Tuesday, June 14, 2016

ເລື່ອງສັ້ນ ຄິດຮອດຄົນໄກ ຈາກປາຍປາກກາ ສ.ສາຍພູກູດ


ສາຍລົມເຢັນຍາມເຊົ້າພັດຜ່ານ ເຮັດໃຫ້ນ້ຳໝອກທີ່ຄ້າງຕາມໃບຫຍ້າ ແລະ ຮວງເຂົ້າ ແຫ້ງຫາຍໄປ, ສຽງເພງ ຈາກວິທະຍຸທີ່ຕັ້ງຢູ່ຄັນນາທາງທິດເໜືອ
ດັງມາຢ່າງສຳໝ່ຳສະເໝີ. ແສງແດດເລີ່ມຮ້ອນອົບເອົ້າ, ແຕ່ຄາວທີ່ມີລົມພັດມາກໍເຮັດໃຫ້ເຢັນສະບາຍ.

ເຢັນສະບາຍ ເຢັນສະບາຍຊາວນາ... ສຽງເພງຈາກວິທະຍຸເປັນສັນຍານບອກວ່າ ແປດໂມງເຄິ່ງ ລາຍການສຽງເພງກາງທົ່ງນາແລ້ວ, ພູທອນຕື່ນຍຸບບາດໜຶ່ງເມື່ອໄດ້ຍິນສຽງເພງເປີດລາຍການ. ມັນເປັນເວ ລາທີ່ສວາຍເຕີບແລ້ວ ແຕ່ພູທອນຍັງບໍ່ທັນໄດ້ປັ້ນເຊົ້າເທື່ອ. ເຂົາກົ້ມກ່ຽວເຂົ້າຕໍ່ໄປ ທັງຟັງວິທະຍຸໄປນຳເພື່ອລໍຖ້າແມ່ເອົາເຂົ້າມາສົ່ງ. 
 
ໂຄສົກກ່າວທັກທາຍສະບາຍດີທ່ານຜູ້ຟັງ ແລ້ວກໍຕອບຈົດໝາຍ ແລະ ໂທລະສັບ ທີ່ມິດລາຍການໂທຂໍຟັງເພງ. ມື້ນີ້ພູທອງມາກ່ຽວເຂົ້າຄົນດຽວເນື່ອງຈາກວ່າ ນ້ອຍນາລີ ນ້ອງສາວຫຼ້າ ແລະ ພໍ່ໄປກ່ຽວເຂົ້ານາເຮົ່ານາວານນຳເພີ່ນ. ດັ່ງນັ້ນ, ຈິ່ງບໍ່ມີຜູ້ໃດມາລົບກວນການຟັງເພງຂອງລາວ. ສຽງໂຄສົກອ່ານຈົດໝາຍຂອງໃຜຄົນໜຶ່ງເຊິ່ງພູທອງບໍ່ໄດ້ໃສ່ໃຈພໍປານໃດ ແລະ ຈົດໝາຍສະບັບນັ້ນຍັງມອບເພງໃຫ້ເພື່ອນສາວຂອງລາວຕື່ມອີກ ເຮັດໃຫ້ພູທອງຫວນຄຶດເຖິງ ບາງບັນຍາກາດເມື່ອສາມເດືອນທີ່ຜ່ານໄປໃນທ້ອງທົ່ງນາຜືນນີ້ ເຄີຍມີເພັດສີລາ ຄົນຮັກຂອງລາວຄຽງຄູ່ຢູ່ຂ້າງສ້າງໄຮ່ທຳນາ ປັກດຳນາທົ່ງນີ້ຈົນສຳເລັດ. ເຂົາເຄີຍເອີ່ຍຄຳໝັ້ນລັ່ນສັນຍາກັນວ່າ ກ່ຽວເຂົ້າສຳເລັດເສັດສິ້ນປີນີ້ ຊິໃຫ້ຜູ້ຫຼັກຜູ້ໃຫຍ່ໄປສູ່ໄປຂໍປົວແປງແຕ່ງໝັ້ນໃຫ້. ເຊິ່ງທັງສອງຄົບຫາມາສູ່ກັນດົນນານໄດ້ຫ້າແລ້ງຫ້າຝົນ ຈົນເປັນທີ່ເຂົ້າອົກເຂົ້າໃຈ ແລະ ຖືກອັດທະຍາໄສກັນດີຈົນແຍກບໍ່ອອກ. ເລີ່ມແລກແຮກໝານຕັ້ງແຕ່ທັງສອງຮຽນຮ່ວມຫ້ອງຊັ້ນມັດທະຍົມປີທີໜຶ່ງ ແລະ ທຽວໄປຮຽນໍາກັນຈົນຈົບມໍສາມ, ແຕ່ໂຊກບໍ່ດີທີ່ພູທອງບໍ່ໄດ້ຮຽນຕໍ່ຍ້ອນຖານະຄອບຄົວ ຈິ່ງເຮັດໃຫ້ເພັດສີລາຕ້ອງຕັດສິນໃຈອອກໂຮງຮຽນນຳ. ຄວາມຮັກຂອງພວກເຂົາຮາບມື່ນດີ ມີພູທອງຢູ່ໃສກໍຕ້ອງມີເພັດສີລາຢູ່ທີ່ນັ້ນ ແລະ ທັງສອງກໍພ້ອມຈະໃຊ້ຊີວິດຄູ່ດ້ວຍຄວາມຮັກທີ່ສົມປາດຖະໜາ. ແຕ່ເຫດການຢ່າງໜຶ່ງທີ່ບໍ່ມີໃຜຄາດຄິດຄາດຝັນກໍເກີດຂຶ້ນ. ເມືອປັກດຳນາສຳເລັດເສັດສິ້ນແລ້ວພໍດີ ເອື້ອຍຂອງ ເພັດສີລາໄດ້ຂຶ້ນຢາມບ້ານ ແລະ ເພັດສີລາກໍລົງມາວຽງຈັນກັບເອື້ອຍ. ທຳອິດເພັດກໍປະຕິເສດ ແຕ່ຍ້ອນຄວາມຈຳເປັນເພາະອ້າຍເຂີຍໄດ້ທຶນໄປຮຽນຕໍ່ຢູ່ຕ່າງປະເທດເປັນເວລາສອງປີ, ຖ້າບໍ່ມາກັບເອື້ອຍ ກໍມີແຕ່ສອງແມ່ລູກຢູ່ເຮືອນ. ເມື່ອເຫັນຄວາມຈຳເປັນຂອງເອື້ອຍ ເພັດສີລາຈຳຕ້ອງທຳໃຈຈຳຈາກພັດພາກພູທອງດ້ວຍຄວາມເປັນຫ່ວງ ຢ້ານວ່າເມື່ອນາງຈາກໄປໄກແລ້ວພູທອງຈະປ່ຽນໃຈ.

ໜຶ່ງອາທິດຕໍ່ມາ ພູທອງໄດ້ຮັບຈົດໝາຍສະບັບໜຶ່ງຈາກວຽງຈັນ ມັນເປັນຈົດໝາຍຂອງ ເພັດສີລາ ໃນຈົດໝາຍນັ້ນໄດ້ຖ່າມຂ່າວຄາວ ຄວາມສຸກທຸກ ແລະ ຍັງບອກວ່າຄຶດຮອດບ້ານຫຼາຍ ຍ້ອນວ່າບໍ່ເຄີຍໄປຢູ່ໃນເມືອງໃນວັງມາກ່ອນ ແລະ ໃນຈົດໝາຍສະບັບນັ້ນຍັງລົງທ້າຍ ດ້ວຍບົດກ່ອນຫວານໆວ່າ:

ຮັກເຮົາຢ່າປ່ຽນປີ້ນ                   ນາທົ່ງຍັງບໍ່ເປັນໂພນ
ໂນນພູບໍ່ເປັນທະເລ                  ຮັກເຮົາຍັງຄົງໝັ້ນ
ສາຍສຳພັນສອງເຮົາສ້າງ    ຍາມໄກອ້າຍຢ່າປ່ຽນ
ເຖິງໄກນ້ອງກໍ່ຮັກແຕ່ອ້າຍ  ຊາຍຊູ້ອື່ນບໍ່ມີດອກ ອ້າຍເອີຍ!

ພູທອງອ່ານຈົດໝາຍສະບັບນັ້ນ ອ່ານແລ້ວອ່ານອີກ ແລະ ມັນກໍເປັນເທື່ອທຳອິດ ທີ່ລາວຍິ້ມໄດ້ ນັບແຕ່ເພັດສີລາຈາກໄປ ຈາກໄປສູ່ວຽງຈັນ ບ່ອນທີ່ພູທອງບໍ່ເຄີຍໄປ ແລະ ຄົງບໍ່ມີໂອກາດໄດ້ໄປເລີຍກໍເປັນໄດ້. ມັນຊ່າງທຸກອົກທຸກໃຈ ແລະ ທໍລະມານເມື່ອຄົນຮັກຈາກໄປ. ແຕ່ເມື່ອໄດ້ຮັບຂ່າວຄາວຈາກຄົນຮັກ ກໍເຮັດໃຫ້ສຸກໃຈໄດ້ເຫຼືອຄະນາ. ພູທອງຕອບຈົດໝາຍເພັດສີລາ ດ້ວຍຖ້ອຍຄຳສຳນວນຫວານຊຶ້ງ ເຊິ່ງຂຽນອອກຈາກຫົວໃຈຂອງເຂົາແທ້ໆ ແລະ ເຂົາກໍລໍຄອຍ ຖ້າຮັບຈົດ  ໝາຍຈາກຄົນຮັກດ້ວຍຫົວໃຈແຫ່ງການລໍຄອຍ. ເຂົານັບຂໍ້ມືນັບແລ້ວ ນັບອີກ ກ່ອນຊິຮອດວັນນັ້ນ ວັນທີ່ເພັດສີລາກັບມາ ເຂົາຄົງຂາດໃຈຕາຍກ່ອນກໍເປັນໄດ້.


ໜຶ່ງເດືອນຕໍ່ມາ ພູທອງໄດ້ຮັບຈົດໝາຍຈາກເພັດອີກ ມັນເປັນຈົດໝາຍສະບັບທີສອງ. ຈົດໝາຍສະບັບນີ້ເພັດຂຽນຂ້ອນຂ້າງຍາວ. ນາງເລົ່າຄວາມໃນໃຈທີ່ມີຢູ່ຢ່າງລະອຽດ ເປັນຄວາມສຸກທີ່ສຸດ ທີ່ຄົນໄກໄດ້ຮັບຂ່າວຈາກຄົນຮັກ ຄາວນີ້ນາງຍັງບອກຕື່ມອີກວ່າ ເອື້ອຍໄດ້ຊື້ມືຖືໃຫ້ໃຊ້ ແລະ ຍັງບອກເບີໂທໃຫ້ພູທອງຮູ້ຕື່ມອີກ. ແຕ່ມັນກໍເຕັມທີສຳລັບຄົນບ້ານປ່າ ຈະເອົາໂທລະສັບມາແຕ່ໃສ ຂະໜາດເງິນຊິໄປຮຽນຕໍ່ຍັງບໍ່ມີແລ້ວ. ເຖິງບໍ່ມີໂທລະສັບກໍຍັງດີທີ່ຮູ້ໄວ້ ມັນບໍ່ໄດ້ເສຍ ຫາຍອີຫຍັງ.
ຫຼາຍເດືອນຜ່ານໄປ, ພູທອງຄອຍຖ້າຮັບຈົດໝາຍ ຈາກເພັດສີລາ ດ້ວຍຫົວໃຈທີ່ຫວັ່ນໄຫວ ຄອຍແລ້ວຄອຍອີກ. ເຖິງແມ່ນວ່າເຂົາໄດ້ຂຽນຈົດໝາຍຫານາງຂຽນແລ້ວຂຽນອີກເຖິງຫ້າສະບັບແລ້ວກໍຍັງບໍ່ມີວີ່ແວວ ແລະ ຂ່າວຄາວຂອງເພັດເລີຍ. ເຂົາເຄີຍໄປແວ່ຫຼີ້ນເຮືອນແມ່ຂອງນາງ ແລະ ເຄີຍຖາມຂ່າວກ່ຽວກັບນາງ ແຕ່ບໍ່ເຄີຍໄດ້ຄຳຕອບຫຍັງນອກຈາກຄຳວ່າ "ແມ່ກໍບໍ່ໄດ້ຮັບຂ່າວຈາກເພັດຄືກັນ" 

ເມື່ອເປັນເຊັ່ນນີ້ ພູທອງຈິ່ງຮວບຮວມເງິນທີ່ມີຢູ່ຊື້ໂທລະສັບໜ່ວຍນຶ່ງ ເຊິ່ງໜ່ວຍມັນໃຫຍ່ ແລະ ໜັກສົມຄວນ ເຖິງແມ່ນວ່າພໍ່ແມ່ຈະຫ້າມ ແຕ່ພູທອງບໍ່ໄດ້ໃສ່ໃຈ ແລະ ອີກຢ່າງໜຶ່ງພໍ່ແມ່ກໍອີຕົນລູກຊາຍຄົນດຽວທີ່ຄົນຮັກຈາກໄປໄກ ຈິ່ງຕາມໃຈລູກຊາຍ. ນີລະໝໍຄົນເຮົາທີ່ເຂົາວ່າ "ຄົນຮັກບັງຕາ ຄວາມຮັກບັງໃຈ"ເມື່ອມີຄວາມຮັກແລ້ວ ມີຫຍັງກໍທຸ່ມເທ ເຮັດໃຫ້ຄົນມີຄວາມຮັກຄິດຫຍັງບໍ່ອອກ. 
ແລງມື້ໜຶ່ງພູທອງຍ່າງເລາະຊອກຫາສັນຍານໂທລະສັບ, ບ່ອນໃດກໍ່ສຸກເສີນຕະຫຼອດ. ເຂດພູໂນນຫົວນາກໍຄືວ່າສູງສົມຄວນ ແຕ່ສັນຍານໂທລະສັບກໍຍັງໂທອອກບໍ່ໄດ້ ອາດເປັນຍ້ອນ ຟ້າຄື້ມອາກາດບໍ່ດີ. ຫຼຽວໄປຫຼຽວມາກໍ່ເຫັນແຕ່ຕົ້ນມ່ວງແຄມປ່ານັ້ນລະທີ່ສູງກວ່າໝູ່, ພູທອງ ປີນຂຶ້ນໄປ ປີນຂຶ້ນໄປຈົນຈຳປາຍ, ຫົວໃຈຂອງເຂົາເກືອບຢຸດເຕັ້ນເມື່ອເຫັນສັນຍານສອງຂີດ. ເຂົາດີ ໃຈທີ່ສຸດ ພໍ່ແຕ່ເໜັງໜ້ອຍດຽວສັນຍານກໍຫາຍໄປແລ້ວ. ເຂົາຕ້ອງນິ້ງປານຄົນບໍ່ມີລົມຫາຍໃຈ ຈິ່ງມີສັນ ຍານພໍໂທອອກໄດ້. ເຂົາກົດເລກໝາຍປາຍທາງແລ້ວໂທອອກດ້ວຍຫົວໃຈທີ່ສັບສົນກະວົນກະວາຍ ແຕ່ບໍ່ມີຄົນຮັບສາຍຊ້ຳ. ເຂົາຕັດສິນໃຈໂທຕື່ມອີກ ແຕ່ກໍບໍ່ມີຄົນຮັບສາຍຕື່ມອີກ ແລະ ເຂົາ ກໍຕັດສິນໃຈໂທອີກເປັນຄັ້ງທີ່ສາມ. ຖ້າບໍ່ມີຄົນຮັບສາຍແລ້ວເຂົາກໍຊິລົງຈາກຕົ້ນມ່ວງໂລດ ແລະ ກໍເປັນຄວາມໂຊກດີຂອງລາວທີ່ມີຄົນຮັບສາຍ ແລະ ເປັນສຽງຜູ້ຍິງຕື່ມອີກ. ພູທອງຈື່ໄດ້ດີວ່າເປັນ ສຽງຂອງເພັດແທ້ໆ
-  ສະບາຍດີ
-  ເຈົ້າ! ສະບາຍດີ ນີ້ແມ່ນເບີເພັດບໍນໍ້?
-  ເຈົ້າ! ແມ່ນແລ້ວ
-  ນີ້ແມ່ນພູທອງເດີ. ແຕ່ສັນຍານບໍ່ດີຈິ່ງໄດ້ຫຍິນແຕ່ທອງໆ
-  ແມ່ນໃຜນໍ້?
-  ພ...ທອງ...ເພັດ...
-  ເອີ!...ບໍ່ໄດ້ຫຍິນເດີ້. ແມ່ນໃຜວະໂທມາກະເວົ້າບໍ່ແຈ້ງ, ເວົ້າອືດໆອາດໆ ຮຶ...

ພໍໄດ້ຫຍິນເພັດເວົ້າແນວນັ້ນ ແລະ ຍັງວາງສາຍໃສ່ຕື່ມອີກ ເຮັດໃຫ້ພູທອງໃຈຮ້າຍ ແລະ ລະເມີ ຈົນລືມໄປວ່າຕົນເອງພວມປີນຕົ້ນໄມ້ຢູ່ ຈິ່ງວາງມືວ່າຊິຍ່າງກັບເຮືອນ ເຮັດໃຫ້ລາວຕົກຕົ້ນມ່ວງນັ້ນແບບບໍ່ຮູ້ໂຕເລີຍ. ໃນຂະນະທີ່ສະຫຼົບຢູ່ນັ້ນລາວກັບຝັນໄປວ່າ ເພັດຍ່າງມາຫາເຂົາໃນທ່າມກາງແສງຈັນໃສສ່ອງ ເຮັດໃຫ້ນາງງາມຂຶ້ນກວ່າເກົ່າເປັນທະວີ ຄູນ, ພໍແຕ່ຍ່າງມາຮອດພູທອງເດ່ມືອອກຈະຈັບແຂນນາງ ນາງກໍຍ່າງຈາກໄປ ພູທອງໄດ້ແຕ່ຮ້ອງຕາມຫຼັງດ້ວຍຄວາມອາໄລອາວອນ. ຮູ້ເມື່ອຄີງກໍພົບວ່າຕົນເອງຝັນໄປ. ໂຊກດີທີ່ບໍ່ໄດ້ຮັບບາດເຈັບຫຍັງຫຼາຍ ຂາລາຍໄປໜ້ອຍໜຶ່ງ ແຕ່ກໍຮູ້ສຶກແໜ້ນໜ້າເອິກເລັກໜ້ອຍ. ຄິດໄດ້ວ່າເມື່ອກີ້ນີ້ຕົນເອງປີນຂຶ້ນໄປລົມໂທລະສັບຢູ່ເທິງຕົ້ນມ່ວງພຸ້ນ, ພູທອງຍັງງົງກັບ ເຫດການທີ່ເກີດຂຶ້ນກັບເຂົາເມື່ອຫວ່າງໜຶ່ງນີ້. ເມື່ອຄິດພໍ້ວ່າ ເພັດວາງໂທລະສັບໃສ່ ກໍຟ້າວຊອກ ຫາໂທລະສັບທັນທີ ຊອກໄປຊອກມາກໍເຫັນມັນຕົກກະຈາຍເປັນສ່ວນໃຜສ່ວນມັນ. ເມື່ອເກັບໄດ້ ກໍຟ້າວຍ່າງກັບເຮືອນເມື່ອແສງແດດຍາມແລງສີທອງປົກຄຸມໄປທົ່ວແຜ່ນດິນ, ເຂົາພະຍາຍາມປົກປິດເລື່ອງນີ້ບໍ່ໃຫ້ໃຜຮູ້ ຢ້ານວ່າຈະເສຍໜ້າ ເປັນທີ່ກ່າວຂານຂອງຊາວບ້ານ.

ທອງ! ມາປັ້ນເຂົ້າເຊົ້າ...ສຽງແມ່ເອີ້ນເຮັດໃຫ້ພູທອງຕື່ນຈາກຄວາມຝັນໃນອະດີດ. ແມ່ມາຊ້າ ເພາະວ່າຄາລົມກັບແມ່ສອນຄຸ້ມເໜືອ. ນີ້ເດເພີ່ນເອົາຈົດໝາຍມາສົ່ງ, ເມື່ອໄດ້ຫຍິນຄຳວ່າຈົດໝາຍ ເຂົາກໍຫວນຄຶດເຖິງເພັດອີກຄັ້ງໜຶ່ງ ແລະ ອີກໃຈໜຶ່ງກໍຄິດບໍ່ພໍໃຈກັບເພັດທີ່ບໍ່ ຕອບຈົດໝາຍ, ໂທຫາກໍ່ວາງສາຍໃສ່ຕື່ມອີກ. ບໍ່ວ່າເພັດຊິມາລືມໄວປານນີ້ ຖ້າເປັນແນວນີ້ ເປັນຫຍັງພູທອງມຶງຄືບໍ່ຕາຍຕັ້ງແຕ່ມື້ຕົກຕົ້ນມ່ວງພຸ້ນໃຫ້ມັນແລ້ວຊ້ຳສາ ຊິບໍ່ໄດ້ຫຍຸ້ງຍາກນຳຫຍັງອີກ... ແຕ່ເມື່ອແນມເຫັນຊື່ສະຫຼັກໜ້າຊອງຈົດໝາຍແລ້ວ ຫົວໃຈຂອງເຂົາກໍເຕັ້ນແຮງຜິດປົກກະ ຕິ ຈົນແມ່ນສັງເກດເຫັນ. ໃນຈົດໝາຍເພັດຂຽນບອກວ່າ "ອ້າຍທອງ ນ້ອງຕ້ອງຂໍໂທດທີ່ບໍ່ໄດ້ຕອບຈົດໝາຍອ້າຍ ຍ້ອນນ້ອງຫາກກໍໄດ້ຮັບຈົດໝາຍກ່ອນໜ້ານີ້ສອງອາທິດພ້ອມກັນຫ້າສະບັບ ເມື່ອອ່ານສະບັບສຸດທ້າຍຈິ່ງຮູ້ວ່າອ້າຍເສຍໃຈຫຼາຍ, ແຕ່ອ້າຍບໍ່ຕ້ອງນ້ອຍໃຈເດີ ດຽວນີ້ນ້ອງກຳລັງຊິກັບບ້ານເຮົາແລ້ວ, ລໍຖ້າແຕ່ເອື້ອຍໄດ້ຮັບເງິນເດືອນກ່ອນ ເອື້ອຍຈິ່ງຊິໃຫ້ກັບ, ອົດກ່ຽວເຂົ້າຄົນດຽວ ຄອຍນ້ອງໄປກ່ອນເດີ...ອີກບໍ່ດົນກໍຊິໄດ້ພົບກັນແລ້ວ..." 
ຄວາມຫວັງຂອງພູທອງໄດ້ກັບມາຢ່າງລົ້ນເຫຼືອ, ເຂົາກ່ຽວເຂົ້າດ້ວຍຄວາມສຸກສຳລານໃຈ ເພາະວັນທີ່ເຂົາລໍຄອຍຫຍັບເຂົ້າມາໃກ້ທຸກມື້ແລ້ວ. ທະເລເຂົ້າພວມສຸກເຫຼືອງເຕັມທ້ອງທົ່ງນາ ພວມລໍຄອຍການກັບມາຂອງຄົນຮັກ. ນົກຈິບເຟືອງບິນປະສານສາຍລົມພັດຮວງເຂົ້າກົ້ມກ່ອງໄປມາໃນບັນຍາກາດທ້ອງທົ່ງນາ. ສຽງເພງຈາກວິທະຍຸປະສານກັບສຽງນົກນ້ອຍ ແລະ ສາຍລົມ ເຮັດໃຫ້ຫົວໃຈຂອງພູທອງມີຄວາມສຸກຫຼາຍທີ່ສຸດ. ແຕ່ໃນຊ່ວງເວລາອັນສັ້ນໆນັ້ນພູທອງກັບຮູ້ສຶກວ່າກວ່າຊິຮອດ ທ້າຍເດືອນ ຫົວໃຈດວງນີ້ຄົງຫ່ຽວແຫ້ງເໝືອນເຂົ້າໃນນາທີ່ສຸກເຫຼືອງ ແລະ ຖືກແດດເຜົ່າ ມັນນັບມື້ນັບຊິຂຸຫຼົ່ນໄປ. ສິ່ງດຽວທີ່ຫຼໍ່ລ້ຽງຈິດໃຈຂອງເຂົາກໍມີແຕ່ວິທະຍຸທີ່ເກີດມາພ້ອມກັບເຂົາ ມັນເໝືອນສ່ຽວຮັກສ່ຽວແພງທີ່ຄອຍໃຫ້ກຳລັງໃຈໃນຍາມໂສກເສົ້າ ຄອຍບັນເທົາຄວາມຄິດຮອດ ຄິດເຖິງຄົນໄກ...

No comments:

Post a Comment