Wednesday, June 15, 2016

ເລື່ອງສັ້ນ ນ້ຳໃຈ ຈາກປາຍປາກກາ ສ.ສາຍພູກູດ

ງານຄອນເສີດທີ່ສູນການຄ້າ ລາວ-ໄອເຕັກ ມື້ນີ້ຊ່າງມີແຕ່ຄວາມຟົດຟື້ນລື່ນເລິງອະລັງການ, ບັນດານັກຮ້ອງນັກດົນຕີຈາກຄ້າຍເພງຕ່າງໆໄດ້ມາສະແດງເຮັດໃຫ້ທຸກຄົນທີ່ມາຮ່ວມງານ ຮູ້ສືກດີໆທັງນັ້ນ. ເພງລາວແບບບ້ານນາ ແລະ ເພງລາວສະໄໝຜັດປ່ຽນກັນດັງ, ແຕ່ລະເພງກໍໄດ້ຮັບຄວາມນິຍົມຈາກແຟນໆ, ສຽງກີດສຽງຮ້ອງດັງບໍ່ຂາດໄລຍະ ປະສານກັບສຽງຕົບມືດັງເພືອບໆພ້ອມກັນ...


ສາວໜ້າໃສຄົນໜຶ່ງ ສົ່ງສຽງຮ້ອງສຽງກີດຢູ່ທາງຫຼັງຄຳແພງ, ສຽງນັ້ນນຸ່ມນວນມີພະລັງຊວນໃຫ້ຄຳແພງຕ້ອງຫຼຽວໄປເບິ່ງ ເຮັດໃຫ້ສາວຄົນນັ້ນຜ່ອນສຽງລົງ ແຕ່ຄຳແພງຍິ້ມໃຫ້ ແລະ ສົ່ງສາຍຕາໃນທຳນອງບອກວ່າບໍ່ເປັນຫຍັງ, ບໍ່ຕ້ອງເກງໃຈ. ທຸກຄັ້ງທີ່ເຂົາຫຼຽວໄປເບິ່ງນາງກໍໄດ້ຮັບສາຍຕາສົ້ມຕາຫວານຍີ້ມຕອບກັບມາ ຈົນເຮັດໃຫ້ຫົວໃຈຂອງຄຳແພງເຕັ້ນໄວຜິດປົກກະຕິ. ເຂົາຢາກຫັນກັບໄປເບິ່ງໜ້ານາງອີກແຕ່ກໍຢ້ານວ່າຈະເສຍມາລະຍາດ. ເຂົາເລີ່ມກະວົນກະວາຍ ແລະ ບໍ່ໄດ້ໃສ່ໃຈກັບຄອນເສີດເລີຍ, ສຽງກີດສຽງຮ້ອງຂອງສາວໜ້າໃສເຮັດໃຫ້ຄວາມຕັ້ງໃຈ ຂອງຄຳແພງປ່ຽນໄປຈົນໄດ້.

ໜຸ່ມນັກຮ້ອງນ້ອງໃໝ່ໄຟແຮງຄົນໜຶ່ງເຊິ່ງຜົນງານຂອງເຂົາພວມໄດ້ຮັບຄວາມນິຍົມຊົມຊອບກ້າວຂຶ້ນສູ່ເວທີ ທ່າມກາງສຽງກີດສຽງຮ້ອງຈາກແຟນເພງ. ສຽງສາວໜ້າໃສຄົນນັ້ນກໍບໍ່ໄດ້ໜ້ອຍໜ້າໄປກວ່າສຽງຄົນອື່ນໆ. ຄຳແພງໄດ້ຟັງສຽງສາວໜ້າໃສຄົນນັ້ນຍາມໃດກໍຮູ້ສືກວ່າ ສຽງນັ້ນມີພະລັງສຽບແທງຫົວໃຈຂອງເຂົາໃຫ້ຄຶດນຳເຈົ້າຂອງສຽງນັ້ນຕະຫຼອດເວລາ. ຈະບອກວ່າເຂົາມາເບິ່ງຄອນເສີດກໍຄົງບໍ່ຖືກຕ້ອງ, ຖ້າຈະວ່າຕາມຄວາມເປັນຈິງແລ້ວ ເວລານີ້ຄຳແພງໄດ້ແຕ່ເຝົ້າຕິດຕາມການ ເຄື່ອນໄຫວຂອງສາວໜ້າໃສ ແລະ ນາງຄົນນັ້ນຄວນຈະເປັນຄອນເສີດໃນ ດວງໃຈເຂົາໄປເສັຍແລ້ວ.

ງານຄອນເສີດຄືນນັ້ນຊ່າງຜ່ານໄປເຫຼືອເກີນສຳລັບຄຳແພງ, ເຂົາຍັງບໍ່ເຕັມອີ່ມກັບສຽງກີດສຽງຮ້ອງຂອງນາງຄົນນັ້ນຊ້ຳ. ແຕ່ກໍດີທີ່ເຂົາຈະມີໂອກາດທັກທາຍນາງ, ຢ່າງໜ້ອຍ ພໍຕົວະໃຫ້ດີໃຈກໍຍັງດີກວ່າຈ້ອງມອງເບິ່ງນາງຢ່າງດຽວ. ຄຶດໄດ້ແນວນີ້ແລ້ວຄຳແພງຈິ່ງຕັດສິນ ເລີ່ມການສົນທະນາ ວ່າ:

-     ສະບາຍດີນ້ອງຄົນງາມ?

-     ໂດຍ! ສະບາຍດີອ້າຍ

-     ອື..! ອ້າຍຊື່ຄຳແພງເດີ້ ແລະ ນ້ອງເດ?

-     ນ້ອງຊື່ຕຸກຕາ

-     ນ້ອງມາກັບໃຜ?

-     ມາກັບໝູ່, ນີ້ເດລາວຊື່ແອນນາ

-     ສະບາຍດີແອນນາ

-     ສະບາຍດີ

-     ຕຸກຕາ! ນ້ອງມາເບິ່ງຄອນເສີດຕະຫຼອດບໍ?

-     ຕຸກຕາ! ໄປຫາເລາະຊື້ເຄື່ອງກັນເທາະຈັກໜ້ອຍເຂົາເຈົ້າຊິປິດຮ້ານໃດ

-     ໃຫ້ອ້າຍໄປນຳໄດ້ບໍ?

-     ກໍຕາມໃຈ


ທັງສາມເລາະຊື້ເຄື່ອງໄປລົມກັນໄປ, ແຕ່ຄຳແພງເຫັນວ່າສາຍຕາຂອງແອນນານັ້ນບໍ່ຄ່ອຍເປັນມິດເລີຍ. ນອກຈາກຊົງນາງຈະເປັນຄົນໄຮໂຊແລ້ວຖານະນາງກໍຄົງລ້ຳລວຍແນ່, ແຕ່ຕຸກຕານາງກໍນ້ຳໃຈດີໃດນໍ. ຄຳແພງຫິ້ວເຄື່ອງໄປສົ່ງນາງຮອດລົດ, ກະດຽວວ່າຂີ່ລົດຈັກມາທີ່ແທ້ກໍຂີ່ລົດກະບະວີໂກມານີ້ເອງ. ສຸມພໍ ແອນນາຈິ່ງເບິ່ງເຂົາຢ່າງບໍ່ພໍໃຈຍ້ອນຖານະມັນຕ່າງກັນໄກເຖິງພຽງນີ້. ກ່ອນນາງຈະຂຶ້ນລົດ ຄຳແພງຕັດສິນໃຈຂໍເບີແຕ່ ບໍ່ກ້າເອີ່ຍປາກຈິ່ງໄດ້ ແຕ່ອື..ອຳ..ແຕ່ພໍນາງ ຈະປິດປະຕູ ຄຳແພງກໍເອີ່ຍປາກຢ່າງໜ້າດ້ານ, ຍິ່ງເຮັດໃຫ້ແອນນາເບິ່ງເຂົາຢ່າງບໍ່ພໍໃຈອີກເປັນເທົ່າຕົວ ແຕ່ຕຸກຕາກໍຈົກນາມບັດໃຫ້ພ້ອມທັງສົ່ງຮອຍຍີ້ມໃຫ້ກ່ອນທີ່ແອນນາຈະຂັບລົດອອກໄປ. ແໝ! ເປັນຕານ້ອຍນ້ອຍໃຈເນາະ ນາງຂີ່ວີໂກ ແຕ່ເຂົາຂີ່ລົດຈັກຮ້າງ, ຖານະນາງມັນຕ່າງກັນໄກປານຟ້າກັບ ດິນ ເຂົາຈະບໍ່ເປັນກະຕ່າຍຄອຍຈັນບໍ?

ເມື່ອກັບມາຮອດຫ້ອງພັກທີ່ບໍລິສັດ ເຂົາຄິດໜັກອີກວ່າຊິໂທຫາຕຸກຕາດີຫຼືບໍ່. ເຂົາຈັບໂທລະສັບຂຶ້ນມາແລ້ວກໍວາງລົງຈົນນັບເທື່ອບໍ່ໄດ້.ໃຈໜຶ່ງຢາກໂທໄປຫານາງ, ແຕ່ອີກໃຈໜຶ່ງກໍຄິດນ້ອຍໃຈທີ່ຖານະຕ່າງກັນໄກໂພດ. ເຖິງແນວໃດກໍຕາມ ບູຮານກ່າວໄວ້ວ່າ "ຄັນວ່າໃຈບໍ່ກ້າ, ບໍ່ໄດ້ຂີ່ຊ້າງງາ" ຊິເກີດຫຍັງຂຶ້ນກໍຕາມເທາະ ແລະ ບໍ່ລອງເຂົາຊິຮູ້ໄດ້ແນວໃດວ່ານາງເປັນຄົນແນວໃດກັນແທ້. ໃນທີສຸດເຂົາກໍຕັດສິນໃຈໂທຫານາງຈົນໄດ້, ເຂົາຈັບໂທລະສັບຂຶ້ນມາ ຈິດໃຈເລີ່ມຄອນແຄນ, ແຕ່ເຂົາກໍຝືນຄວາມຮູ້ສືກກົດເບີສົ່ງໄປ. ສຽງເພງລໍສາຍດັງຂຶ້ນເປັນສັນຍານບອກວ່າຕິດຕໍ່ນາງໄດ້ແລ້ວ, ຫົວໃຈເຂົາເລີ່ມເຕັ້ນແຮງກວ່າເກົ່າ ເມື່ອບໍ່ມີຄົນຮັບສາຍ, ແມ່ນເບີນາງ ແທ້ບໍ້? ເຂົາເລີ່ມຂາດຄວາມໝັ້ນໃຈແຕ່ເຂົາກໍຕັດສິນໃຈໂທຫານາງອີກ, ເຂົາເຝົ້າຕິດຕາມສຽງຈາກປາຍສາຍດ້ວຍຄວາມກັງວົນໃຈ. ບໍ່ດົນກໍມີສຽງຕອບຮັບກັບມາເປັນສຽງຍິງສາວ, ຟັງ ແລ້ວຮູ້ສຶກວ່ານຸ່ມນວນຊວນລົມ ແລະ ເປັນມິດດັງມາວ່າ:

-     ສະບາຍດີ ນີ້ແມ່ນໃຜນໍ້?

- ສະບາຍດີ! ນີ້ແມ່ນຕຸກຕາບໍນໍ້? ເຂົາຮູ້ດີວ່າສຽງນັ້ນແມ່ນສຽງຕຸກຕາແຕ່ເຂົາກໍແກ້ງຖາມ ເພື່ອຄວາມແນ່ໃຈ.

-     ແມ່ນແລ້ວ.

-     ເອີ! ອ້າຍຊື່ຄຳແພງເດີ້, ນ້ອງຮອດເຮືອນດົນແລ້ວບໍ?

-     ໂດຍ! ຫາກໍຮອດບຶດໜຶ່ງນີ້ລະ. ອ້າຍເດຮອດດົນແລ້ວຫວະ?

-     ຮອດດົນເຕີບແລ້ວ.

-    ອ້າຍຄຳແພງ! ນ້ອງຕ້ອງຂໍໂທດນໍາອ້າຍຫຼາຍໆເດີທີ່ໝູ່ນ້ອງ...ແອນນານັ້ນ...

- ບໍ່ເປັນຫຍັງດອກ, ອ້າຍເຂົ້າໃຈດີ. ຕຸກຕາຖ້ານ້ອງບໍ່ລັງກຽດມື້ອື່ນໄປກິນເຂົ້າກັບອ້າຍເນາະ? ແຕ່ຖ້າບໍ່ສະດວກກະບໍ່ເປັນຫຍັງ.

-     ນ້ອງຍັງຮັບປາກບໍ່ໄດ້ດອກ, ມື້ອື່ນຕອນທ່ຽງນ້ອງຊິໂທບອກເດີ.

-     ນອນຫຼັບຝັນດີ, ຝັນເຫັນອ້າຍແດ່ເດີ. ລາກ່ອນ ໂຊກດີ.

-     ໂຊກດີ.


ວ່າແລ້ວ, ຕຸກຕາກໍບໍ່ໄດ້ໃຈດຳ. ເຖິງນາງຈະເປັນຄົນງາມ, ໄຮໂຊແຕ່ສຳລັບຄຳແພງແລ້ວ ເຫັນວ່ານາງເປັນສາວລາວທີ່ຮຽບຮ້ອຍສຸພາບທີ່ສຸດທີ່ເຂົາເຄີຍພົບເຄີຍເຫັນມາ. ຄືນນັ້ນເຂົານອນຫຼັບດ້ວຍໃບໜ້າທີ່ຍິ້ມ ແຍ້ມ, ຄົງຈະເປັນເພາະສາວຕຸກຕາບໍ່ໄດ້ລັງກຽດລາວແມ່ນແຕ່ໜ້ອຍດຽວ ກົງກັນຂ້າມທຸກຖ້ອຍຄຳສຳນວນລ້ວນແຕ່ເປັນມິດ, ນ້ຳສຽງຊ່າງມີພະລັງເຮັດໃຫ້ຄຳແພງຕ້ອງຊາບຊຶ້ງ ແລະ ເກີດຄວາມຮູ້ສຶກແບບບໍ່ເຄີຍມີມາກ່ອນ. ເຂົາເຄີຍພົບຜູ້ຍິງມາຫຼາຍ ແຕ່ບໍ່ເຄີຍເຫັນໃຜຈະງາມເທົ່າຕຸກຕາເລີຍ, ຜິວຂາວນວນ, ຮູບຮ່າງສົມປະກອບ ບວກກັບການແຕ່ງກາຍຈັ່ງແມ່ນນາງເປັນຍອດຍິງເລີຍ. ນາງຊ່າງງາມເໝືອນໃນນິຍາຍບູ ຮານບໍ່ມີຜິດ.

ທີ່ຮ້ານອາຫານແຫ່ງໜຶ່ງ ແອນນາ ແລະ ຕຸກຕາພວມຮັບປະທານອາຫານທ່ຽງ. ພວກນາງ ທັງສອງສົນທະນາກັນກ່ຽວເຫດການເມື່ອຄືນທີ່ຜ່ານມາ ໂດຍແອນນາເປັນຄົນເລີ່ມສົນທະນາກ່ອນ.

-     ຕຸກ! ຮູ້ສຶກແນວໃດມື້ຄືນນີ້ມ່ວນບໍ?

- ກໍມ່ວນດີຢູ່ໃດ, ມັນເປັນຄອນເສີດແບບປະສົມປະສານ, ຈັ່ງຊີ້ລະສະເປັກເຮົານະ ແລະ ໂຕເດເປັນແນວໃດ?

-     ໜ້າລຳຄານຊິຕາຍ, ມີໝາຂວາງທາງຕະຫຼອດ, ຂະໜາດໜີໄປເລາະຊື້ເຄື່ອງ ກໍຍັງນໍາໄປ, ຈັ່ງແມ່ນມາລະຍາດດີເກີນໄປ.

-     ໂຕໝາຍເຖິງໃຜ?

-     ກໍມີໃຜແດ່ລະທີ່ມາຄອຍລຳລິລຳໄລນຳເຮົາມື້ຄືນນີ້?

-     ຢ່າເວົ້າໃຫ້ເຂົາຫຼາຍ, ເຮົາເປັນຜູ້ຍິງມັກຫຼືບໍ່ມັກກໍຊິເປັນຫຍັງ. ເຂົາຖາມມາ ເຮົາກະຕອບໄປ ເພື່ອຮັກສາມາລະຍາດເດ, ໂຕບໍ່ເຄີຍໄດ້ຫຍິນຫວາຄຳວ່າດອກໄມ້ທີ່ງາມທີ່ສຸດ ກໍຄືດອກທີ່ແມງໄມ້ຍາດກັນຕອມ, ແມ່ເຮົາເຄີຍສອນວ່າແນວນີ້ໃດ

-     ວ່າແຕ່ໂຕຫັ້ນຢ່າບອກເດີວ່າມີໃຈໃຫ້ເຂົາ?

- ກໍບໍ່ໄດ້ໝາຍຄວາມວ່າແນວນັ້ນ, ຄົນເຮົານະຮູ້ຈັກກັນໄວ້ກະບໍ່ໄດ້ເສຍຫາຍຫຍັງເດ, ອື..ມື້ຄືນລາວໂທຫາເຮົາໃດ ແລະ ຊວນໄປກິນເຂົ້າແລງນຳອີກ.

-     ແລ້ວໂຕວ່າແນວໃດ?

-     ຍັງບໍ່ໄດ້ຕອບ, ນັດລາວວ່າຕອນທ່ຽງມື້ນີ້ຊິບອກໃຫ້ລາວຮູ້.

-     ແລ້ວໂຕຊິໄປຫວະ?

-     ແນ່ນອນ, ວ່າແຕ່ໂຕຊິໄປນຳເຮົາບໍ?

- ບໍ່ໆໆ! ເຮົາບໍ່ໄປດອກ, ລະວັງໂຕແດ່ເດີຫາກໍຮູ້ຈັກກັນມື້ດຽວ,ຈັກໜ້ອຍມີບັນຫາໃດ.

-     ຂອບໃຈທີ່ເປັນຫ່ວງ ແລະ ຫວັງດີ.


ແລງມື້ນັ້ນ, ຄຳແພງໄປຈອງໂຕະທີ່ຮ້ານອາຫານແຫ່ງໜຶ່ງ, ມັນເປັນຮ້ານອາຫານແບບລາວໆ. ບັນຍາກາດໃນ ຍາມຄ່ຳຄືນສະຫງົບງຽບ, ມີແຂກນັ່ງຢູ່ໂຕະທາງເບື້ອງທາງເຂົ້າສີ່ຫ້າໂຕະ ແລະ ທາງດ້ານໃນອີກຈຳນວນໜຶ່ງ. ຄຳແພງເລືອກໂຕະທາງດ້ານທິດໃຕ້ ເພາະມັນມີທິວທັດທົ່ງນາສວຍງາມ. ເຂົານັ່ງຖ້າແລ້ວຖ້າອີກກໍຍັງບໍ່ເຫັນນາງມາຮອດ, ຫົວ ໃຈເຂົາເລີ່ມກະວົນກະວາຍ ຢ້ານວ່ານາງຊິບໍ່ມາ. ເຂົາຍົກແຂນຂຶ້ນເບີ່ງໂມງເທື່ອແລ້ວເທື່ອເລົ່າຈົນຮອດເວລານັດໝາຍແລ້ວ ແຕ່ຍັງບໍ່ເຫັນໜ້ານາງ, ບໍ່ວ່ານາງຊິປ່ຽນໃຈທັງທີ່ຮັບປາກກັບເຂົາແລ້ວ. ເຂົາອົດທົນບໍ່ໄດ້ອີກແລ້ວທີ່ຈະລໍຖ້າອີກຕໍ່ໄປ, ເຂົາຕັດສິນໃຈໂທຫານາງແຕ່ບໍ່ມີສັນຍານຕອບຮັບຊ້ຳ. ໜ້າເສົ້າໃຈແທ້ ຕົວະໃຫ້ຄຳແພງອົດສາຄອຍຖ້າຕັ້ງດົນ, ຮູ້ແນວນີ້ໄປຫານາງຢູ່ເຮືອນດີລ້າ, ຄົນອີ່ຫຍັງໜ້າຕາກໍດີບໍ່ວ່າຊິໃຈຮ້າຍໃຈດຳປານນີ້ ຮັບປາກແລ້ວບໍ່ມາ ຫຼືວ່າ ແອນນາເພື່ອນນາງ ຂັດຂວາງອີກແລ້ວຫວະ?

ທັນທີທີ່ຄຳແພງພວມຈະລຸກຂຶ້ນ ເພື່ອຫອບເອົາຄວາມຜິດຫວັງເຈັບຊ້ຳກັບບ້ານນັ້ນ ກໍມີຍິງສາວຄົນໜຶ່ງຍ່າງເຂົ້າມາ, ຄຳແພງຟ້າວຍ່າງອອກໄປຫານາງທັນທີ

-     ຄຶດວ່າຊິບໍ່ມາແລ້ວ... ອ້າຍລະນ້ອຍໃຈຊິຕາຍຢ້ານນ້ອງລືມຊັ້ນດອກ

-     ຂໍໂທດທີທີ່ມາຊ້າ, ຄາຊ່ອຍວຽກແມ່ໜ້ອຍໜຶ່ງ, ພໍດີໄຟໂທລະສັບໝົດ ເລີຍບໍ່ໄດ້ໂທບອກອ້າຍ. ຂໍໂທດເດີ, ບໍ່ວ່າຊິຄຽດແລ້ວ?

-     ບໍ່ເປັນຫຍັງດອກເພື່ອນ້ອງອ້າຍຄອຍຖ້າໄດ້, ຢ່າວ່າແຕ່ມື້ໜຶ່ງເທາະ, ເພື່ອນ້ອງ ຕະຫຼອດຊີວິດນີ້ອ້າຍຄອຍໄດ້ສະເໝີ.

-     ແມ່ນຫວະ?

- ແມ່ນແທ້! ອ້າຍຊິຕົວະນ້ອງໄປເຮັດຫຍັງ? ວ່າແຕ່ຄືບໍ່ຊວນແອນນາມານຳແດ່?

-     ນ້ອງຊວນແລ້ວ ແຕ່ລາວຄາວຽກໜ້ອຍໜຶ່ງເລີຍບໍ່ໄດ້ມາ

ທັງສອງທັງກິນເຂົ້າທັງໂອ້ລົມກັນໄປ. ຄາວໜຶ່ງຄຳແພງຖາມຂຶ້ນວ່ານ້ອງບໍ່ລັງກຽດບໍ ທີ່ມາກິນເຂົ້ານຳອ້າຍມື້ນີ້ ແລະ ນາງຕອບວ່າ ຖ້າລັງກຽດນ້ອງຊິມາຊັ້ນບໍ? ຄຳເວົ້າຂອງຕຸກຕາເຮັດໃຫ້ຄຳແພງຊາບຊຶ້ງໄປຫຼາຍເຕີບ, ອ້າຍບໍ່ຮູ້ດອກວ່າພໍ່ແມ່ເພີ່ນຫ່ວງນ້ອງຊ່ຳໃດ, ຖ້າເພີ່ນຮູ້ວ່ານ້ອງ ມາກັບຜູ້ຊາຍ ເພີ່ນຄົງບໍ່ອະນຸຍາດດອກ. ນ້ອງບອກວ່າມາກັບໝູ່ເພີ່ນຈິ່ງໃຫ້ມາ. ຄຳແພງເວົ້າວ່າ ເປັນຫຍັງນ້ອງຈິ່ງເຮັດກັບພໍ່ແມ່ເຖິງຂະໜາດນີ້ ແລະ ຖ້າເພີ່ນຮູ້ເພີ່ນຊິເສຍໃຈໃດ. ນາງກໍຕອບວ່າ: ເຖິງແມ່ນວ່າຄົນເຮົາຕ້ອງອາໃສເຊິ່ງກັນ ແລະ ກັນກໍຕາມ, ແຕ່ເລື່ອງຂອງຫົວໃຈນ້ອງຂໍຈັດການກັບຫົວໃຈຂອງນ້ອງຢ່າງອິດສະລະເສລີ. ຄຳເວົ້າຂອງຕຸກຕາຊ່າງເລິກເຊິ່ງ ແລະ ຄຳແພງ ກໍບໍ່ເຄີຍໄດ້ຍິນມາກ່ອນ. ນາງຕ້ອງການອິດສະລະໃນການຫາຄູ່ຄອງ, ຄຳແພງຈະຢູ່ໃນເປົ້າສາຍຕາຂອງນາງຫຼືບໍ່ນັ້ນຕ້ອງໃຫ້ ການເວລາເປັນຜູ້ຕັດສິນກໍແລ້ວກັນ.

ຄຳແພງຖາມເຖິງເລື່ອງການງານຂອງນາງ, ນາງກໍຕອບວ່ານາງເປັນພະນັກງານໃນບໍລິສັດເອກະຊົນແຫ່ງໜຶ່ງ ເຊິ່ງເປັນພະນັກງານຝ່າຍຂາຍ. ແຕ່ເມື່ອນາງຖາມຄືນເຖິງເລື່ອງ ການງານ ເຮັດໃຫ້ຄຳແພງຕ້ອງອ້ຳອື້ງໄປຫຼາຍເຕີບ ບໍ່ຮູ້ຈະບອກນາງແນວໃດດີ, ສຸດທ້າຍກໍບອກນາງໄປ ຕາມຄວາມເປັນຈິງວ່າເປັນພະນັກງານຮັກສາຄວາມປອດໄພ...

ຈາກການພົບກັນອີກທີ່ຮ້ານອາຫານ ເຮັດໃຫ້ຄຳແພງຮູ້ ແລະ ເຂົ້າໃຈຕຸກຕາຂຶ້ນອີກ. ການທີ່ໄດ້ພົບກັບຍິງຄົນງາມກໍເຮັດໃຫ້ແນວຄວາມຄິດຂອງເຂົາປ່ຽນໄປ, ເຂົາຢາກບອກຄວາມໃນໃຈໃຫ້ນາງຮູ້ ແຕ່ກໍຢ້ານວ່ານາງຈະຮັບບໍ່ໄດ້. ມື້ໜຶ່ງຄຳແພງຕັດສິນໃຈບອກນາງໃຫ້ຮູ້ວ່າ ຫົວໃຈຂອງເຂົາມີນາງຄົນດຽວເລື້ອຍມາ ຕັ້ງແຕ່ມື້ທີ່ໄດ້ພົບກັນໃນງານຄອນເສີດພຸ້ນ, ແທ້ຈິງເຂົາ ກໍຮູ້ວ່າຖານະມັນຕ່າງກັນໄກ, ເພື່ອນາງເຂົາຈະເຮັດທຸກຢ່າງເພື່ອນາງ ແລະ ຕົວເຂົາເອງ. ນາງຕອບວ່າ ເລື່ອງນີ້ຍັງຮັບປາກບໍ່ໄດ້ເພາະນາງມີຄູ່ໝັ້ນແລ້ວ ແລະ ແມ່ນພໍ່ແມ່ເປັນຜູ້ເລືອກ ໃຫ້. ຄູ່ໝັ້ນຂອງນາງເປັນລູກຂອງຫົວໜ້າບໍລິສັດທີ່ເປັນສ່ຽວກັບພໍ່ຂອງນາງ. ເມື່ອຮູ້ວ່າ ນາງມີຄູ່ໝັ້ນແລ້ວ ຫົວໃຈຂອງເຂົາເກືອບຈະສະຫຼາຍ ແຕ່ເຂົາກໍບອກນາງວ່າ; ເຖິງນາງຈະມີຄູ່ໝັ້ນເຂົາກໍບໍ່ໄດ້ເສຍໃຈຂໍພຽງແຕ່ ໄດ້ເຫັນໜ້ານາງເປັນບາງຄັ້ງຄາວ ແລະ ເຫັນນາງມີຄວາມສຸກເທົ່ານີ້ເຂົາ ກໍພໍໃຈແລ້ວ.

ຕໍ່ມາ, ຄຳແພງຖືກແຕ່ງຕັ້ງໃຫ້ໄປຮັກສາຄວາມປອດໄພທີ່ບໍລິສັດທີ່ນາງເຮັດວຽກຢູ່. ຫົວໜ້າບໍລິສັດນີ້ກໍຄືພໍ່ຂອງນາງນັ້ນເອງ. ບາດນີ້ເຂົາມີໂອກາດໄດ້ສົ່ງສາຍຕາໃຫ້ນາງຫຼາຍຂຶ້ນ, ເຖິງແມ່ນວ່າຈະບໍ່ຄ່ອຍໄດ້ໂອ້ລົມກັນ ແຕ່ເມື່ອໄດ້ເຫັນຮອຍຍີ້ມນາງແລ້ວ ຫົວໃຈຂອງເຂົາກໍມີຄວາມສຸກ. ແຕ່ກໍໜ້າແປກໃຈ ເພາະບາງມື້ມີຊາຍຄົນໂກ້ແຕ່ງໂຕຢ່າງລູກເສດຖີ ມາສົ່ງມາຮັບນາງ, ເລື່ອງນີ້ຄຳແພງເຂົ້າໃຈດີວ່າຊາຍຄົນນັ້ນແມ່ນໃຜ. ຫຼາຍເທື່ອຄຳແພງຕ້ອງຝືນຄວາມຮູ້ສຶກເມື່ອເຫັນເຂົາມາສົ່ງມາຮັບນາງ. ຄຳແພງຄຶດຕ່ຳຄ້ອຍນ້ອຍໃຈໃນຊີວິດຕົນເອງ, ເຂົາຢາກກາຍ ເປັນໜຸ່ມລູກເສດຖີເພື່ອຈະໄດ້ຄຽງຄູ່ນາງຢ່າງສັມສັກສີ.

ມື້ນຶ່ງຂະນະທີ່ຄຳແພງພວມຄິດນ້ອຍໃຈຢູ່ນັ້ນ ນາງກໍຍ່າງເຂົ້າມາຫາພ້ອມຖົງເຂົ້າໜົມ. ນາງບອກວ່າໄປຕະຫຼາດມາເລີຍຊື້ມາຕ້ອນ ແລະ ນາງຍັງບອກວ່າສູ້ຕໍ່ໄປເດີບໍ່ຕ້ອງເສົ້າຫຼາຍ ຈັກໜ້ອຍຊິເຖົ້າໄວ, ລູກຜູ້ຊາຍຕ້ອງເຂັ້ມແຂງ. ເມື່ອຄຳແພງຮັບຖົງເຂົ້າໜົມນັ້ນແລ້ວ ນາງກໍຍ່າງເຂົ້າຫ້ອງການຕາມເຄີຍ. ຄຳແພງໄດ້ແຕ່ແນມເບິ່ງຈົນນາງຫາຍເຂົ້າໄປໃນຫ້ອງການ. ກ່ອນຈະຫາຍຕົວໄປໃນຫ້ອງການນາງຍັງຫັນກັບມາຍີ້ມໃຫ້ເຂົາ. ໃນຖົງນັ້ນມີເຈ້ຍນ້ອຍໃບໜຶ່ງຂຽນວ່າ "ຄຳແພງ! ອ້າຍຕ້ອງສູ້ຕໍ່ໄປເດີ, ບໍ່ຕ້ອງທໍ້ຖອຍ, ລູກຜູ້ຊາຍຕ້ອງເຂັ້ມແຂງເອົາໄວ້, ຕຸກຕາຄົນນີ້ ຂໍເປັນກຳລັງໃຈໃຫ້ສະເໝີ..." ຄຳແພງໄດ້ອ່ານແລ້ວບໍ່ຢາກເຊື່ອສາຍຕາຕົນເອງ. ເຂົາອ່ານແລ້ວອ່ານອີກເຖິງສາມເທື່ອຈິ່ງໝັ້ນໃຈວ່າເຂົາບໍ່ໄດ້ຕາລາຍ, ນາງຈະມີໃຈໃຫ້ເຂົາໄດ້ຢ່າງໃດໃນເມື່ອ ນາງກໍມີຄູ່ໝັ້ໜແລ້ວ.

ແລງມື້ໜຶ່ງຕຸກຕາຍ່າງອອກມາຫາຄຳແພງ ແລະ ບອກໄປຊື້ເຂົ້າປຽກມາໃຫ້ເພາະມືນີ້ນາງຕ້ອງເຮັດບົດລາຍງານສະຫຼູບໜ້າວຽກໃຫ້ແລ້ວ ແລະ ຈະໄດ້ກັບເດິກແດ່. ເມື່ອຮອດເວລາເກົ່າ ເວລາເດີມໜຸ່ມລູກເສດຖີກໍມາຮັບນາງຕາມປົກກະຕິ, ເມື່ອຮູ້ວ່າ ນາງຈະກັບເດິກເຂົາຈິ່ງໄປຫານາງທີ່ຫ້ອງການ. ຄຳແພງເຫັນສີໜ້າເຂົາແລ້ວບໍ່ຄ່ອຍຈະເຊື່ອໃຈເລີຍ, ແວວຕາຂອງເຂົາມີຫຼາຍ ຢ່າງທີ່ເປັນຕາສົງໃສ. ຜ່ານໄປຫຼາຍຊົ່ວໂມງກໍຍັງບໍ່ເຫັນຜູ້ຊາຍທີ່ວ່ານັ້ນ ແລະ ຕຸກຕາ ກັບອອກມາ ເຮັດໃຫ້ເຂົາເລີ່ມສົງໄສຂຶ້ນຕື່ມ. ເຂົາຄິດວ່າຈະເຂົ້າໄປເບິ່ງ, ແຕ່ກໍລັງເລໃຈ. ຕໍ່ມາບໍ່ດົນກໍມີສຽງດັງມາຈາກຂ້າງໃນ, ມັນເປັນສຽງຂໍຄວາມຊ່ວຍເຫຼືອຂອງຕຸກຕາ. ຄາວນີ້ຄຳແພງ ບໍ່ລັງເລໃຈທີ່ຈະຟ້າວແລ່ນເຂົ້າໄປຊ່ວຍ, ເຂົາເຫັນນາງຕໍ່ສູ້ດີ້ນຮົນ ແຕ່ນາງເປັນແມ່ຍິງຈິ່ງສູ້ກຳລັງຂອງຜູ້ຊາຍບໍ່ໄດ້, ເສື້ອຜ້າ ຂອງນາງຖືກດຶງອອກ. ຄຳແພງອົດບໍ່ໄດ້ແລ້ວທີ່ຈະທຳເສີຍກັບເຫດການເຊັ່ນນີ້; ເຂົາແລ່ນເຂົ້າໄປ ຊ່ວຍນາງທັນທີ, ກ່ອນຊິຈັບຊາຍຄົນນັ້ນໄດ້ ຕ້ອງສົກຕ່ອຍກັນຫຼາຍເຕີບຈົນຂຸມຕາເບື້ອງຊ້າຍ ຂອງຄຳແພງມີຮອຍຊ້ຳຂຽວ.

ເມື່ອຈັບຊາຍຄົນນັ້ນໄດ້ແລ້ວ, ບໍ່ດົນພໍ່ຂອງຕຸກຕາກໍມາຮອດ, ພໍ່ຄິດວ່າຄຳແພງເປັນຄົນ ທຳຮ້າຍຕຸກຕາ ເພາະຍັງມີຮອຍຊ້ຳທີ່ຂຸມຕາ. ແຕ່ເມື່ອເຫັນຄູ່ໝັ້ນຂອງຕຸກຕາ ຖືກມັດໄວ້ທີ່ເສົາ ໃກ້ທາງເຂົ້າປະຕູ. ພໍ່ບໍ່ຢາກເຊື່ອເລີຍວ່າ ຄູ່ໝັ້ນຂອງຕຸກຕາຜູ້ທີ່ພໍ່ໄວ້ເນື້ອເຊື່ອໃຈຈະທຳຄວາມ ເສຍຫາຍແນວນັ້ນ, ແຕ່ກ້ອງວົງຈອນປິດໄດ້ຊ່ວຍເປັນພະຍານໃຫ້.

ມື້ຕໍ່ມາ, ຕຸກຕາໄດ້ຊວນຄຳແພງໄປກິນເຂົ້າແລງ ທີ່ຮ້ານອາຫານບ່ອນເກົ່າ, ຕຸກຕາ ຂອບໃຈເຂົາອີກທີ່ໄດ້ຊ່ວຍເຫຼືອໄດ້ທັນເວລາ ແລະ ຂໍໂທດທີ່ເຂົາຕ້ອງມີຂຸມຕາດຳ. ນາງບອກວ່າ ຄູ່ໝັ້ນຂອງນາງນັ້ນບໍ່ໄດ້ສົນໃຈນາງພຽງຄົນດຽວ, ເຂົາມີສາວຫຼາຍຄົນ. ນາງຮູ້ດີວ່າເຂົາບໍ່ໄດ້ຮັກ ນາງພຽງຄົນດຽວ ແຕ່ນາງກໍທຳໃຈເພາະບໍ່ຢາກໃຫ້ພໍ່ເສຍຄວາມຮູ້ສຶກ ແຕ່ເມື່ອເລື່ອງມັນເກີດຂຶ້ນຄືແນວນີ້ແລ້ວນາງກໍບໍ່ຮູ້ຊິເຮັດແນວໃດດີ.

ຄຳແພງຈະນິ້ງເສີຍກໍຄົງບໍ່ໄດ້ເສຍແລ້ວ, ຈະປະປ່ອຍໂອກາດອັນດີນີ້ໄປລ້າໆບໍ? ເຂົາ ບອກວ່າບໍ່ຕ້ອງຂອບໃຈກໍໄດ້ເພາະວ່າມັນແມ່ນໜ້າທີ່ຂອງເຂົາຢູ່ແລ້ວ ແລະ ຄວາມສຸກຂອງນາງ ກໍຄືຄວາມສຸກເຂົາຄືກັນ. ເຂົາຂໍຂັນອາສາເຮັດທຸກຢ່າງ ເພື່ອໃຫ້ນາງສະບາຍໃຈເຖິງວ່າການຕັດສິນໃຈຂອງນາງຈະອອກມາແນວໃດ ເຂົາກໍຮັບໄດ້ສະເໝີ ເຖິງແມ່ນວ່າບາງຄັ້ງມັນຈະຝືນຄວາມຮູ້ສຶກ ແຕ່ເຂົາກໍຍອມເຮັດເພື່ອໃຫ້ນາງສະບາຍໃຈ, ຖ້າວ່ານາງບໍ່ຕິທີ່ຄຳແພງເປັນລູກຊາວນາ ແລະ ຖານະອັນເປື້ອນຝຸ່ນຂອງເຂົາ...

No comments:

Post a Comment