປັນລູກຊາຍຄົນດຽວຂອງຄອບຄົວທີ່ຍັງຮຽນຢູ່, ຖ້າຊິໃຫ້ເຂົ້າຮຽນທີ່ວິທະຍາໄລ ລາວ-ອາເມຣິກາ ຕາມຄວາມປາດຖະໜາ ຂອງ ລູກເທວະດາ, ຄອບຄົວກໍຄົງບໍ່ສາມາດສົ່ງຮຽນໄດ້ ແລະ ອີກຢ່າງໜຶ່ງ ສົມຊາຍ ກໍບໍ່ຕິ ຖ້າໄດ້ຮຽນຢູ່ວຽງຈັນ ຊາດນີ້ຕາຍກໍຫຼັບຕາແລ້ວວ່າຊັ້ນ.

ສົມຊາຍ ນອກຈາກຖານະຄອບຄົວພໍ່ແມ່ກໍຂ້ອນຂ້າງດີແລ້ວ ໜ້າຕາຍັງຫຼໍ່ເຫຼົາເຈົ້າຊູ້ເອົາການ ແລະ ສິ່ງສຳຄັນຍັງເປັນຄົນນິໃສລຽບງ່າຍແບບບໍ່ຖືໂຕ ແລະ ເອົາໃຈຄົນອື່ນກໍເກັ່ງ ແຖມຍັງຮຽນເກັ່ງອີກ, ແຕ່ຖ້າຢາກໄດ້ອັນໃດແລ້ວ ກໍຕ້ອງເອົາໃຫ້ໄດ້. ເຖິງແນວໃດກໍຍັງມີໝູ່ເພື່ອນນິຍົມຊົມຊອບ ແລະ ສາວໆໃຜໆກະຢາກຈະຢູ່ໃກ້, ຢາກເປັນໝູ່ຜູກພັນທະໄມຕີນຳ.
-     ອ້າຍສົມຊາຍ, ວັນເສົານີ້ໄປເຮືອນນ້ອງເນາະ?                                            
-     ໄປເຮືອນນ້ອງ  
-     ໄປເຮືອນນ້ອງ                                                             
-     ກູວ່າກ່ອນ, ລາວຕ້ອງໄປເຮືອນກູ. ພູວຽງ ແລະ ໝູ່ຖຽງກັນ                                    
-     ຢ່າຖຽງກັນເລີຍຈັກໜ້ອຍອ້າຍບໍ່ໄປໃສຊ້ຳຫຼະ                                            
-     ໄປ! ອ້າຍຕ້ອງໄປເຮືອນນ້ອງ. ພູວຽງຕໍ່ວ່າຕໍ່ຂານ.                                            
-     ເອົາຈັ່ງຊີ້ນໍ ອາທິດນີ້ໄປເຮືອນພູວຽງ ແລ້ວອາທິດໜ້າຈິ່ງໄປເຮືອນນາງເພັດ ຕົກລົງບໍ?                
-     ຕົກລົງ ແລ້ວຢ່າລືມເດີ!

ເປັນອັນວ່າ, ນັບແຕ່ນັ້ນມາສົມຊາຍເລີ່ມໄປທ່ຽວທຸກໆວັນພັກຮຽນ. ອາທິດນີ້ໄປເຮືອນໝູ່ຜູ້ນີ້ ແລະ ອາທິດໜ້າກໍໄປເຮືອນໝູ່ຜູ້ຕໍ່ໆໄປ ແລະ ບາງເທື່ອກໍໄປທ່ຽວບ່ອນນນັ້ນບ່ອນນີ້ຢູ່ເປັນປະຈຳ. ສົມຊາຍມາຢູ່ວຽງຈັນບໍ່ເຖິງປີກໍທ່ຽວທຸກແຈທຸກມູມຂອງນະຄອນຫຼວງ ແລະ ສ່ວນ ໜຶ່ງກໍແມ່ນແຂວງອ້ອມຂ້າງນະຄອນຫຼວງ. ແຕ່ລະເທື່ອທີ່ໄປທ່ຽວຫຼິ້ນນັ້ນກໍມີການສະຫຼອງກັນ ບາງເທື່ອກໍເມົາຈົນກັບບ້ານບໍ່ໄດ້ ແລະ ສຸດທ້າຍເຂົາກໍກາຍເປັນຄົນຕິດຫຼິ້ນຕິດທ່ຽວ ກິນເຫຼົ້າເມົາສຸລາ.
ມື້ໜຶ່ງສົມຊາຍໂທລະສັບຂໍເງິນນຳແມ່ ເພື່ອມາຮຽນເພີ່ມພາສາອັງກິດ, ແມ່ກໍແປກໃຈ ເພາະຕອນຢູ່ບ້ານເຂົາບໍ່ໄດ້ສົນໃຈນຳການຮຽນເພີ່ມພາສາຕ່າງປະເທດເລີຍ, ແມ່ຄຶດວ່າດຽວນີ້ ເຂົາຄົງເຫັນຄວາມສຳຄັນຂອງພາສາຕ່າງປະເທດ ຈິ່ງຟ້າວສົ່ງເງິນໃຫ້ລູກຊາຍຕາມຄວາມຕ້ອງ ການແຕ່ຂໍເປັນອາທິດໃໝ່ເພາະແມ່ກໍຍັງຫາບໍ່ທັນໄດ້. ແລງມື້ນັ້ນມີເພື່ອນຄົນໜຶ່ງມາຫາ ແລະ ຊວນໄປທ່ຽວ.                                                         
-     ດຽວນີ້ຍັງບໍ່ມີເງິນເທື່ອ ອາທິດໜ້າຖ້າແມ່ຝາກເງິນໃຫ້ກ່ອນ ຄ່ອຍໄປນໍ?                                        
-     ບໍ່ເປັນຫຍັງອາທິດນີ້ເຮົາລ້ຽງກ່ອນກະໄດ້                                               
-     ໄດ້! ໄປກໍໄປ
  ເປັນອັນວ່າ, ອາທິດນີ້ເຂົາກໍໄປທ່ຽວອີກຕາມເຄີຍ, ພວກເຂົາໄປທ່ຽວກັນຮອດເກົ້າໂມງກາງຄືນ ພໍດີມີໝູ່ຄົນໜຶ່ງໂທມາໃຫ້ໄປຮ່ວມງານວັນເກີດ ມັນເປັນໂອກາດດີທີ່ພວກເຂົາຊິໄດ້ ໄປສະໜຸກກັນຕໍ່.                                                    
-     ເນື່ອງໃນໂອກາດວັນເກີດ ຄົບຮອບປີນີ້ຂໍໃຫ້ມີຄວາມສຸກເດີ, ປາດຖະໜາສິ່ງໃດກໍຂໍ ໃຫ້ໄດ້ສົມປະສົງເດີ.
-     ຂໍໃຫ້ໄດ້ອັນນັ້ນເດີ                                                         
-     ແມ່ນຫຍັງ?                                                                    
-     ກໍແນວໝູ່ປາດຖະໜາຫັ້ນເດ.     
ຫຼັງຈາກນັ້ນກໍແມ່ນການຍົກຈອກເພື່ອສະຫຼອງວັນເກີດຈົນຮອດເດິກດື່ນທ່ຽງຄືນຈິ່ງເລີກລາດ້ວຍຄວາມເມົາຕາມເຄີຍ.
         
ຮອດວັນສຸກແມ່ໂທມາບອກໃຫ້ໄປເອົາເງິນຢູ່ໄປສະນີ, ສົມຊາຍສຸດທີ່ດີໃຈຈິ່ງຟ້າວໄປທັນທີໂລດ. ແທນທີ່ຊິເອົາເງິນທີ່ແມ່ຝາກໃຫ້ນັ້ນໄປຮຽນພາສາເພີ່ມຕາມທີ່ບອອກແມ່ໄວ້, ເຂົາພັດເອົາມາຈັດງານວັນເກີດ ເຊິ່ງວັນເສົາມື້ອື່ນນີ້ແມ່ນວັນເກີດເຂົາອີກ. ສົມຊາຍໂທນັດໝູ່ໃຫ້ມາຮ່ວມງານວັນ ເກີດທີ່ຫ້ອງເຊົ່າເຂົານັ້ນເອງ. ຫຼັງຈາກແຮັບປີ່ເບິດເດກັນແລ້ວກໍແມ່ນການດື່ມສະຫຼອງ, ເມົາແລ້ວກໍເປີດເພງຈົນດັງຄັບທົ່ວຫ້ອງແຖວ ເຮັດໃຫ້ເພື່ອນຫ້ອງແຖວທີ່ຢູ່ໃກ້ເກີດຄວາມລຳຄານເນື່ອງ ຈາກເຮັດວຽກມາໝົດມື້ແລ້ວຕ້ອງການພັກຜ່ອນຫຼັບນອນ ຈິ່ງອອກມາຕໍ່ວ່າຕໍ່ຂານກັນ.                                                                     
-     ເດິກແລ້ວເບີ່ງແດ່ແມ໊ ຍາມຫຼັບຍາມນອນໃຊ້ສຽງດັງລົບກວນຄົນອື່ນ, ຂ້ອຍວ່າມັນໂພດເກີນໄປແລ້ວໃດ
-     ເລື່ອງຂອງຂ້ອຍ, ຂອຍຢາກດື່ມຢາກກິນມັນຜິດໃຜ? ຂ້ອຍມີເງິນ, ຂ້ອຍຢາກເຮັດຫຍັງມັນກະເລື່ອງຂອງຂ້ອຍ
-     ເລື່ອງດື່ມເລື່ອງກິນນັ້ນ, ເຈົ້າຊິກິນຈົນຕາຍກະຊ່າງຫົວເຈົ້າທະແມ໊, ຂໍພຽງແຕ່ຢ່າເປີດເພງ ຮ້ອງໂຮ ລົບກວນຄົນອື່ນກໍແລ້ວກັນ.                                                         
-     ເປີດຜິດໃຜ? ເຄື່ອງສຽງບໍ່ໄດ້ຊື້ມາໂຊເວີຍ                                                       
-     ພໍແລ້ວອ້າຍ, ນ້ອງຕ້ອງຂໍໂທດແທນທຸກຄົນ. ໝູ່ສົມຊາຍຫ້າມໄວ້                                     
-     ຊິໄປຂໍໂທດມັນເຮັດຫຍັງບັກເວນມືງເອີຍ!                                             
-     ຢ່າໆຊາຍເຮົາວ່າໂຕເມົາຫຼາຍແລ້ວ, ສົມຄວນຢຸດງານວັນເກີດແລ້ວລະ                           
-     ຖ້າຍັງໃຊ້ສຽງດັງອີກລະກໍ... ວ່າແລ້ວເພື່ອນຫ້ອງແຖວກໍກັບໄປນອນຕາມປົກກະຕິ. ສົມຊາຍຍັງຊວນດື່ມຕໍ່, ແຕ່ໝູ່ຫັກຫ້າມໄວ້ເພາະຢ້ານມີເລື່ອງຈິ່ງເລີກລາກັນ.

ເລີ່ມເຂົ້າໂຮງຮຽນປີສອງ, ສົມຊາຍມາໂຮງຮຽນບໍ່ເປັນປົກກະຕິ ຢາກມາມື້ໃດກໍມາ ແລະ ຢາກຂາດມື້ໃດກໍຂາດ ໂດຍບໍ່ຫົວຊານຳໃຜຊິເວົ້າຊິວ່າຫຍັງກໍຕາມ. ຕໍ່ມາເຂົາກໍພົບກັບຍິງຊື່ນ້ອຍຄົນໜຶ່ງອາຍຸກໍຮຸ່ນຮາວຄາວດຽວກັນ. ຍ້ອນທັງສອງເປັນຄົນມັກຫຼິ້ນມັກທ່ຽວຈິ່ງຖືກອັດທະຍາໄສກັນ ແລະ ກໍມັກຊວນກັນໄປທ່ຽວຫັ້ນຫຼິ້ນນີ້ຕະຫຼອດເກືອບວ່າບໍ່ເວັ້ນຫວ່າງຈັກວັນພັກເລີຍ. ເຂົາບໍ່ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ຈິ່ງເຮັດໃຫ້ຄະແນນໃນເທີມນັ້ນສ່ວນຫຼາຍແມ່ນເອັຟ (F) ແຕ່ກໍຍັງມີບາງວິຊາທີ່ເຂົາຍາດໄດ້ຊີ (C). ເວລາຜ່ານໄປຈົນວ່າປີນີ້ ປີຮຽນປີສາມຜ່ານໄປ ແຕ່ຄະແນນຂອງເຂົາກໍຍັງພໍໆກັນກັບປີສອງ. ຄະແນນຂອງເຂົາປີນີ້ຂ້ອນຂ້າງດີ ແລະ ບາງວິຊາຂ້ອນຂ້າງອ່ອນ, ວິຊາທີ່ເຂົາຄວນໄດ້ເກຣດເອ(A)ກໍແມ່ນການທ່ຽວຫຼິ້ນກິນຟູມເຟືອຍ ເພາະເຂົາກໍແມ່ນຜູ້ໜຶ່ງທີ່ເກັ່ງສົມຄວນໃນດ້ານນີ້. ເຖິງຊິເກັ່ງປານໃດກໍຄົງບໍ່ມີໃຜຍອມຮັບດອກ, ແຕ່ຜູ້ທີ່ຍອມຮັບກໍມີແຕ່ ພັກພວກທີ່ມັກຫຼິ້ນມັກກິນທັງຫຼາຍ ແລະ ນາງນ້ອຍຄົນຮູ້ໃຈຂອງເຂົາເທົ່ານັ້ນ.
ຕົກມາເຖິງຍາມພັກແລ້ງປີຮຽນທີ່ສາມນັ້ນເອງ ເຊິ່ງເປັນເວລາທີ່ ນັກສຶກສາທັງຫຼາຍລົງເກັບຄະແນນທີ່ຕົນເສັງຕົກ, ແຕ່ສົມຊາຍຕັດສິນໃຈກັບບ້ານເນື່ອງຈາກວ່າຈາກບ້ານມາຫຼາຍປີ ພໍ່ແມ່ເພີ່ນຢາກໃຫ້ເມືອຢາມ ແລະ ອີກຢ່າງໜຶ່ງກໍເພື່ອເມືອຮ່ວມງານດອງນ້ອງງສາວແດ່. ໃຜໆກໍດີໃຈທີ່ເຫັນສົມຊາຍກັບມາຢາມ ແລະ ດີໃຈທີ່ສຸດທີ່ເຫັນເຂົາໄດ້ສຶກສາຮ່ຳຮຽນຕໍ່ ພໍຊິໄດ້ເພິ່ງພາອາໄສໃນພາຍພາກໜ້າ, ອ້າຍໃຫຍ່ ແລະ ນ້ອງສາວກໍມີຄອບມີຄົວແລ້ວ, ຍັງເຫຼືອແຕ່ສົມຊາຍຄົນດຽວທີ່ຍັງສຶກສາຮ່ຳຮຽນ ດັ່ງນັ້ນ, ພໍ່ແມ່ຈິ່ງຊູກຍູ້ສົ່ງເສີມເປັນຢ່າງດີ. ໃນຄາບເຂົ້າແລງມື້ທຳອິດທີ່ສົມຊາຍມາຮອດ ກໍມີຍາດພີ່ນ້ອງມາຮ່ວມພ້ອມໜ້າພ້ອມຕາກັນ, ຄວາມອົບອຸ່ນທີ່ຂາດຫາຍໄປສາມປີ ໄດ້ກັບຄືນມາມີຊີວິດຊີວາອີກຄັ້ງໜຶ່ງ.                                                 
-     ເປັນແນວໃດໄປຢູ່ວຽງຈັນພຸ້ນກໍສະບາຍດີຢູ່ຕີ໊?                                       
-     ກໍສະບາຍດີຢູ່                                                               
-     ເລື່ອງຮ່ຳເລື່ອງຮຽນເດເປັນແນວໃດ?                                                          
-     ກໍພໍຮຽນໄດ້ຢູ່, ແຕ່ບາງວິຊາກໍຂ້ອນຂ້າງຢາກໂດຍສະເພາະແມ່ນພາສາຕ່າງປະເທດ.              
-     ເອີ!...ເປັນແນວໃດກໍຕັ້ງໃຈຮຽນໃດ ແນວວ່າຈາກບ້ານຈາກເຮືອນໄປແລ້ວຍາກກໍຕ້ອງສູ້ຫັ້ນລະ.

ມື້ຕໍ່ມາສົມຊາຍໄປຢາມລຸງຢູ່ບ້ານໃຕ້, ພໍແຕ່ເຫັນຫຼານຊາຍມາຢາມເພີ່ນກໍດີໃຈຢ່າງໃຫຍ່           
-     ໂອ! ໃຫຍ່ແລ້ວເດປີນີ້ນາ, ລຸງວ່າເປັນເອົາເມຍໄດ້ແລ້ວໃດ                                            
-     ຍັງດອກລຸງ ຫຼານວ່າຊິຮຽນໃຫ້ຈົບກ່ອນເລື່ອງນັ້ນຈິ່ງຄ່ອຍເວົ້າກັນ
-     ວ່າແທ້ຫຼານກໍໂຊກດີໃດ ທີ່ມີໂອກາດສຶກສາຮ່ຳຮຽນຫາຄວາມຮູ້, ຮຽນໄດ້ແລ້ວກໍຢ່າລືມບ້ານລືມຊ່ອງ, ຄົນບ້ານເຮົາບໍ່ພັດທະນາບ້ານເຮົາແລ້ວ ແມ່ນໃຜຊິຂານອາສາມາພັດທະ ນາ, ລຸງຂໍຝາກຄວາມຫວັງໄວ້ກັບລູກຫຼານຜູ້ໄດ້ສຶກສາຮ່ຳຮຽນນີ້ແຫຼະເບິ່ງແຍງ.                                          
-     ເລື່ອງນັ້ນບໍ່ເປັນຫຍັງດອກລຸງ ຂໍໃຫ້ຫຼານຮຽນຈົບກ່ອນ.

ກັບບ້ານຄາວນີ້, ສົມຊາຍນອກຈາກຈະໄດ້ຄວາມອົບອຸ່ນທາງດ້ານຈິດໃຈ ແລ້ວກໍແມ່ນເງິນຄຳທີ່ພໍ່ແມ່ພີ່ນ້ອງໃຜໆກໍໃຫ້ຄົນລະເລັກລະໜ້ອຍ ລວມກັນແລ້ວກໍພໍຈ່າຍຄ່າເທີມພຸ້ນຫຼະ. ເມື່ອກັບມາເຂົາຄິດຊິຕັ້ງຈິດຕັ້ງໃຈໃໝ່, ຊິບໍ່ໄປຫຼິ້ນໄປທ່ຽວອີກແລ້ວ ແຕ່ທຸກຢ່າງກັບປ່ຽນໄປ ເມືອກັບມາຮອດວຽງຈັນ, ນ້ອຍເມື່ອຮູ້ຂ່າວການກັບມາຂອງສົມຊາຍກໍໄປຫາທັນທີໂລດ ແລະ ເທື່ອນີ້ສົມຊາຍປະຕິເສດທັນທີ ແຕ່ດ້ວຍອຳນາດຂອງຜູ້ຍິງຢູ່ທີ່ຄາລົມ ແລະ ນ້ຳຕາ ເຮັດໃຫ້ເຂົາໃຈອ່ອນ ແລະ ທຸກຢ່າງກໍກັບມາເປັນປົກກະຕິຄືເກົ່າຄືເກົ່າ. ທັງສອງຕົກລົງໃຊ້ຊີວິດຮ່ວມກັນແບບຜົວເມຍຢ່າງລັບໆ, ສາເຫດທີ່ເຂົາຕັດສິນໃຈອອກໂຮງຮຽນ ກໍຍ້ອນເອັຟໂຕດຽວເທົ່ານັ້ນ, ມັນຫຼາຍເກີນກວ່າທີ່ຄຶດເອົາ ໄວ້, ສ່ວນນ້ອຍເມື່ອຕັດສິນໃຈໃຊ້ຊີວິດຮ່ວມສົມຊາຍກໍອອກຈາກໂຮງງານຕັດຫຍິບເລີຍ.
ທັງສອງໃຊ້ຊີວິດໃຫ້ຜ່ານໄປແຕ່ລະມື້, ໂດຍອາໄສເງິນທີ່ເກັບທ້ອນມາ ແລະ ພໍ່ແມ່ທາງບ້ານຝາກໃຫ້ ຈົນເວລາຜ່ານໄປອີກສອງປີ  ພໍດີຄົບຫ້າປີທີ່ສົມຊາຍລົງມາຮຽນຢູ່ວຽງຈັນ. ພໍ່ແມ່ທາງບ້ານກໍໂທນຳສົມຊາຍເກືອບທຸກວັນ.
-     ປານໃດລູກຊິເອົາໃບປະລິນຍາມາຕ້ອນແມ່? ແມ່ນີ້ເມື່ອຍຄອງຄອຍເຈົ້າແລ້ວໃດ
-     ກໍຢ່າຟ້າວໃຈຮ້ອນຕິແມ່, ຕອນນີ້ລູກຄາວຽກຫຼາຍ, ຖ້າລູກຫວ່າງແລ້ວຊິໂທບອກດອກ.
-     ໂອຍລູກແມ່! ຮຽນຫາກໍຈົບ ມີວຽກເຮັດຈົນບໍ່ມີເວລາຫວ່າງເລີຍນໍ, ເອີ!...ຄັນຊັ້ນແມ່ບໍ່ລົບກວນເຈົ້າແລ້ວ
-     ໂຊກດີເດີແມ່.

ຫຼັງຈາກແມ່ວາງໂທລະສັບ ສົມຊາຍກໍຫວນກັບມາຄິດເຖິງຊີວິດຂອງເຂົາອີກຄັ້ງໜຶ່ງພາຍຫຼັງບໍ່ເຄີຍຄິດເຖິງມັນມາສອງປີ, ເຂົາບໍ່ຮູ້ຊິເຮັດແນວໃດດີ, ຊິກັບບ້ານ ຫຼື ຢູ່ວຽງຈັນຕໍ່ໄປ, ຖ້າຢູ່ໄປກໍບໍ່ມີວຽກເຮັດງານທຳຫຍັງ ແລະ ຖ້າຊິກັບບ້ານ ພໍ່ແມ່ເພີ່ນຊິບໍ່ເປັນລົມບໍທີ່ເຫັນເຮົາເປັນແນວນີ້. ຫຼັງຈາກນອນຄຶດນອນຝັນເປັນເວລາຫຼາຍອາທິດໃນທີ່ສຸດສົມຊາຍກໍຕັດສິນໃຈກັບບ້ານ, ທຸກຢ່າງເປັນໄປຕາມທີ່ເຂົາຄຶດເອົາໄວ້: ແມ່ເປັນລົມເລີຍເມື່ອເຫັນສົມຊາຍນ້ອຍທີ່ມີອາຍຸພຽງປີປາຍ         
-     ສົມຊາຍ ລູກໝາຍຄວາມວ່າແນວໃດກັນ?                                              
-     ພໍ່ແມ່! ນີ້ແມ່ນລູກຂອງລູກເອງ                                                              
-     ຊາຍເປັນຫຍັງລູກຈິ່ງເປັນແນວນີ້ ແລະ ນີ້ເດແມ່ນໃຜ?                                         
-     ນີ້ແມ່ນຜູ້ສາວເຮົາ...ຊື່ນ້ອຍ.                                                               
-     ມັນໝາຍຄວາມວ່າແນວໃດ? ນີ້ແມ່ນລູກຊາຍ ແລະ ນັ້ນແມ່ນຜູ້ສາວ,ໂອຍ! ງົງ

ເມື່ອແມ່ຟື້ນຄືນມາ ທຸກຢ່າງກໍເຄັ່ງຄຽດ, ເອົາແຕ່ເພີ່ນຊິຈົ່ມ, ດ່າສະລະພັດທັງຮ້ອງໄຫ້ດ້ວຍຄວາມເສຍໃຈ. ສົມຊາຍເອງກໍບໍ່ຮູ້ຊິອະທິ ບາຍແນວໃດດີ ໄດ້ແຕ່ປ່ອຍທຸກຢ່າງໄປຕາມການເວລາ. ມັນສົມແລ້ວທີ່ເພີ່ນຮ້າຍເພີ່ນດ່າ ເພາະຄວາມຫວັງທີ່ເພີ່ນຕັ້ງໄວ້ມັນພັງທະລາຍໝົດ, ໃບປະລິນຍາທີ່ແມ່ຄອງຄອຍມາຫ້າປີ ໄດ້ກາຍເປັນຫຼານຊາຍນ້ອຍຄົນດຽວ. ເລື່ອງດັ່ງກ່າວແຜ່ກະຈາຍໄປທົ່ວບ້ານ ທັງບ້ານເໜືອ ແລະ ບ້ານໃຕ້ໄວປານໄຟໃໝ້ປ່າຫຍ້າຄາຍາມແລ້ງ, ໃຜໆກໍວ່າບໍ່ສົມຄຳໂມ້ຄູຍຕໍ່ຊາວບ້ານຈັກໜ້ອຍ ເພີ່ນວ່າສົມຊາຍເປັນຄົນດີຕັ້ງໜ້າຕັ້ງຕາສຶກສາຮ່ຳຮຽນ ບາດສຸດທ້າຍພັດໄດ້ລູກຊາຍນ້ອຍມາຕ້ອນແມ່. ຄຳນິນທາດັ່ງກ່າວເຮັດໃຫ້ສົມຊາຍບໍ່ກ້າສູ້ໜ້າຊາວບ້ານຈິ່ງພາລູກ ແລະ ເມຍກັບວຽງຈັນ, ເຖິງຊິຢູ່ຕໍ່ໄປກໍບໍ່ມີຄວາມໝາຍຫຍັງ ນອກຈາກຈະສ້າງຄວາມເດືອດຮ້ອນໃຫ້ແກ່ພໍ່ແມ່ ແລະ ຈະເປັນເປົ້າຕຳນິວິຈານຂອງຊາວບ້ານຊາວເມືອງເທົ່ານັ້ນ.
ຫຼັງຈາກກັບບ້ານມາຄັ້ງນີ້ ສົມຊາຍ ແລະ ເມຍໄດ້ພາກັນຕັ້ງໜ້າຕັ້ງຕາເຮັດວຽກເຮັດງານ, ເຂົາເຮັດວຽກແຕ່ເຊົ້າຮອດຄ່ຳ ແລະ ເຮັດວຽກກາງຄືນນຳອີກ ກໍຊິກັບຮອດເຮືອນ ກໍທ່ຽງຄືນແລ້ວ, ສ່ວນເມຍຕື່ນມາກໍເອົາລູກໄປຝາກໄວ້ກັບໂຮງລ້ຽງເດັກ ແລະ ໄປເຮັດວຽກຈົນຄ່ຳຈິ່ງກັບມາຮັບລູກກັບບ້ານ. ນ້ອຍບໍ່ໄດ້ເຮັດວຽກກາງຄືນ ແຕ່ເຂົາກໍຮັບເອົາວຽກມາເຮັດຢູ່ເຮືອນ. ທັງສອງຕັ້ງໜ້າຕັ້ງຕາເຮັດວຽກຢ່າງບໍ່ມີວັນທີ ແລະ ບໍ່ຍອມຕິດຕໍ່ສົ່ງຂ່າວຫາໃຜອີກ ຈົນຊາວບ້ານບາງຄົນຊ່າລືວ່າສົມຊາຍຕາຍແລ້ວກໍມີ. ວັນເວລາຜ່ານໄປພຽງສິບປີ ເຂົາສາມາດຊື້ດິນ ແລະປຸກເຮືອນໄດ້ ເປັນເຮືອນກໍຊັ້ນດຽວ ແລະ ຍັງຊື້ລົດກະບະຄັນໜຶ່ງຕື່ມອີກ. ເຂົານອກຈາກມີດິນ, ມີເຮືອນ ແລະ ລົດເປັນຂອງຕົນເອງແລ້ວ ເຂົາຍັງມີຮ້ານຂາຍເຄື່ອງກໍສ້າງແຫ່ງໜຶ່ງໃນເຂດຊານເມືອງ. ຮອດຕອນນີ້ເຂົາຢາກກັບເມືອຢາມບ້ານຕື່ມອີກ ແຕ່ນ້ອຍບໍ່ພໍໃຈກັບເລື່ອງນີ້ປານໃດ ແຕ່ໃນທີ່ສຸດກໍຕາມໃຈຜົວ.
ສົມຊາຍກັບບ້ານຄາວນີ້ມັນຕ່າງຄາວເມື່ອສິບປີກ່ອນ, ຕອນນີ້ເຂົາຂັບລົດກະບະແກ້ວມືດ ໄປຈອດຕໍ່ໜ້າປະຕູຮົ້ວເຮືອນພໍ່ແມ່ ເຮັດໃຫ້ຫຼາຍຄົນແປກໃຈ ເພາະບໍ່ເຄີຍເຫັນລົດຄັນງາມໆແບບນີ້ມາຈອດໜ້າເຮືອນຈັກເທື່ອ. ໃຜໆກໍແປກໃຈເກືອບບໍ່ເຊື່ອສາຍຕາຕົນເອງເລີຍ ເມື່ອເຈົ້າຂອງລົດແກ້ວມືດກາຍເປັນສົມຊາຍ, ຄາວນີ້ບໍ່ມີໃຜເປັນລົມເປັນແລ້ງ, ມີແຕ່ຄວາມຫຍິນດີປີດາຍ. ຜູ້ໃດກໍຖາມຂ່າວຄາວຊີວິດການເປັນຢູ່ ແລະ ຍັງອອກປາກຊວນໄປຢ້ຽມຮອດເຮືອນຮອດຊານກໍມີ, ຂ່າວສົມຊາຍໄດ້ແຜ່ກະຈາຍຊ່າລືກັນອີກຄັ້ງໃໝ່ ພາຍຫຼັງງຽບຫາຍໄປສິບກວ່າປີ.
ກັບວຽງຈັນຄາວນີ້ເຂົາເອົາພໍ່ແມ່ມານຳ ແລະ ພາເພີ່ນໄປທ່ຽວໃຫ້ສົມໃຈ, ເປັນການ ຕອບແທນບຸນຄຸນຜູ້ໃຫ້ກຳເນີດ ແລະ ລ້ຽງເຂົາໃຫ້ໃຫຍ່ສູງຈົນເປັນຄົນໃນວັນນີ້. ເຂົາພາພໍ່ແມ່ໄປທ່ຽວທົ່ວຟ້າວຽງຈັນ, ພາໄປເບິ່ງຂົວຂ້າມນ້ຳຂອງ, ລົດໄຟ ແລະ ໄປຕະຫຼາດເຊົ້າ ແລະ ເຂົາຍັງຊື້ສ້ອຍຄໍຄຳໃຫ້ພໍ່ແມ່ເປັນຂອງຝາກກັບບ້ານ ເພື່ອເປັນການຕອບແທນເງິນຄຳທີ່ພໍ່ແມ່ເຄີຍຝາກໃຫ້ໃນອະດີດ ເຖິງຈະເປັນພຽງການຕອບແທນ ທີ່ເລັກໜ້ອຍ ແຕ່ກໍຍັງດີກວ່າບໍ່ໄດ້ຕອບແທນບຸນຄຸນພໍ່ແມ່ໃນຍາມທີ່ເພີນຍັງມີຊີວິດຢູ່.